ຊາວບ້ານຈີນຮຽກຮ້ອງ ສິດເສຣີພາບ
2013.03.04

ຊາວບ້ານຈີນ ຂັດຂືນ ຕໍ່ເຈົ້າຫນ້າທີ່ ເພື່ອຮຽກຮ້ອງ ປະຊາທິປະຕັຍ.
ຊາວບ້ານຈີນ ໃນເຂດພາກໃຕ້ ໄດ້ພາກັນ ຕໍ່ຕ້ານ ເຈົ້າຫນ້າທີ່ ໃນມື້ວັນ ອາທິດ ແລະ ໄດ້ຮຽກຮ້ອງ ປະຊາທິປະຕັຍ ຫລັງຈາກ ພວກຂະເຈົ້າ ໄດ້ປະທະ ກັບ ກຸ່ມອັນຕະພານ ທີ່ມີສ່ວນ ພົວພັນ ກັບ ເຈົ້າຫນ້າທີ່ ທ້ອງຖີ່ນ ກ່ຽວກັບ ການໂອນທີ່ດິນ ຂະເຈົ້າ.
ໃນອາທິດ ຜ່ານມາ ຣາສດອນ ຈີນ ທີ່ບ້ານຊານປູ ແຂວງກວງດູງ ໄດ້ພາກັນ ຕໍ່ສູ້ກັບ ກຸ່ມອັນຕະພານ ທີ່ເຊື່ອວ່າ ຖືກສົ່ງມາ ໂດຍຫົວຫນ້າ ພັກຄອມມຸນິດ ບ້ານ ແລະ ນັກທຸຣະກິດ ຫລັງຈາກ ທີ່ມີການ ປະທ້ວງ ກ່ຽວກັບ ການຢຶດທີ່ດີນ ຂອງ ພວກຂະເຈົ້າ.
ໃນປັດຈຸບັນ ຕຳຣວດ ໄດ້ພາກັນ ຕັນທາງເຂົ້າ ບ້ານຈັດສັນ ຈາກຄົນພາຍນອກ ໃນຂະນະດຽວກັນ ກຸ່ມຊາວບ້ານ ກໍປະຕິເສດ ທີ່ຈະໃຫ້ ເຈົ້າຫນ້າທີ່ ເຂົ້າໄປຂ້າງໃນ ເຫດການ ດັ່່ງກ່າວເກີດຂຶ້ນ ກ່ອນຫລາຍມື້ ທີ່ຈະຮອດ ກອງປະຊຸມ ພັກ ປະຊາຊົນ ຈີນ ໃນທົ່ວປະເທດ ທີ່ ກຸງປັກກິ່ງ.
ສະພາບການ ເປັນແບບດຽວກັນ ກັບພຶດຕິກັມ ທີ່ເກີດຂຶ້ນ ທີ່ບ້ານວູກັນ ໃນແຂວງ ກວງດູງ ເຫມືອນກັນ ທີ່ມີຣະຍະທາງ ປະມານ 100 ກິໂລແມັດ ຫ່າງ ຈາກບ້ານ ຊານປູ ບ່ອນທີ່ເກີດເຫດ ໃນປັດຈຸບັນ ຊຶ່ງເຫດການ ທີ່ບ້ານວູກັນ ວ່າງ 15 ເດືອນ ກ່ອນ ກາຍເປັນຫົວຂໍ້ຂ່າວ ໄປໃນທົ່ວໂລກ.
ປັດຈຸບັນ ທາງເຂົ້າບ້ານຊານປູ ທີ່ມີ ປະຊາຊົນ ອາສັຍຢູ່ ກວ່າ 3 ພັນຄົນ ຖືກເຈົ້າຫນ້າທີ່ ຕຳຣວດຈີນ ກວ່າ 40 ຄົນ ເຝົ້າຍາມ ຢູ່ຕຣອດເວລາ ເພື່ອກີດກັ້ນ ບໍ່ໃຫ້ຣົຖຍົນ ແລະ ຄົນເຂົ້າອອກ.