ສາມຫຼ່ຽມຄຳ ເປີດໂຮງຮຽນ ໃຫ້ລູກຫຼານພະນັກງານ ສະເພາະ

ວັນທີ 20 ກັນຍາ ທີ່ຜ່ານມານີ້ ທ່ານ ຈ້າວ ເຫວີ່ຍ ປະທານສະພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ໄດ້ປະທານເປີດໂຮງຮຽນປະຖົມດອກງິ້ວຄໍາ ເຊິ່ງເປັນໂຮງຮຽນລະດັບຊັ້ນອະນຸບານ ຫາ ຊັ້ນປະຖົມສຶກສາ ທີ່ຕັ້ງຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ.

ນັກຮຽນຜູກຜ້າແດງຄ້ອງຄໍ ໃຫ້ແກ່ ທ່ານ ຈ້າວເຫວີ່ຍ, ປະທານສະພາບໍຣິຫານ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນພິທີເປີດໂຮງຮຽນປະຖົມ ດອກງິ້ວຄໍາ. ວັນທີ 20 ກັນຍາ 2023. ຂໍຂອບໃຈຮູບພາບຈາກເພຈ “ເຂດເສດຖະກິຈພິເສດ ສາມຫຼ່ຽມຄຳ”

ເມື່ອຕອນເຊົ້າຂອງວັນທີ 20 ກັນຍາ ທີ່ຜ່ານມານີ້ ທ່ານ ຈ້າວເຫວີ່ຍ ປະທານສະພາບໍຣິຫານ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເປັນປະທານພິທີ ເປີດສົກຮຽນແບບເປັນທາງການ ຂອງໂຮງຮຽນປະຖົມດອກງິ້ວຄໍາ ເຊິ່ງເປັນໂຮງຮຽນລະດັບຊັ້ນອະນຸບານ ຫາຊັ້ນປະຖົມສຶກສາ ທີ່ຕັ້ງຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ໂດຍກຸ່ມບໍຣິສັດດອກງິ້ວຄໍາ ເປັນຜູ້ລົງທຶນກໍ່ສ້າງ ເພື່ອສົ່ງເສີມດ້ານການສຶກສາ ໃຫ້ແກ່ລູກຫຼານຂອງພະນັກງານ ທີ່ເຮັດວຽກໃນເຂດແຫ່ງນີ້, ອີງຕາມການຣາຍງານ ຂອງຫ້ອງການເຜີຍແຜ່ຂໍ້ມູນຂ່າວສານ ສະພາບໍຣິຫານເຂດເສຖກິຈພິເສດສາມຫຼ່ຽມຄໍາ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງບໍ່ແກ້ວ ກ່າວວ່າ ສໍາລັບໂຮງຮຽນປະຖົມດອກງິ້ວຄໍາ ແມ່ນເປັນໂຮງຮຽນເອກກະຊົນ ທີ່ຂຶ້ນກັບສະພາບໍຣິຫານເຂດເສຖກິຈ ພິເສດສາມຫຼ່ຽມຄໍາໂດຍຕຣົງ, ໂດຍມີການໃຊ້ຫຼັກສູດ ການຮຽນການສອນຂອງລາວ ແຕ່ຈະເພີ່ມການສອນພາສາຈີນແບບພິເສດ ໃຫ້ແກ່ນັກຮຽນແຕ່ລະ ລະດັບຊັ້ນ.

ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ກັນຍາ ນີ້ວ່າ:

“ເພິ່ນເປີດໂຮງຮຽນເນາະ ດອກງິ້ວຄໍາເນາະ ຂຶ້ນກັບທາງພຸ້ນເລີຍ ສາມຫຼ່ຽມຄໍາເລີຍເນາະ ໂຮງຮຽນ ເປັນໂຮງຮຽນຂອງເອກກະຊົນເນາະ ພາສາຈີນນໍາເລີຍ ສອນພາສາຈີນເລີຍ ຫຼັກສູດກະແມ່ນ ຂອງກະຊວງສຶກສາເຮົານີ້ແຫຼະ ຄືວ່າຫຼາຍສົມຄວນເນາະ ນັກຮຽນເຂົາຫັ້ນ.”

ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາຄຣູສອນ ປະຈໍາໂຮງຮຽນດັ່ງກ່າວ ເພື່ອຖາມຣາຍລະອຽດເພີ່ມຕື່ມ ເປັນຕົ້ນວ່າ ມີເດັກນ້ອຍນັກຮຽນທັງໝົດຈັກຄົນ ແລະສອນວິຊາໃດແດ່ ແຕ່ກໍຍັງບໍ່ສາມາດຕິດຕໍ່ຫາຜູ້ໃດໄດ້.

ຢ່າງໃດກໍຕາມ ສໍາລັບເດັກນ້ອຍນັກຮຽນ ທີ່ຮຽນຢູ່ໂຮງຮຽນປະຖົມດອກງິ້ວຄໍາ ມີທັງສັນຊາຕລາວ, ຈີນ ແລະພະມ້າ ເຊິ່ງລ້ວນແຕ່ເປັນລູກຫຼານ ຂອງພະນັກງານ ແລະຄົນງານພາຍໃນເຂດດັ່ງກ່າວ ໂດຍໄດ້ຮັບສວັດດິການ ໃນການຮຽນຟຣີ ແລະບໍ່ຕ້ອງເສັຍຄ່າອຸປະກອນຕ່າງໆ.

ດັ່ງພະນັກງານ ຢູ່ເຂດເສຖກິຈພິເສຖສາມຫຼ່ຽມຄໍາ ທ່ານນຶ່ງ ກ່າວວ່າ:

“ເດັກນ້ອຍມາຮຽນນີ້ ສ່ວນຫຼາຍ ຢູ່ພາຍໃນເຂດບ້ານຫັ້ນແຫຼະ ທັງຄົນລາວ, ຄົນຈີນ, ພະມ້າ ສ່ວນຄ່າຮຽນຄ່າຫຍັງ ຟຣີ ບໍ່ມີເສັຍຄ່າຫຍັງເລີຍ ເພື່ອຄວາມສະດວກ ບໍ່ໃຫ້ໄປເຂົ້າບ່ອນໄກເດ້.”

ສ່ວນພະນັກງານຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ອີກນາງນຶ່ງ ກ່າວວ່າ ສໍາລັບພາສາ ທີ່ໃຊ້ໃນໂຮງຮຽນແຫ່ງນີ້ ປະກອບດ້ວຍ ພາສາລາວ, ພາສາຈີນ, ພາສາອັງກິດ ແລະພາສາພະມ້າ ເຊິ່ງນອກຈາກລູກຫຼານ ຂອງພະນັກງານພາຍໃນເຂດແລ້ວ ລູກຫຼານຂອງນັກທຸຣະກິຈ ທີ່ມາລົງທຶນ ຫຼືເຮັດທຸຣະກິຈ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ກໍສາມາດສົ່ງລູກຫຼານເຂົ້າຮຽນໄດ້ເຊັ່ນກັນ.

ດັ່ງຍານາງ ກ່າວວ່າ:

“ມີພາສາຈີນ ແລ້ວກໍ ພາສາພະມ້າເນາະ ແລ້ວກະພາສາອັງກິດ ສ່ວນຫຼາຍ ຈະເປັນລູກຫຼານພະນັກງານເນາະ ແລ້ວກໍຈະເປັນລູກຫຼານນັກລົງທຶນ ມີໂຮງຮຽນປະຖົມ ແລ້ວກໍໂຮງຮຽນອະນຸບານເນາະ ຖ້າວ່າ ຫາກເປັນລູກຫຼານພະນັກງານ ມີບັດໃບມາຢັ້ງຢືນໃຫ້ເພິ່ນເນາະ ແລ້ວກະຈະເອົາແຕ່ປຶ້ມສັມມະໂນຄົວ ແລ້ວກະປວັດຂອງນັກຮຽນເນາະ.”

ທາງດ້ານບັນດາຜູ້ປົກຄອງ ທີ່ຢູ່ໃນເຂດເມືອງຕົ້ນເຜິ້ງ ແລະເມືອງອື່ນໆ ໃນແຂວງບໍ່ແກ້ວ ທີ່ບໍ່ແມ່ນ ຜູ້ທີ່ເຮັດວຽກຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ບໍ່ສາມາດສົ່ງລູກຫຼານຂອງໂຕເອງ ເຂົ້າໄປຮຽນ ດັ່ງກ່າວ ເນື່ອງຈາກເປັນໂຮງຮຽນ ທີ່ອໍານວຍຄວາມສະດວກ ໃຫ້ແກ່ຜູ້ທີ່ເຮັດວຽກຢູ່ພາຍໃນເຂດດັ່ງກ່າວເທົ່ານັ້ນ, ດັ່ງຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ກ່າວວ່າ:

“ເນັ້ນແຕ່ລູກພະນັກງານຢູ່ໃນຫັ້ນ ເພິ່ນຮັບນ່າ ທາງເຮົາພີ້ບໍ່ເມືອ ແລະອໍານວຍຄວາມສະດວກ ລູກຫຼານທີ່ທໍາງານຢູ່ໃນຫັ້ນ ເພິ່ນຮຽນຟຣີ ບໍ່ໄດ້ເສັຍຄ່າເທີມນ່າ.”

