ເຣື້ອງທີ່ເກັບບັນທຶກໄວ້
2022-01-16
ສານທະຫານພະມ້າ ຕັດສິນໃສ່ຄຸກ ຍານາງ ອອງຊານ ຊູຈີ ຕື່ມອີກ 4 ປີ ໃນຂໍ້ກ່າວຫາ ປຸກຣະດົມ ຕໍ່ຕ້ານ ຜເດັດການ, ຝ່າຝືນກົດຣະບຽບ ທາງການກ່ຽວກັບ ມາຕການປ້ອງກັນ ໂຄວິດ-19 ແລະ ອື່ນໆ.
2022-01-16
ອະນຸພາກ ເຂດລຸ່ມແມ່ນ້ຳຂອງ ຊຶ່ງປະກອບດ້ວຍ ລາວ, ໄທຍ, ພະມ້າ, ວຽດນາມ ແລະກັມພູຊາ ເປັນເຂດທີ່ ໄດ້ຮັບຄວາມ ສົນໃຈຫຼາຍ ຈາກຕ່າງປະເທດ ເປັນຕົ້ນ ສະຫະຣັຖແລະຈີນ ທີ່ຢາກມາ ຮ່ວມມື ແລະ ຄ້າຂາຍນຳ.
2022-01-12
ນາຍົກ ຣັຖມົນຕຣີລາວ ຢ້ຽມຢາມ ວຽດນາມ ຊຶ່ງໃນນັ້ນ ມີການລົງນາມ ແລະ ມອບ-ຮັບ ເອກະສານຮ່ວມມື ຂອງບັນດາ ກະຊວງ ແລະ ພາກທຸຣະກິຈ 9 ສະບັບ ແລະວຽດນາມ ຊ່ອຍເຫຼືອວັກຊິນ ປ້ອງກັນໂຄວິດ-19 1,000,000 ໂດສ ແກ່ລາວ ແລະ ໃຫ້ທຶນກໍ່ສ້າງ ສູນຝຶກອົບຮົມ ຊາວໜຸ່ມ, ເຍົາວະຊົນ ລາວ-ວຽດນາມ ຢູ່ນະຄອນຫລວງວຽງຈັນ.