ເກົາຫລີເໜືອວ່າທົດລອງ ນິວເຄລັຽພໍໃຈຫຼາຍ
2013.02.12

ນຶ່ງໃນມາຕການ ຕົວຈິງ ຂອງ ເກົາຫລີເໜືອ ໃນການ ຕ້ານຢັນຄືນ ເພື່ອປ້ອງກັນ ຄວາມໝັ້ນຄົງ ແລະ ອະທິປະໄຕ ຂອງຕົນ ຕ້ານ ນະໂຍບາຍ ເປັນ ປໍຣະປັກ ຂອງ ສະຫະຣັຖ ອະເມຣິກາ ຊຶ່ງເກົາຫລີເໜືອ ຖືວ່າ ລ່ວງຣະເມີດ ສິດທິ ຂອງ ເກົາຫລີເໜືອ ໃນການ ສົ່ງດາວທຽມ ເພື່ອເຫດຜົນ ໃນທາງສັນຕິ.
ຂ່າວທາງການ ຂອງ ເກົາຫລີເໜືອ ເວົ້າວ່າ ການທົດລອງ ນິວເຄລັຽ ໃນຄັ້ງນີ້ ສໍາເຣັດຜົນ ໃນຣະດັບສູງ ທັງດ້ານ ຄວາມປອດພັຍ ແລະ ວິທີການ ທີ່ສົມບູນແບບ ໃນການໃຊ້ ອຸປກອນ ຂນາດນ້ອຍ ແລະ ເບົາ ແຕ່ແຮງຣະເບີດ ສູງກວ່າ ການທົດລອງ ຄັ້ງກ່ອນນັ້ນ ໂດຍບໍ່ສົ່ງ ຜົນກະທົບ ຕໍ່ ສະພາບແວດລ້ອມ ແຕ່ຢ່າງໃດ.
ກ່ອນໜ້ານີ້ ອົງການ ສົນທິສັນຍາ ຫ້າມທົດລອງ ນິວເຄລັຽຮອບດ້ານ ຂອງ ສະຫະປະຊາຊາດ ເວົ້າວ່າ ເກົາຫລີເໜືອ ຖືກສົງໄສວ່າ ໄດ້ທໍາການ ທົດລອງ ປະຣະມານູ ເທື່ອທີ 3 ໃນວັນອັງຄານນີ້ ພາຍຫລັງ ກວດພົບແຮງ ສັ່ນສະເທືອນ ຂອງດິນໃຫວ ຢູ່ ເກົາຫລີເໜືອ ຊຶ່ງປາກົດວ່າ ເປັນການຣະເບີດ ໃນເຂດ ທີ່ມີການ ທົດລອງ ນິວເຄລັຽ 2 ຄັ້ງກ່ອນ ຄືເມື່ອປີ 2006 ແລະປີ 2009 ນັ້ນ.
ສູນສັງເກດການ ທໍຣະນີສາດ ສະຫະຣັຖ ອະເມຣິກາ ຣາຍງານວ່າ ເກີດແຮງສັ່ນ ສະເທືອນ ແທກ ໄດ້ 4 ຈຸດ 9 ທາງພາກ ຕາເວັນອອກ ສ່ຽງເໜືອ ຂອງ ປະເທດ ເກົາຫລີເໜືອ. ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ ມີກໍານົດ ປະຊຸມກັນ ໃນວັນອັງຄານ ນີ້ ພາຍຫລັງມີ ຄໍາຮຽກຮ້ອງ ຈາກ ເກົາຫລີໃຕ້. ຍີ່ປຸ່ນ ກໍຄາດການວ່າ ຈະມີການ ໂຕ້ຕອບ ຢ່າງແຮງ ຈາກ ສະຫະປະຊາຊາດ.