ກອງທັບພະມ້າເຮັດໃຫ້ ປະຊາຊົນ ໜີໄປຊົນບົດ

ຈໍາປາທອງ
2021.03.28
ກອງທັບພະມ້າເຮັດໃຫ້ ປະຊາຊົນ ໜີໄປຊົນບົດ ຜູ້ປະທ້ວງ ຢູ່ພະມ້າ ໄດ້ຮັບຄວາມອົບອຸ່ນ ຈາກຄອບຄົວ ຕອນຖືກປ່ອຍອອກຈາກຄຸກ. ເດືອນ ມິນາ ວັນທີ 24, 2021.
RFA

ກອງທັບປ່ອຍຕົວ ຜູ້ຖືກຄຸມຂັງ ປະມານ 600 ຄົນ ໃນຂນະທີ່ ທະຫານພະມ້າ ໄລ່ເຈົ້າໜ້າທີ່ພົລເຮືອນ ອອກໄປຈາກບ້ານພັກ ແລະ ປະຊາຊົນ ທີ່ຢູ່ໃນຕົວເມືອງ ພາກັນ ຫຼັ່ງໄຫຼອອກໄປ ຢູ່ເຂດຊົນນະບົດ.

ຂ່າວວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ຣາຍງານ ໃນມື້ວັນທີ 24 ມິນານີ້ ໂດຍອີງຕາມ ຄໍາເວົ້າຂອງ ຜູ້ເຫັນເຫດການ ວ່າ ເມື່ອ ວັນພຸດ ຜ່ານມາ ທະຫານພະມ້າ ປ່ອຍນັກໂທດ ຫຼາຍຮ້ອຍຄົນ ທີ່ຖືກ ຄຸກຄຸມຂັງ ມາຫຼາຍອາທິດ ທີ່ມີການປະທ້ວງ ຕໍ່ຕ້ານ ຣັຖປະ ຫານ ຊຶ່ງເປັນສັນຍານ ປະນິປະນອມ ທີ່ບໍ່ຄ່ອຍມີຂຶ້ນ ຈາກຣະບອບປົກຄອງ ແຂງກະດ້າງ ທີ່ໄດ້ສັງຫານ ພົລເຮືອນໄປແລ້ວ ຫຼາຍ ກວ່າ 250 ຄົນ ນັບຕັ້ງແຕ່ໄດ້ ເຮັດຣັຖປະຫານ ຍຶດອໍານາດ ຈາກຣັຖບານ ທີ່ມາຈາກ ການເລືອກຕັ້ງ ເມື່ອວັນທີ 1 ກຸມພາຜ່ານມາ.

ມີປະຊາຊົນ ຫຼາຍກວ່າ 400 ຄົນ ຖືກຄວບຄຸມຕົວ ໃນຣະຫວ່າງການປະທ້ວງ ເມື່ອຫຼັງໆ ມານີ້. ໃນນັ້ນ ເກືອບວ່າທັງໝົດ ເປັນ ນັກສຶກສາ ຈາກນະຄອນ ຢ້າງກຸ້ງ ເມືອງໃຫຍ່ທີ່ສຸດ ຂອງພະມ້າ. ພວກເຂົາເຈົ້າ ໄດ້ຖືກປ່ອຍອອກຈາກຄຸກ Insein ໃນມື້ວັນພຸດ ແລະ ຖືກນໍາຕົວຂຶ້ນຣົດເມ ກັບບ້ານ ຢູ່ເມືອງຕ່າງໆ. ນັກສຶກສາ ຈາກເມືອງ Tamwe ເວົ້າ ພາຍຫຼັງ ຖືກປ່ອຍຕົວ ວ່າ ພັນເອກ Win Htein ສະມາຊິກ ສະພາທະຫານ ປະຈໍາເຂດ ຢ້າງກຸ້ງ ເວົ້າຕໍ່ພວກເຮົາກ່ອນປ່ອຍຕົວ ວ່າ ທະຫານ ຄຸມອໍານາດຊົ່ວຄາວ ຄືພຽງປີດຽວ ແລະ ຈະສົ່ງຄືນ ໃຫ້ພັກການ ເມືອງທີ່ຊະນະການເລືອກຕັ້ງ ຊຶ່ງຈະມີຂຶ້ນໃນປີໜ້າ ບໍ່ວ່າຈະແມ່ນ ພັກໃດກໍຕາມ.

