ອອງຊານຊຸຈິກ້າວສູ່ ໄຊຊນະ
2015.11.10
ປະຊາຊົນ ທີ່ ສນັບສນູນ ມາດາມ ອອງຊານຊູຈິ ຜູ້ນຳ ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ຊຶ່ງ ເປັນພັກ ຝ່າຍຄ້ານ ພາກັນ ມີ ກຳລັງໃຈ ແລະ ມີຄວາມ ຕື່ນເຕັ້ນ ຫຼາຍ ເພິ້ມຂຶ້ນ ກັບ ຜົລ ນັບຄະແນນ ສຽງ ເບື້ອງຕົ້ນ ຂອງ ການເລືອກຕັ້ງ ຄັ້ງ ປວັດສາດ ຂອງ ປະເທສ ພະມ້າ ໃນ ວັນຈັນ ອັນທີ່ ຈະ ສົ່ງເສີມ ຄວາມຫວັງ ໃຫ້ໄດ້ຂຶ້ນ ກຳ ອຳນາດ ພາຍຫລັງ ຫຼາຍທົສວັດ ທີ່ ພວກທະຫານ ໄດ້ ກຳ ອຳນາດ ມາ. ຕາມ ຣາຍງານ ຂອງ ອົງການ ຂ່າວ AFP ໃນ ວັນທີ 9 ພຶສຈິກາ.
ໃນຕອນເຊົ້າ ຂອງ ວັນຈັນ ຕາມ ເວລາ ທ້ອງຖິ່ນ ເຈົ້າໜ້າທີ່ ການ ເລືອກຕັ້ງ ໄດ້ ປະກາດ ພຽງແຕ່ ຜົລ ການເລືອກຕັ້ງ ເລັກໆ ນ້ອຍໆ. ແຕ່ ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ກໍໄດ້ ເພີ້ມ ຄວາມ ກະຕື ລືລົ້ນ ໃຫ້ ຝູງຊົນ ທີ່ ຮວມຕົວກັນ ຢູ່ຕໍ່ໜ້າ ສຳນັກງານ ໃຫຽ່ ຂອງພັກ ມາດາມ ອອງຊານຊູຈິ ທີ່ ນະຄອນ ຢ້າງກຸ້ງ ຊຶ່ງ ເປັນເມືອງ ເສຖກິດ ໃຫຽ່ທີ່ສຸດ ຂອງ ປະເທສ ພະມ້າ ໃນ ຕອນແລງ. ທ້າວ Wanna Htay, ອາຍຸ 24 ປີ ຜູ້ ສນັບສນູນ ພັກ ມາດາມ ອອງຊານຊູຈິ ເວົ້າ ໃນຂນະທີ່ ຝູງຊົນ ອ້ອມຂ້າງ ພາກັນ ຮ້ອງເພັງ ແລະ ເຊັຽກັນ ຢ່າງຄຶກຄື້ນ ນັ້ນ ວ່າ:
“ພວກເຮົາ ຈະ ຊນະ ໃນຄືນນີ້, ພວກເຮົາ ຈະລໍຖ້າ ໄປຈົນກວ່າ ວ່າ ພວກເຮົາ ຊນະ ແລ້ວ”.
ເຖິງແມ່ນວ່າ ຜົລການ ເລືອກຕັ້ງ ຈະມີການ ປະກາດ ອອກຢ່າງ ເປັນທາງການ ໃນອີກ ຫຼາຍວັນ ຂ້າງໜ້າ, ແຕ່ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ຂອງ ມາດາມ ອອງຊານຊູຈິ ກໍໄດ້ ທຳນາຍ ຢ່າງ ແນ່ນອນ ເອົາໄວ້ວ່າ ພັກ ຕົນ ຈະໄດ້ຮັບໄຊຊນະ ການເລືອກຕັ້ງ ເປັນ ເທື່ອ ທຳອິດ ໃນຮອບ 25 ປີ.