ນອກຈາກໂຮງຮຽນປະຖົມດອກງິ້ວຄໍາແລ້ວ ປັດຈຸບັນ ໂຮງຮຽນອີກຫຼາຍແຫ່ງ ໃນແຂວງບໍ່ແກ້ວ ກໍມີການເພີ່ມຫຼັກສູດພາສາຈີນ ເຂົ້າໃນການຮຽນການສອນ ເນື່ອງຈາກວ່າ ນັກທຸຣະກິຈຂອງຈີນ ເຂົ້າມາລົງທຶນຢູ່ແຂວງບໍ່ແກ້ວ ແລະໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ຫຼາຍຂຶ້ນເລື້ອຍໆ ດັ່ງນັ້ນ ໂຮງຮຽນຫຼາຍແຫ່ງ ຈໍາເປັນຕ້ອງໄດ້ເພີ່ມການສອນພາສາຈີນ ໃຫ້ແກ່ເດັກນ້ອຍນັກຮຽນ ເພື່ອເຮັດໃຫ້ມີຄວາມຮູ້ພື້ນຖານ ດ້ານພາສາຈີນ.

ດັ່ງຄຣູສອນປະຈໍາ ໂຮງຮຽນແຫ່ງນຶ່ງ ຢູ່ແຂວງບໍ່ແກ້ວ ກ່າວວ່າ:

“ກໍເອົາເຂົ້າເປັນວິຊາເສີມ ສ່ວນຫຼາຍໂຮງຮຽນໃດ ທີ່ມີພາສາຈີນ ຜູ້ປົກຄອງກໍຈະເອົາລູກໄປຮຽນ ເພາະຖືວ່າ ເປັນພາສາທີ່ ມີຄວາມຕ້ອງການໃຊ້ງານຫຼາຍ.”

ປັດຈຸບັນ ຢູ່ໂຮງຮຽນປະຖົມດອກງິ້ວຄໍາ ມີຄຣູສອນຫຼາຍກວ່າ 20 ຄົນ ທັງຄຣູຊາວລາວ, ຄຣູຊາວຈີນ ແລະຄຣູຊາວພະມ້າ ແລະພາຍໃນໂຮງຮຽນ ກໍມີອາຄານຫຼາຍແຫ່ງ ເຊິ່ງປະກອບດ້ວຍອາຄານຮຽນ, ອາຄານຫ້ອງການ, ສນາມກິລາ, ຫໍສະມຸດ, ຫ້ອງດົນຕຣີ, ຫ້ອງຄອມພິວເຕີ້, ຫ້ອງສະຕູດິໂອ, ຮ້ານອາຫານ, ໂຮງອາຫານ ແລະອື່ນໆ, ອີງຕາມຂໍ້ມູນຈາກສະພາບໍຣິຫານ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ.

ແຕ່ເຖິງຢ່າງໃດກໍຕາມ ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ໃນລາວ ຈໍານວນຫຼາຍ ກໍໄດ້ສະແດງຄວາມເປັນຫ່ວງ ຕໍ່ການເປີດໂຮງຮຽນ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເປັນຕົ້ນວ່າ ໄດ້ເຮັດໃຫ້ເຂດດັ່ງກ່າວ ໄດ້ກາຍເປັນເມືອງຈີນແບບເຕັມໂຕແລ້ວ ແລະ ທ່ານ ຈ້າວເຫວີ່ຍ ກໍມີອໍານາດໃນລາວຫຼາຍຂຶ້ນ ຈົນສາມາດເປີດໂຮງຮຽນຂຶ້ນເອງໄດ້ ແຕ່ກໍມີຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ອີກຈໍານວນນຶ່ງ ທີ່ເຫັນດີຕໍ່ການເປີດໂຮງຮຽນດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org