ສປຊ ແນະນໍາຍຸດຕິ ພົວພັນ ກຸ່ມທະຫານ ມຽນມາ

ສິດນີ
2019.05.20
f-myanmar ເມື່ອວັນທີ 5 ພຶສພາ 2019 ທີ່ ກຸງ ຢ້າງກຸ້ງ ປະຊາຊົນ ມຽນມາ ໂຮມຊຸມນຸມ ຕາມທ້ອງຖນົນ ພາກັນຍົກທຸງຊາດ ຮ້ອງໂຮສນັບສນູນ ກອງທະຫານ ມຽນມາ
AFP

ຣັຖບານພະມ້າ ໄດ້ປະຕິເສດ ຕໍ່ຄຳຮຽກຮ້ອງຂອງ ອົງການສຫະປະຊາຊາດອີກໃຫມ່ ໃນອາທິດນີ້ ໃນການແກ້ໄຂບັນຫາ ຊາວໂຣຮິນຢາ ແບບເປັນທັມ ຫລັງຈາກຫນ່ວຍງານຊອກຫາຄວາມຈິງ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ນານາຊາດ ຢຸດການຊ່ອຍເຫຼືອກຸ່ມຜະເດັດການ ທະຫານພະມ້າ ໃນບັນຫາດັ່ງກ່າວ.

ທ່ານ Marzuki Darusman ປະທານອົງການຊອກຫາຄວາມຈີງ ສະຫະປະຊາຊາດ ຜູ້ທີ່ໄດ້ເຂົ້າໄປຢ້ຽມຢາມ ແລະຊອກຫາຄວາມຈິງ ໃນບັນຫາຊາວໂຣຮິນຢາ ໃນພະມ້າ ວ່າງອາທີດທີ່ຜ່ານມາ ເວົ້າວ່າ ມາຕການເຂັ້ມງວດ ຕ້ອງຖືກປະຕິບັດໃຊ້ໃນການແກ້ໄຂບັນຫາ ຊາວໂຣຮິນຢາ ຍ້ອນວ່າ ກຸ່ມທະຫານ ແລະຣັຖບານພະມ້າ ບໍ່ໄດ້ເອົາໃຈໃສ່ ຢ່າງຈິງຈັງ ໃນການແກ້ໄຂບັນຫາ ຊາວໂຣຮິນຢາ ຊື່ງເປັນ ເວລາເກືອບສອງປີແລ້ວ ທີ່ກຸ່ມທະຫານພະມ້າ ໄດ້ທຳການປາບປາມ ເຂັ່ນຂ້າຊາວໂຣຮິນຢາ ດ້ວຍການໂຈມຕີ ແລະບັງຄັບໃຫ້ຂະເຈົ້າ ໂຍກຍ້າຍຈາກບ່ອນຢູ່ ອາສັຍ ຈາກແຄ້ວນຣາຄີນໄປອາສັຍຢູ່ສູນອົພຍົບ ທີ່ປະເທດບັງຄຣາເທດ ດ້ວຍຄວາມທຸກຍາກລຳບາກ ແລະ ສູນເສັຽທຸກຢ່າງໃນຊີວິດ ຂອງພວກຂະເຈົ້າ. ທ່ານວ່າ quote

“ຍັງບໍ່ມີຄວາມຄືບຫນ້າຫຍັງເລີຍ ໃນການແກ້ໄຂບັນຫາຊາວໂຮຮິນຢາໃນພະມ້າ ສະພາບການຍັງເຫມືອນເດີມ”.

ບົດງານ ຈຳນວນ 444 ຫນ້າກ່ຽວກັບບັນຫາຊາວໂຣຮີນຢາ ຂອງຫນ່ວຍງານດັ່ງກ່າວ ໄດ້ສົ່ງໃຫ້ສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ອະທິບາຍເຖິງ ການປາບປາມ ຊາວໂຣຮີນຢາ ຂອງກຸ່ມທະຫານພະມ້າ ຢ່າງໂຫດຮ້າຍ ຊື່ງເປັນການຝ່າຝຶນ ສິດທິມະນຸດແລະການ ລຶບລ້າງ ຊົນກຸ່ມນ້ອຍຊາວໂຣຮີນຢາ ໃນພະມ້າໃຫ້ຫມົດໄປ.