ທ່ານເວົ້າວ່າ ພວກເຮົາສ່ວນໃຫຍ່ ເປັນນັກສຶກສາ ແລະ ພວກເຮົາ ຖືກປ່ອຍຕົວ ເປັນສັນຍານ ຜ່ອນຜັນຈາກກອງທັບ ແລະ ຖ້າຫາກ ພວກເຮົາ ຖືກຈັບໄດ້ອີກ ພວກເຮົາ ກໍຈະຖືກ ສົ່ງໄປເຂົ້າຄຸກ, ທ່ານກ່າວ ໂດຍອ້າງເຖິງຂໍ້ກ່າວຫາ ໃສ່ຮ້າຍປ້າຍສີ ທີ່ແຜ່ຫຼາຍ ໃນກຸ່ມ ວິພາກວິຈານ ຕ້ານການຣັຖປະຫານ.

ສະມາຄົມຊ່ອຍເຫຼືອ ນັກໂທດການເມືອງ ຊຶ່ງເປັນອົງການ ທີ່ບໍ່ຂຶ້ນກັບຣັຖບານ ເວົ້າວ່າ ມີທັງໝົດ 628 ຄົນ ຖືກປ່ອຍຕົວ. ແລະ ຢ່າງໜ້ອຍ ມີ 286 ຄົນ ຖືກສັງ ຫານ ໃນຣະຫວ່າງ ການປາບປາມ ພວກປະທ້ວງ ຮວມທັງ 12 ຄົນ ໃນມື້ວັນພຸດ ຜ່ານມານີ້, ແລະອີກຫຼາຍ ກວ່າ 2 ພັນຄົນ ຍັງຖືກຄວບຄຸມຕົວ ຫຼືຖືກຕັ້ງຂໍ້ຫາພິເສດ.

ດ້ວຍການປ່ຽນແປງ ຍຸທວິທີຕໍ່ສູ້, ຂບວນການປະທ້ວງ ຕໍ່ຕ້ານຣັຖປະຫານ ຢູ່ນະຄອນຢ້າງກຸ້ງ, ມັງດາເລ ແລະເມືອງອື່ນໆ ພາກັນ ປະທ້ວງແບບງຽບໆນຶ່ງມື້ ຕ້ານຣັຖປະທະຫານ, ປິດຕລາດ, ຮ້ານຄ້າ, ຫ້ອງການ ແລະຢູ່ໃນບ້ານເຮືອນ. ຊາວເມືອງມັງດາເລ ຜູ້ນຶ່ງ ເວົ້າວ່າ ຕໍາຣວດ ແລະທະຫານ ໃຊ້ກໍາລັງຮຸນແຮງ ແບບເປັນຕາຍ ຕໍ່ພວກເຮົາ ແລະກໍເກືອບວ່າ ຈະເປັນໄປບໍ່ໄດ້ເລີຍ ທີ່ຈະເດີນ ຂບວນໄປຕາມຖນົນ. ດັ່ງນັ້ນ ພວກເຮົາ ຈຶ່ງຕັດສິນໃຈ ປະທ້ວງຢ່າງງຽບໆ ຕໍ່ຕ້ານຜະເດັດການທະຫານ, ປິດຕລາດ, ຮ້ານຄ້າ ແລະ ກິຈກໍາທັງໝົດ. ບໍ່ມີໃຜ ອອກຈາກບ້ານເຮືອນ. ບໍ່ມີຣົດ ບໍ່ມີຜູ້ຄົນໃຫ້ເຫັນຢູ່ຕາມຖນົນ ຊຶ່ງກໍບົ່ງບອກເຖິງ ຄວາມສາມັກຄີ ເປັນນໍ້ານຶ່ງ ໃຈດຽວກັນ ຂອງມວນຊົນທົ່ວໄປ ໃນການຕໍ່ຕ້ານຜະ ເດັດການ.

ທະຫານ ສັ່ງໃຫ້ປິດອິນເທີແນັຕ ໃນບາງເມືອງ ເຮັດໃຫ້ຜູ້ຄົນງບໍ່ຮູ້ວ່າ ມີການປະທ້ວງແບບງຽບໆ ແລະພວກເຂົາ ກໍພາກັນ ດໍາເນີນ ກິຈກໍາ ປະຈໍາວັນໄປ. ພະນັກງານຣັຖ ທີ່ຢູ່ບ້ານຈັດສັນ ຂອງຣັຖບານໃນຢ້າງກຸ້ງ ແລະມັງດາເລ ຖືກທະຫານກົດດັນ ໃຫ້ຍ້າຍອອກ ເພື່ອເປັນການລົງໂທດ ເນື່ອງຈາກພວກເຂົາເຈົ້າ ໄດ້ເຂົ້າຮ່ວມຂບວນປະທ້ວງທົ່ວປະເທດ, ຂັດຂືນຄໍາສັ່ງ ຂອງທະຫານ. ຖ້າຫາກ ຍັງຢາກຢູ່ບ້ານຈັດສັນ ຂອງຣັຖບານ ຕໍ່ໄປ ກໍບໍ່ໃຫ້ເຂົ້າຮ່ວມຂບວນປະທ້ວງ.

