ນັກສຶກສາໄທປະທ້ວງຕ້ານ ຣັຖປະຫານ

ອຸ່ນແກ້ວ ສຸກສະຫວັນ
2014.11.25
F-anti-coup ນັກສຶກສາ ມະຫາວິທຍາໄລ ໃນໄທ ຫວ່ານ ໃບປິວ ຕ້ານ ຣັຖປະຫານ
Courtesy of Bangkok Post

 

ປະກົດການ ຄວາມ ບໍ່ພໍໃຈ ຕໍ່ ຣັຖບານ ທະຫານ ມີເພີ່ມຂຶ້ນ ຫລັງ ຈາກ ນັກສຶກສາ ມະຫາ ວິທຍາໄລ ຂອນແກ່ນ ຖືກກັກໂຕ ຊົ່ວ ຄາວ ຍ້ອນແຈກ ໃບປິວ ວິຈານ ຣັຖບານ ທະຫານ. ແລະ ໃນ ວັນຈັນ ນີ້ ມີ ນັກສຶກສາ ກຸ່ມນຶ່ງ ຢູ່ ບາງກອກ ແລະ ຊຽງໃໝ່ ເລີ່ມ ຈັດການ ປະທ້ວງ ດ້ວຍການ ແຈກ ໃບປິວ. ອີງຕາມ ຣາຍງານ ຂອງ ໜັງສື ພິມ ບາງກອກ ໂພັສ ຂອງໄທ.

ມີ ນັກສຶກສາ 8 ຄົນ ຈາກ ມະຫາ ວິທຍາໄລ ທັມມະສາດ ເຂດ ທ່າພຣະຈັນ ໃນ ບາງກອກ ກໍຖືກ ກັກຕົວ ຊົ່ວຄາວ ໃນຂໍ້ຫາ ທີ່ມີ ພຶດຕິກັມ ບໍ່ເໝາະສົມ ຫລັງຈາກ ທີ່ ເຂົາເຈົ້າ ແຈກ ໃບປິວ ທີ່ມີ ເນື້ອໃນ ຕ້ານ ການ ຣັຖປະຫານ.

ກຸ່ມ ນັກສຶກສາ ດັ່ງກ່າວ ໄດ້ແຈກ ໃບປິວ ທີ່ ມີເນື້ອໃນ ວິພາກ ວິຈານ ຄນະ ຣັຖບານ ທະຫານ ກ່ອນທີ່ ເຂົາເຈົ້າ ຈະຖືກ ກັກຂັງ ເປັນການ ຊົ່ວຄາວ ແລະ ຕໍ່ມາ ກໍຖືກ ປ່ອຍ ຕົວ ໂດຍ ບໍ່ມີການ ດຳເນີນ ຄະດີ ຫຍັງເລີຍ.

ມີຣາຍງານ ອີກວ່າ ນັກສຶກສາ ຈຳນວນນຶ່ງ ຢູ່ ມະຫາ ວິທຍາໄລ ຊຽງໃໝ່ ກໍຈັດການ ປະທ້ວງ ພາຍໃຕ້ ກົດ ອັຍການ ເສິກ. ແຕ່ ເຈົ້າໜ້າທີ່ ຂອງ ມະຫາ ວິທຍາໄລ ກ່າວວ່າ ທາງ ຫ້ອງການ ບໍ່ຮູ້ວ່າ ນັກສຶກສາ ກຸ່ມນັ້ນ ເຮັດຫຍັງ ແລະ ແຈກ ໃບປິວ ກ່ຽວກັບ ຫຍັງ ຍ້ອນວ່າ ບໍ່ມີ ນັກ ສຶກສາ ມາຂໍ ອະນຸຍາດ ໃນ ກິຈກັມ ດັ່ງກ່າວ ຢູ່ໃນເຂດ ມະຫາ ວິທຍາໄລ.

ໃນຕອນ ບ່າຍ ຂອງ ວັນຈັນ ບັນດາ ນັກສຶກສາ ກໍໄດ້ອອກ ຖແລງການ ຊຶ່ງເນື້ອໃນ ຂອງ ຖແລງການ ແມ່ນມີ ຂໍ້ຄວາມ ກ່ຽວກັບ ການ ຕ້ານ ຄນະ ຣັຖປະຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.