ບົດລາຍງານດັ່ງກ່າວ ຍັງໄດ້ກ່າວເຖີງໂທດອາກອນສົງຄາມ ແລະການຂ້າລ້າງເຜົ່າພັນຊົນກຸ່ມນ້ອຍ ໃນພະມ້ານຳອີກ ໂດຍສະເພາະ ກຸ່ມທະຫານພະມ້າ ໄດ້ເຂັ່ນຂ້າ ທຳຮ້າຍຮ່າງກາຍ ຂົ່ມຂຶນທາງເພດຊາວໂຣຮີນຢາ ຈູດເຝົາບ້ານເຮືອນ ແລະບີບບັງຄັບໃຫ້ຂະເຈົ້າ ຍ້າຍບ່ອນຢູ່ ອາສັຍກວ່າ 7 ແສນຄົນເທົ່າເຖີງ ປັດຈຸບັນ. ທ່ານວ່າ quote

“ນອກຈາກຄວາມວຸ້ນວາຍດັ່ງກ່າວ ກຸ່ມທະຫານພະມ້າ ຍັງໄດ້ທຳຮ້າຍບ້ານເຮືອນ ຂອງປະຊາຊົນດ້ວຍການໃຊ້ ຣົດດຸດດີນດູດກວດ ຫລັກຖານຕ່າງໆ ເພື່ອປົກປິດບໍ່ໃຫ້ໂລກ ພາຍນອກຮູ້ ຣັຖບານພະມ້າ ທີ່ຮ່ວມດ້ວຍກຸ່ມທະຫານ ກໍປະຕິເສດຢູ່ ຕຣອດມາໃນບັນຫາ ທີ່ເກີດຂື້ນ."

ຫນວ່ຍງານຊອກຫາຄວາມຈິງ ສະຫາປະຊາຊາດ ໄດ້ພົບກັບຕົວແທນຊາວຊີນ ຊາວກາຈີນ ຊານແລະຊາວໂຣຮີນຢາ ໃນແຄ້ວນຣາຄີນ ແລະ ໄດ້ໂອ້ລົມກັບພວກຂະເຈົ້າ ເຖິງບັນຫາຄວາມວຸ້ນວາຍ ທີ່ເກີດຂື້ນ ກຸ່ມດັ່ງກ່າວ ບອກວ່າ ກຸ່ມທະຫານພະມ້າ ໄດ້ກົດຂີ່ຂົ່ມເຫັງຊົນກຸ່ມນ້ອຍ ທີ່ອາສັຍຢູ່ຕາມແນວຊາຍແດນ ພະມ້າ ມາດົນແລ້ວ ຊື່ງເປັນການຣະເມີດສິດມະນຸດ ຢ່າງແຮງ ຈາກກຸ່ມທະຫານພະມ້າ.

ໃນການຕອບໂຕ້ ຕໍ່ຄຳບົດລາຍງານ ແລະຄຳກ່າວຫາ ຂອງອົງການສະຫະປະຊາຊາດ ພົລຈັດຕະວາ ໂຊມີນຕຸນ ໂຄສົກກອງທັບພະມ້າ ກ່າວວ່າ ການຂວ້າມບາດ ຂອງນານາຊາດ ຕໍ່ກອງທັບພະມ້າ ຈະບໍ່ສົ່ງຜົລກະທົບ ຕໍ່ການປະຕິບັດງານຮັກສາ ຄວາມປອດພັຍຂອງພະມ້າ ແຕ່ຢ່າງໃດ ຍ້ອນວ່າ ກອງທັບພະມ້າ ບໍ່ໄດ້ອາສັຍການຊ່ອຍເຫລືອ ຈາກນານາຊາດຫລາຍປານໃດ ສາມາດກຸ້ມຕົນເອງ ໄດ້ປາສຈາກ ການຊ່ອຍເຫລືອ ຈາກຕ່າງຊາດແລະວ່າ ອາວຸດທີ່ໃຊ້ໃນກອງທັບພະມ້າ ສ່ວນໃຫຍ່ແມ່ນຜລິດ ໃນພະມ້າເອງ.

ທ່ານວ່າ ເຖິງແມ່ນວ່າ ສະຫະປະຊາຊາດ ຈະແນະນຳໃຫ້ນານາຊາດ ຢຸດການຊ່ອຍເຫລືອແກ່ ກອງທັບພະມ້າ ແຕ່ການພົວພັນທາງ ດ້ານທະຫານ ກັບປະເທດໃຫ້ຊິດກັບພະມ້າ ຈະຍັງແຂງແກ່ນຢູ່ເປັນຕົ້ນ ຈີນແລະຣັດເຊັຽ.