ຕໍາຣວດມັງດາເລ ຕິດປະກາດ ຕາມເສົາໄຟຟ້າແຄມທາງ ເມື່ອວັນອາທິດ ຜ່ານມາ ຮຽກຮ້ອງໃຫ້ ຜູ້ຄົນທີ່ຢູ່ໃນເຮືອນພັກ ຂອງ ພະ ນັກງານ ທີ່ Mya Nandar ຊຶ່ງມີຢູ່ 2 ພັນຄົນ ຈາກ ກະຊວງຕ່າງໆ ກັບໄປເຮັກວຽກ ໃນມື້ວັນຈັນ ບໍ່ດັ່ງນັ້ນ ກໍຈະໃຫ້ຍ້າຍອອກ.

ນັບຕັ້ງແຕ່ ມື້ຕິດປະກາດມາ ຄອບຄົວຈໍານວນນຶ່ງ ກໍຍ້າຍອອກທັນທີ ແຕ່ກໍຍັງເກືອບເຄິ່ງ ທີ່ບໍ່ທັນຍ້າຍອອກເທື່ອ, ເຈົ້າໜ້າທີ່ ກະຊວງ ສຶກສາຜູ້ນຶ່ງກ່າວ. ແລະວ່າ ບາງຄົນ ທີ່ບໍ່ມີ ບ່ອນໄປຢູ່ ກໍກັບຄືນ ໄປເຮັດວຽກ. ພະນັກງານ ກົມທາງຣົດໄຟ ຢູ່ມັງດາເລ ທີ່ໄດ້ເຂົ້າ ຮ່ວມຂບວນການປະທ້ວງ ປະມານ 1 ພັນຄົນ ກໍພາກັນ ຍ້າຍອອກຈາກຄຸ້ມບ້ານພັກ ຂອງ ຣັຖບານ ພາຍຫຼັງ ຖືກ ທະຫານກົດດັນ.

ພະນັກງານຣົດໄຟ ຄົນນຶ່ງ ທີ່ຂໍສງວນຊື່ ຍ້ອນກັງວົນ ເຣື່ອງຄວາມປອດພັຍ ເວົ້າວ່າ ດຽວນີ້ ພວກເຮົາ ໄດ້ຍ້າຍອອກໄປ ຢູ່ບ່ອນທີ່ ຜູ້ປາດຖນາດີ ຈັດຕຽມໄວ້ໃຫ້. ພວກເຮົາທຸກຄົນ ກະຈາຍກັນ ໄປຢູ່ຕາມເຂດຕ່າງໆ ຂອງເມືອງ. ແລະພວກເຮົາ ຈະຮ່ວມກັບຂບວນ ປະທ້ວງ ດໍາເນີນການຕໍ່ໄປ ຈົນກວ່າ ພວກເຮົາຈະບັນລຸຜົລ. ຫາກບໍ່ບັງລຸຜົລ ພວກເຮົາ ກໍຈະຕ້ອງ ຫາຊ່ອງທາງ ເພື່ອຄວາມຢູ່ລອດ. ພະນັກງານຂແນງຣົດໄຟ ຢູ່ຢ້າງກຸ້ງ ກໍປະເຊີນກັບຊະຕາກໍາແບບດຽວກັນນັ້ນ ຄືຕ້ອງໄດ້ພາຄອບຄົວຍ້າຍອອກ ເມື່ອວັນທີ 10 ມິນານີ້.

