ນ.ສ ຍິ່ງລັກເພີ້ມຮັກສາຄວາມ ປອດພັຍ
ນາຍົກ ຣັຖມົນຕຣີ ໄທ ເລີ້ມ ມາຕການ ການຮັກສາ ຄວາມປອດພັຍ ເພີ້ມຕື່ມ ຫລັງຈາກ ການປະທ້ວງ ຂຍາຍ ຕົວ.
-
2013-11-25 -
-
-
Your browser doesn’t support HTML5 audio
ນາຍົກຣັຖມົນຕຣີໄທ ນາງສາວ ຍີ່ງລັກ ຊິນນະວັດ ເພີ້ມມາຕການຮັກສາ ຄວາມປອດພັຍ ດ້ວຍການປະກາດ ໃຊ້ກົດຫມາຍຄວາມປອດພັຍ ແຫ່ງຊາດຕາມເຂດທີ່ມີການປະທ້ວງໃຫຍ່ໆ ໃນບາງກອກແລະແຂວງ ທີ່ໃກ້ຄຽງຫລັງຈາກ ກຸ່ມປະທ້ວງ ໄດ້ເຂົ້າຍຶດພື້ນທີ່ ຢູ່ຕໍ່ໜ້າກະຊວງທີ່ ສຳຄັນ ຂອງຣັຖບານຫລາຍກະຊວງ ເພື່ອໂຄ່ນລົ້ມຣັຖບານ.
ການຊຸ່ມນຸມປະທ້ວງຈາກກຸ່ມຝ່າຍຄ້ານທີ່ຕ້ານຣັຖບານຂອງ ນາງສາວຍີ່ງລັກ ແລະອ້າຍຂອງນາງອະດີດນາຍົກຣັຖມົນຕຣີ ທ່ານ ທັກສິນ ຊິນ ນະວັດ ໃຫຍ່ກວ່າຄັ້ງໃນປີ 2010 ໃນຊ່ວງທີ່ກຸ່ມທະຫານຍິງກຸ່ມປະທ້ວງ ເສັຽຊິວິີດກວ່າ 90 ຄົນນັ້ນ.
ທາງການສະຫະຣັຖໄດ້ຮຽກຮ້ອງ ໃຫ້ທຸກຝ່າຍໃຊ້ຄວາມອົດທົນແລະບອກວ່າ ກໍາລັງຕິດຕາມເບິ່ງເຫດການຢ່າງໃກ້ຊິດຢູ່ໃນເວລານີ້. ການປະ ທ້ວງເທື່ອນີ້ເຮັດໃຫ້ຫລາຍພາກສ່ວນກັງວົນ ຢ້ານມີການປະທະກັນ ຕາມທ້ອງຖນົນເກີດຂື້ນອີກໃຫມ່ ເຫມືອນດັ່ງສມັຍການຣັຖປະຫານໂຄ່ນ ລົ້ມ ອໍານາດການປົກຄອງ ຂອງທ່ານທັກສິນ ໃນປີ 2006.
ກົດຫມາຍວ່າດ້ວຍຄວາມປອດພັຍແຫ່ງຊາດ ແມ່ນກົດຫມາຍພິເສດ ທີ່ໃຊ້ໃນເຫດສຸກເສີນດັ່ງການປະທ້ວງເພື່ອໃຫ້ອໍານາດແກ່ເຈົ້າຫນ້າທີ່ ຕໍາ ຣວດໃນການປາບປາມຢ່າງເຕັມປ່ຽມເຊັ່ນຕໍາຣວດສາມາດຕັນຖນົນ ປະກາດພາວະສຸກເສີນ ຫ້າມການຊຸມນຸມ ແລະຈັບກຸມສືບສວນຜູ້ປະທ້ວງ ໂດຍປາສຈາກຄໍາສັ່ງຈາກສານ.