ຍ້ອນວ່າ ການຊອ່ຍເຫລືອຕ່າງໆ ທາງດ້ານເທກໂນໂລຈີການທະຫານສ່ວນໃຫຍ່ ພະມ້າໄດ້ມາຈາກຈີນ ແລະຣັດເຊັຽ ກອງທັບພະມ້າ ໄດ້ສົ່ງນັກວິຊາການ ແລະຜູ້ນຳທະຫານໄປຝຶກອົບຮົມ ທາງດ້ານເທກໂນໂລຈີ ທາງທະຫານຈາກສອງປະເທດ ດັ່ງກ່າວ ແລ້ວນຳມາຜລິດ ແລະປະຕິບັດໃຊ້ໃນກອງທັບພະມ້າ ດ້ວຍຕົນເອງດັ່ງນັ້ນ ບົດລາຍງານ ແລະຄຳຮຽກຮ້ອງ ຂອງອົງການ ສະຫະປະຊາຊາດ ບໍ່ໃຫ້ນານາ ຊາດຊ່ອຍເຫລືອ ກອງທັບພະມ້າ ຈະບໍ່ມີຜົລກະທົບ ແຕ່ຢ່າງໃດ.

ໃນຂນະດຽວກັນ ຕົວແທນພະມ້າ ປະຈຳອົງການສະຫະປະຊາຊາດ ທ່ານ  ໂຮດູຊວນ ກໍໃຫ້ຄວາມເຫັນ ແບບດຽວກັນກັບໂຄສົກກອງທັບ ພະມ້າ ກ່ຽວກັບຄຳຮຽກຮ້ອງ ຂອງອົງການຊອກຫາ ຄວາມຈິງ ສະຫະປະຊາຊາດ ທີ່ມີຕໍ່ພະມ້າວ່າ. Quote

“ພວກເຮົາເວົ້າຢູ່ເລື້ອຍໆ ບໍ່ວ່າຈະຢູ່ນະຄອນເຈເນວາ ຫລືຢູ່ນີວຢອກວ່າ ທາງການພະມ້າ ບໍ່ຍອມຮັບການ ຄຳເຫັນ ຂອງອົງການຊອກຫາ ຄວາມຈີງ ສະຫະປະຊາຊາດ ແລະ ການສ້າງຕັ້ງອົງການດັ່ງກ່າວ ມາແຕ່ຕົ້ນ ຍ້ອນວ່າ ບິດເບືອນຄວາມຈີງ ເປັນການສີ້ນເປືອງລາຍຈ່າຍ ຂອງສຫະປະຊາຊາດລ້າໆ ເບີ່ງການລາຍງານ ຂອງອົງການດັ່ງກ່າວ ໃນຣະຍະທີ່ຜ່ານມາ ມີແຕ່ຄວາມບໍ່ດີ ບໍ່ມີສີ່ງໃດທີ່ສ້າງສັນໃນບົດ ຣາຍງານ ຂອງກຸ່ມດັ່ງກ່າວ ຂາດຄວາມຍຸດຕິທັມ ແລະຂາດຄວາມສົມດຸນ ໃນແການແກ້ໄຂບັນຫາ."

ທ່ານວ່າ ຣັຖບານພະມ້າ ໄດ້ໃຫ້ຄວາມຮ່ວມມື ກັບອົງການນານາຊາດມາຕຣອດ ໃນບັນຫາທີ່ເກີດຂຶ້ນໃນພະມ້າ ເປັນຕົ້ນສະພາຄວາມ ຫມັ້ນຄົງ ສະຫະປະຊາຊາດ ແລະຕົວແທນ ເລຂາທິການໃຫຍ່ ສະຫະປະຊາຊາດ ໃນບັນການກົດຂີ່ຂົ່ມເຫັງ ຊາວໂຣຮີນຢາ ບັນຫາການ ເກນເດັກນ້ອຍ ເປັນທະຫານ ແລະ ການຂົ່ມຂືນທາງເພດ ຕໍ່ຊາວໂຣຮີນຢາ ແລະບັນຫາອື່ນໆ ທາງການພະມ້າໃຫ້ ຄວາມຮ່ວມມືທຸກຢ່າງ.

ແຕ່ເມື່ອມາເບິ່ງຣາຍງານ ຂອງຫນ່ວຍງານຊອກຫາຄວາມຈິງ ບໍ່ມີຫຍັງເປັນທີ່ສ້າງສັນ ໃນການແກ້ໄຂບັນຫາ ເປັນບົດລາຍງານເພື່ອທັບມ້າງ ແລະບໍ່ຊອກຊ່ອງທາງ ໃນການແກ້ໄຂບັນຫາ ຍັງບໍ່ແລ້ວ ບົດລາຍງານ ຍັງສ້າງບັນຫາເພີ້ມດ້ວຍການຮຽກຮ້ອງ ໃຫ້ນານາຊາດ ຍຸດຕິການ ຊ່ອຍເຫລືອ ແກ່ພະມ້າ ໃນການແກ້ໄຂບັນຫາ ຊາວໂຣຮີນຢາ.