ຂ່າວ RFA ຣາຍງານຕື່ມວ່າ ຣັຖບານຜະເດັດການ ພະມ້າ ໄດ້ເຕືອນນັກຂ່າວ ໃນມື້ວັນອັງຄານ ຜ່ານມານີ້ ບໍ່ໃຫ້ຣາຍງານ ກ່ຽວກັບ ຣັຖບານເງົາ ທີ່ປະກອບດ້ວຍ ສະມາຊິກ ສະພາ ຜູ້ແທນ ຫຼື CPRH ທີ່ໄດ້ຮັບການເລືອກຕັ້ງ ແຕ່ຖືກຍຶດອໍານາດໄປ ເມື່ອຕົ້ນເດືອນ ທີ່ແລ້ວ ໃນຂນະທີ່ ທະຫານຍິງຜູ້ຄົນ ແລະເຮັດໃຫ້ໜຸ່ມນ້ອຍທີ່ສຸດຄົນນຶ່ງ ຕົກເປັນຜູ້ເຄາະຮ້າຍ ພາຍຫຼັງ ເກີດເຫດການຮຸນແຮງ ໜັກ ຂຶ້ນມາໄດ້ 7 ສັປດາ ອັນເປັນສາເຫດທີ່ເຮັດໃຫ້ຜູ້ຄົນ ຮວມທັງຄົນງານຍ້າຍຖິ່ນ ພາກັນຫຼັ່ງໄຫຼອອກຈາກຕົວເມືອງ ສໍາຄັນໆ.

ທີ່ມັງດາເລ ເມືອງໃຫຍ່ ອັນດັບ 2 ຂອງພະມ້າ, ນາງນ້ອຍ Khin Myo Chit ວັຍ 7 ປີ ເປັນຜູ້ທີ່ມີອາຍຸ ນ້ອຍທີ່ສຸດ ທີ່ເສັຽຊີວິດ ໃນເຫດການ ທະຫານປາບປາມ ພວກປະທ້ວງ. ນາງນ້ອຍ ຖືກຍິງທີ່ທ້ອງ ແລະເສັຽຊີວິດ ໃນອ້ອມແຂນ ຂອງຜູ້ເປັນພໍ່. ຜູ້ເຫັນ ເຫດການ ຕ່າງກໍພາກັນເວົ້າວ່າ ນາງນ້ອຍ Khin Myo Chit ເປັນນຶ່ງໃນຈໍານວນ ເດັກນ້ອຍຢ່າງໜ້ອຍ 5 ຄົນ ທີ່ຖືກສັງຫານ ເມື່ອກອງກໍາລັງຮັກສາຄວາມສງົບ ຍິງປືນໃສ່ຝຸງຊົນ ຢູ່ຄຸ້ມຜູ້ອອກແຮງງານ ບ່ອນທີ່ມີຣາຍງານວ່າ ມີຜູ້ເສັຍຊີວິດ 15 ຄົນ ໃນໄລຍະ 2 ມື້ຜ່ານມາ.

ຕາມຖແລງການ ຂອງອົງການ Save the Children ໃນວັນອັງຄານ ຜ່ານມາ, ແຕ່ວັນທີ 1 ກຸມພາມາ ເດັກນ້ອຍ ທີ່ເສັຽຊີວິດ ຍ້ອນ ການປາບປາມ ໃນພະມ້າ ໄດ້ເພີ່ມຂຶ້ນເກີນ 20 ຄົນແລ້ວ ແລະວ່າ ຄວາມປອດພັຍ ຂອງເດັກນ້ອຍ ຈະຕ້ອງຖືກປົກປ້ອງ ໃນທຸກສະພາບ ແລະ ເງື່ອນໄຂ. ອີກເທື່ອນຶ່ງ ອົງການ Save the Children ຮຽກຮ້ອງໃຫ້ ກອງກໍາລັງ ຮັກສາຄວາມສງົບ ຍຸຕິການໂຈມຕີ ພວກປະທ້ວງ ທີ່ເຮັດໃຫ້ຄົນເສັຽຊີວິດໄປນັ້ນ ຢ່າງຮີບດ່ວນ.

ຜູ້ເຫັນເຫດການ ຕ່າງກໍເວົ້າວ່າ ເຫດຄວາມຮຸນແຮງ ທີ່ບໍ່ຈົບຊິ້ນ ແລະທ້າທາຍ ຕໍ່ຊີວິດຂອງຜູ້ຄົນ, ການຍິງແບບບໍ່ເລືອກໜ້າ ຂອງ ກໍາລັງຮັກສາຄວາມສງົບ ໃນຕົວເມືອງ ທີ່ມີຜູ້ຄົນ ອາສັຍຢູ່ໜາແໜ້ນ ໄດ້ເຮັດໃຫ້ຜູ້ຄົນ ຫຼ່າຍໝື່ນຄົນ ພາກັນຫຼັ່ງໄຫຼ ອອກໄປຈາກ ຕົວເມືອງມັງດາເລ, ຢ້າງກຸ້ງ ແລະເນປີດໍ ໄປຢູ່ເຂດຊົນນະບົດ.

