ຣັຖມົນຕຣີເສຖກິດອາຊຽນ ຈະ ສົນທະນາ
2014.08.19

ບັນດາ ຣັຖມົນຕຣີ ເສຖກິດ ອາຊຽນ ຈະ ສົນທະນາ ກັນກ່ຽວກັບ ການຈັດ ພາກສ່ວນ ບໍຣິການ ການຄ້າ ເສຣີ ແລະ ເລັ່ງລັດ ການ ເຈຣະຈາ ຄູ່ຮ່ວມ ເສຖກິດ ໃນ ພູມີພາກ ລັກສນະ ສົມບູນ ແບບ ແລະ ການຍົກເລີກ ມາຕການ ທີ່ ບໍ່ແມ່ນ ການເກັບ ພາສີ ຂາເຂົ້າ ໃນເວລາ ການໂຮມໂຕ ຂອງ ອາຊຽນ ມີຜົນໃຊ້ ໃນ ປີໜ້ານີ້.
ການສົນທະນາ ກັນ ໃນເຣື້ອງນີ້ ຈະມີຂຶ້ນ ຢູ່ທີ່ ກອງປະຊຸມ ຣັຖ -ມົນຕຣີ ການຄ້າ ອາຊຽນ ຄັ້ງທີ່ 46 ທີ່ ຈະຈັດຂຶ້ນ ໃນວັນທີ 23 ຫາ 28 ສິງຫາ ຢູ່ ນະຄອນຫຼວງ ນາຍປີດໍ້ ປະເທດ ພະມ້າ. ຕາມ ຣາຍງານ ໜັງສືພິມ The Nation ທີ່ ອ້າງຕາມ ຄໍາເວົ້າ ຂອງ ທ່ານ ສົມກຽຕ ໄຕຣຣັຕພັນ ຮອງ ເອກ ອະທິບໍດີ ກົມ ເຈຣະຈາ ການຄ້າ ຂອງໄທ.
ທ່ານ ສົມກຽຕ ກ່າວວ່າ ບັນຫາ ຫລັກໆ ໃນຣາຍການ ກອງປະຊຸມ ຣັຖມົນຕຣີ ການຄ້າ ອາຊຽນ ນີ້ແມ່ນການ ເຮັດໃຫ້ ພາກສ່ວນ ການ ບໍຣິການ ມີຄວາມ ເປັນເສຣີ ຂຶ້ນ ຫລຸດຜ່ອນ ຫລື ຍົກເລີກ ມາຕການ ທີ່ ບໍ່ ແມ່ນການ ເກັບພາສີ ຂາເຂົ້າ non-tariff barriers ແລະ ເລັ່ງລັດ ການ ເຈຣະຈາ ຄູ່ຮ່ວມ ທາງ ເສຖກິດ ຂອງ ພູມີພາກ ໃນຮູປ ສົມບູນແບບ ເພື່ອໃຫ້ ອາຊຽນ ແລະ ຄູ່ການຄ້າ 6 ປະເທດ ສາມາດ ເຮັດຂໍ້ ຕົກລົງ ການຄ້າເສຣີ ທີ່ໃຫຽ່ ຂອງໂລກ. ຄູ່ການຄ້າ 6 ປະເທດ ຂອງ ອາຊຽນ ກໍມີຄື ຈີນ ຍີ່ປຸ່ນ ເກົາຫລີໃຕ້ ອິນເດັຽ ອອສເຕຣເລັຽ ແລະ ນີວຊີແລັນ.