ທ່ານວ່າ ໃນທາງຕົງກັນຂ້າມ ອົງການດັ່ງກ່າວ ຍັງໄດ້ໃຫ້ການສນັບສນູນ ກຸ່ມຕໍ່ສູ້ເພື່ອສິດທິຊາວໂຣຮີນຢາ ຢູ່ຕ່າງປະເທດນຳອີກ ເປັນການ ສ້າງຄວາມວຸ້ນວາຍ ໃນພະມ້າເພີ້ມຕື່ມ ໃນບັນຫາຊາວໂຣຮີນຢາ. ໃນຂນະດຽວກັນ ທ່ານ ຕຸນກີນ ຕົວແທນຈາກອົງການຕໍ່ສູ້ ເພື່ອສິດທິ ຊາວໂຣຮີນຢາ ທີ່ມີສູນກາງຢູ່ປະເທດອັງກິດ ເວົ້າວ່າ ພວກທ່ານຍີນດີຕໍ່ການຕັດການຊ່ອຍເຫລືອ ກອງທັບພະມ້າຈາກນານາຊາດ ຍ້ອນວ່າກອງທັບພະມ້າ ເປັນຜູ້ປະຕິບັດງານເຂັນຂ້າຊາວໂຣຮີນຢາ ແລະ ຊົນກຸ່ມນ້ອຍບາງກຸ່ມໃນພະມ້າ ນານາຊາດຕ້ອງກົດດັນ ກຸ່ມທະຫານ ດ້ວຍການຕັດການຊ່ອຍເຫລືອ ແລະການພົວພັນທາງດ້ານເສຖກິດ ກັບຣັຖບານພະມ້າ.

ທ່ານວ່າ ການຕັດການຊ່ອຍເຫລືອ ດ້ານອາວຸດທະພັນ ຈາກຕ່າງປະເທດເປັນສີ່ງສຳຄັນ ຕໍ່ການຢູ່ລອດຂອງຊົນກຸ່ມນ້ອຍ ໃນພະມ້າ ຮ່ວມດ້ວຍຊາວໂຣຮີນຢາ ຈາການເຂັນຂ້າ ຂອງກຸ່ມທະຫານ. ຕໍ່ຄຳຖາມທີ່ວ່າ ກອງທັບພະມ້າ ຍັງໄດ້ຮັບການຊ່ອຍເຫລືອ ທາງດ້ານອາວຸດ ແລະ ການຊ່ອຍເຫລືອອື່ນໆ ຈາກຈີນແລະຣັດເຊັຽ ຢູ່ ຖ້ານານາຊາດບໍ່ໃຫ້ການຊ່ອຍເຫລືອ ທ່ານ ຕອບວ່າ ກອງທັບພະມ້າ ໄດ້ຮັບການ ຊ່ອຍເຫລືອຢູ່ຕຣອດ ຈາກສອງປະເທດດັ່ງກ່າວ ແຕ່ຖ້າມີການຮຽກຮ້ອງ ຈາກ ສະຫະປະຊາຊາດ ກໍອາດລັ່ງເລໃຈ ໃນການຊ່ອຍເຫລືອ ຊື່ງວ່າງສອງປີ ຜ່ານມາໄດ້ເຫັນຕົວແທນ ກອງທັບພະມ້າ ໄປຢ້ຽມຢາມຫລາຍປະເທດ ໃນຢູໂຣບເພື່ອຂໍການຊ່ອຍເຫລືອ ທາງດ້ານອາວຸດ ສະແດງວ່າ ຈີນແລະຣັດເຊັຽ ອາດຈະຫລຸດ ການຊ່ອຍເຫລືອແດ່ແລ້ວ ຍ້ອນນານາຊາດປະນາມ.

ຣັຖບານຂອງຍານາງ ອອງ ຊານ ຊູ ຈີ ກໍເຮັດຫຍັງບໍ່ໄດ້ຫລາຍ ໃນບັນຫາຊາວໂຣຮີນຢາ ຍ້ອນວ່າ ກຸ່ມທະຫານຍັງມີອຳນາດ ທາງດ້ານ ຮັກສາຄວາມປອດພັຍ ໃນພະມ້າຫລາຍຢູ່ ເປັນຕົ້ນກັບກອງກຳລັງ ປະກອບອາວຸດຊົນກຸ່ມນ້ອຍ ບາງກຸ່ມຍັງ ຕໍ່ສູ້ກັບຣັຖບານຢູ່ຫນ່ວຍງານ ຊອກຫາຄວາມຈີງ ສະຫາປະຊາຊາດ ຈະສເນີບົດງານດັ່ງກ່າວ ຕໍ່ຄນະກັມມະທິການ ສິດທິມະນຸດ ສະຫະປະຊາຊາດ ໃນເດືອນກັນຍາ ປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.