ປະຊາຊົນໃນ 3 ເມືອງໃຫຍ່ ທີ່ສຸດນີ້ ເວົ້າວ່າ ພວກເຂົາເຈົ້າ ອີ່ມແລ້ວ ກັບການທີ່ທະຫານ ແລະຕໍາຣວດ ຍິງປືນໃສ່ຄຸ້ມບ້ານຕ່າງໆ, ບຸກເຂົ້າໄປ ໃນບ້ານເຮືອນ ຮ້ານຄ້າ ແລະທໍາຣາຍ ສົມບັດ ເຄື່ອງຂອງປະຊາຊົນ. ເຂດທີ່ຄົນ ໜີອອກໄປຫຼາຍ ແມ່ນເຂດທີ່ຄົນງານ ຍ້າຍຖິ່ນຢູ່ອາໃສ ແລະເຮັດວຽກ ໃນໂຮງຈັກໂຮງງານ ຈໍານວນຫຼາຍລ້ານຄົນ. ໃນເຂດທີ່ວ່ານີ້ ທະຫານ ໄດ້ປະກາດໃຊ້ ກົດອັຍການ ເສິກ ຫຼັງຈາກເກີດເຫດໄຟໃໝ້ຫຼາຍຄັ້ງ ແລະການປາບປາມ ໃນມື້ວັນທີ 14 ແລະ 15 ມິນານີ້. ເຈ້າໜ້າທີ່ ພົລເຮືອນ ທີ່ບໍ່ຟັງຄໍາສັ່ງ ຂອງທະຫານ ປະລະໜ້າທີ່ວຽກງານ ໄປເຂົ້າຮ່ວມຂບວນປະທ້ວງ ໃນທົ່ວປະເທດ ແລະພາກັນໜີພ່າຍ ໄປເຂດຊົນນະບົດ ເພື່ອຫຼີກ ລ່ຽງ ການຈັບກຸມ.

ພາຍຫຼັງທະຫານຍຶດອໍານາດ ເກີດການປະທ້ວງ ແລະການໃຊ້ຄວາມຮຸນແຮງ ຂອງທະຫານ ແລະຕໍາຣວດ ເຮັດໃຫ້ໂຮງຈັກໂຮງງານ ຈໍາຕ້ອງໄດ້ປິດ ເຮັດໃຫ້ຄົນງານ ຍ້າຍຖິ່ນ ຈໍານວນຫຼວງຫຼາຍ ໄດ້ຮັບຜົລກະທົບ ຖ່າມກາງໂຄວິດ-19 ຍັງຣະບາດຢູ່. ແລະຂນະນີ້ ພວກເຂົາເຈົ້າ ຍິ່ງປະເຊີນ ກັບຄວາມຍາກລໍາບາກຫຼາຍຂຶ້ນ ແລະມີຊີວິດ ຢູ່ດ້ວຍຄວາມຢ້ານກົວ.

ຄົນງານຜູ້ນຶ່ງ ຈາກເຂດ Ayeyarwady ເວົ້າຕໍ່ວິທຍຸເອເຊັຽ ເສຣີວ່າ ທຸກໂຮງງານຢູ່ Hlaingthaya ດໍາເນີນໄປໄດ້ ຍ້ອນຄົນງານ ຍ້າຍຖິ່ນ. ໃນເມື່ອພວກເຂົາເຈົ້າ ປະເຊີນກັບ ການຫວ່າງງານ ກໍບໍ່ມີເຫດຜົລໃດ ທີ່ຈະຢູ່ ໃນເມື່ອບໍ່ມີເງິນ ຄ່າອາຫານຄ່າເຊົ່າຫ້ອງພັກ.

ເຈົ້າໜ້າທີ່ຝ່າຍຈັດຕັ້ງ ທ່ານນຶ່ງ ເວົ້າວ່າ ພວກຄົນງານ ກັງວົນນໍາເຣື່ອງຄວາມປອດພັຍ ຂອງພວກເຂົາເຈົ້າ. ແລະວ່າ ໃນຂນະທີ່ ຄົນ ບາດເຈັບ-ຄົນເສັຽຊີວິດ ມີຈໍານວນເພີ່ມຂຶ້ນ ຜູ້ເປັນພໍ່ແມ່ ຄອບຄົວ ຂອງພວກເຂົາເຈົ້າ ທີ່ຢູ່ບ້ານນອກ ກໍເປັນຫ່ວງນໍາຫຼາຍ ຍ້ອນອາຈ ບໍ່ປອດພັຍ. ແມ່ນແຕ່ ຢູ່ໃນບ້ານເກີດ ຂອງພວກເຂົາເຈົ້າເອງ ກໍເກີດບັນຫາຂຶ້ນ ຢູ່ທຸກບ່ອນ ແຕ່ກໍຄິດວ່າ ອາຈປອດພັຍ ຫຼາຍກວ່າ ຢູ່ນະຄອນຢ້າງກຸ້ງ. ຕາມຄໍາເວົ້າ ຂອງຄົນງານຕັດຫຍິບ Than Than Soe, ຄົນງານຈໍານວນນຶ່ງ ບໍ່ມີເງິນ ແລະເງິນເດືອນກ່ອນໆ ກໍບໍ່ໄດ້ຮັບ ຍ້ອນໂຮງງານປິດ. ແລະວ່າ ມັນເປັນໜ້າຢ້ານກົວຫຼາຍ ຍ້ອນທຸກໆຄືນປະມານ 11 ໂມງ ຫລືທ່ຽງຄືນ ມີການຍິງປືນ ເກີດຂຶ້ນ, ນອນບໍ່ໄດ້.

ດັ່ງນັ້ນ ຈຶ່ງຕັດສິນໃຈ ກັບຄືນບ້ານ ແລະຈະກັບມາອີກ ເມື່ອທຸກສິ່ງທຸກຢ່າງ ຖືກແກ້ໄຂ ແລະມີວຽກງານໃຫ້ເຮັດ. Hlaingthaya ເຂດອຸດສາຫະກໍາ ຂອງຢ້າງກຸ້ງ ມີປະຊາຊົນ ອາສັຍ ຢູ່ຫຼາຍກວ່າ 1 ລ້ານຄົນ, ເປັນເຂດ ທີ່ຄົນຢູ່ຫຼາຍທີ່ສຸດ ຂອງພະມ້າ ຢ່າງ ໜ້ອຍມີ 50 ຄົນ ຖືກຂ້າຕາຍ ເມື່ອທະຫານ ແລະຕໍາຣວດ ຍິງປືນໃສ່ພວກປະທ້ວງ ເມື່ອວັນທີ 14 ມີນານີ້.

ແລະພາຍຫຼັງທະຫານ ປະກາດໃຊ້ກົດອັຍການເສິກ ໃນທີ່ນັ້ນ ມື້ຕໍ່ມາ ປະຊາຊົນ ກໍເລີ່ມປະເຊີນກັບ ການຂາດເຂີນອາຫານການກິນ ແລະນໍ້າດື່ມ. ຄົນງານຢູ່ມັງດາເລ ຜູ້ນຶ່ງ ທີ່ມີລູກນ້ອຍ ເວົ້າວ່າ ມີການຍິງປືນທຸກຄືນ ເຮັດໃຫ້ນອນບໍ່ໄດ້. ນາງເວົ້າວ່າ ບໍ່ມີໃຜຮູ້ ເມື່ອ ໃດ ຄວາມຮຸນແຮງອັນນີ້ ຈະມາຮອດຖນົນ ຂອງພວກເຂົາ. ແລະວ່າ ພວກເຮົາຮູ້ສຶກບໍ່ປອດພັຍ ບໍ່ວ່າຍາມກາງຄືນ ຫລືກາງເວັນ. ທຸກວັນເວລາ ຢູ່ກັບຄວາມຢ້ານກົວ. ນັ້ນຄືສາເຫດ ທີ່ເຮັດໃຫ້ຂ້ອຍຕັດສິນໃຈ ກັບຄືບ້ານເກີດຂອງຂ້ອຍ.

ແລະຊາຍຄົນນຶ່ງ ກໍເວົ້າວ່າ ພວກເຮົາບໍ່ສາມາດ ຫາວຽກເຮັດໄດ້ເປັນປີແລ້ວ ຍ້ອນໂຄວິດ-19. ແລະມາດຽວນີ້ ກໍບໍ່ມີສະເຖັຍຣະພາບ ທາງການເມືອງ, ຊີວິດການເປັນຢູ່ ລໍາບາກຫຼາຍ ສໍາລັບພວກເຮົາ ທີ່ຫາເຊົ້າກິ່ນຄໍ່າ ດັ່ງນັ້ນ ຈຶ່ງຕັດສິນໃຈ ພາກັນກັບຄືນ ເມືອບ້ານ ເກີດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.