ນັກຮຽນດີໃຈໄດ້ເຂົ້າຮຽນ ພໍ່ແມ່ ກັງວົນ

ສິດນີ
2020.05.19
F-Students ນັກຮຽນພາກັນລຽນແຖວ ເຂົ້າກວດອຸນຫະພູມຮ່າງກາຍ ກ່ອນເຂົ້າຫ້ອງຮຽນ ຢູ່ ໂຮງຮຽນ ມ ສ ປາກແບງ ແຂວງອຸດົມໄຊ
ນັກຂ່າວພົລເມືອງ

ນັກຮຽນຊັ້ນມັທຍົມສຶກສາ ປີທີ 4 ຢູ່ ແຂວງວຽງຈັນໄດ້ເລົ່າຄວາມຮູ້ສຶກ ໃຫ້ຜູ້ປົກຄອງໂຕເອງຟັງວ່າ ຮູ້ສຶກມ່ວນຊື່ນ ແລະດີໃຈທີ່ໄດ້ພົບພໍ້ ຫມູ່ເພື່ອນແລະຄຣູ ໃນການສືບຕໍ່ການຮຽນ ແລະບົດຮຽນໃຫມ່ເພື່ອເສັງ ຈົບຊັ້ນຮຽນປີສຸດທ້າຍ ພາຍຫລັງທີ່ພັກຮຽນ ມາເກືອບສອງເດືອນ ແລ້ວ ແຕ່ຜູ້ປົກຄອງນັກຮຽນ ຍັງກັງວົນກ່ຽວກັບການແຜ່ຣະບາດ ຂອງໂຣຄໂຄວິດ-19 ຢູ່ ຍ້ອນເປັນພຍາດທີ່ຕາບໍ່ເຫັນ ຈື່ງຕ້ອງໃສ່ຜ້າ ອັດປາກອັດດັງ ແລະ ຖືແຈວລ້າງມື ຂອງໃຜລາວຕິດໂຕສເມີ, ຕາມຄຳເວົ້າຂອງຜູ້ປົກຄອງນັກຮຽນ ຊັ້ນທັມຍົມສຶກສາ ປີທີິ 4 ທ່ານນຶ່ງ ໃນມື້ວັນທີ 19 ພຶສພາ ນີ້ວ່າ:

“ຂະເຈົ້າມ່ວນ ຂະເຈົ້າກະດີໃຈທີ່ວ່າ ຫລັງຈາກທີ່ພັກໂຮງຮຽນດົນ ຂະເຈ້ົາກໍຊີ່ໄດ້ກັບມາສືບຕໍ່ບົດຮຽນຄືນໃຫມ່ ແລະກະຊີ່ໄດ້ພໍ້ຫມູ່ແນ່ນອນ ກະມີຄວາມກັງວົນຢູ່ແລ້ວ ເພາະວ່າພຍາດນີ້ມັນແນມບໍ່ເຫັນ ມີແຕ່ວ່າຂະເຈົ້າຊີ່ໄດ້ເພີ້ມ ຄວາມຣະມັດຣະວັງ ລະກະປ້ອງກັນໂຕເອງ.”

ເຈົ້າຫນ້າທີ່ຢູ່ໂຮງຮຽນມັທຍົມສຶກສາ ຢູ່ແຂວງວຽງຈັນ ກ່າວວ່າ ທາງໂຮງຮຽນມີມາຕການ ປ້ອງກັນການແຜ່ຣະບາດຂອງໂຣຄໂຄວິດ-19 ຢ່າງເຄັ່ງຄັດ ເປັນຕົ້ນກ່ອນເປີດຮຽນ ໄດ້ຈ້າງບໍຣິສັດເອກຊົນ ມາສີດຢາ ຂ້າເຊື້ອ ຕາມຕຶກແລະຫ້ອງຮຽນ ມີອ່າງລ້າງມືພ້ອມສະບູປະໄວ້ຢູ່ ຫນ້າຫ້ອງຮຽນ ເພື່ອໃຫ້ນັກຮຽນລ້າງມື ກ່ອນເຂົ້າຫ້ອງຮຽນ ມີແຈວລ້າງມືໃວ້ໃນຫ້ອງນ້ຳ ແລະ ມີຄຳແນະນຳວິທີການປ້ອງກັນ ເຊື້ອໂຣຄ ໂຄວິດ-19 ຕິດຕາມເສົາທາງຍ່າງ ການຈັດຫ້ອງຮຽນແບບໃຫ້ນັ່ງຫ່າງກັນ ແຕ່ລະຫ້ອງຕ້ອງບັນຈຸນັກຮຽນ ພຽງແຕ່ 20 ຄົນ ຫລຸດຈາກເດີມ 40 ຄົນ:

“ຍ້າຍຫ້ອງນັກຮຽນແມ່ນຫ້ອງນື່ງ ເຮົາຈະແບ່ງອອກເປັນສອງຫ້ອງ ເພື່ອໃຫ່້ນັກຮຽນຫ່າງກັນ ແຕ່ລະຕຶືກຢູ່ໂຮງຮຽນ ມັນກະຈະມີອ່າງລ້າງມື ມີແຈວລ້າງມື ມີສະບູໃຫ້ນັກຮຽນ ອອກຫ້ອງແລ້ວກະລ້າງມື ແລະ ເຈົ້ຽແຜນການແນະນຳການທຳຄວາມສະອາດ.”

ຜູ້ປົກຄອງນັກຮຽນຊັ້ນມັທຍົມສຶກສາ ປີທີ 4 ຢູ່ເມືອງວິຣະບູຣີ ແຂວງສວັນນະເຂດ ກ່າວວ່າ ໂຕເອງດີໃຈທີ່ລູກໄດ້ໄປຮຽນ ເພື່ອເສັງຈົບຊັ້ນ ແຕ່ກໍຍັງກັງວົນ ກັບການແຜ່ຣະບາດຂອງໂຣຄໂຄວິດ-19 ຍ້ອນແຂວງ ສວັນນະເຂດ ມີຄົນງານລາວ ໄປເຮັດວຽກຢູ່ໄທ ແລ້ວມາກັກໂຕ ຢູ່ສູນກັງກັນ ຕາມໂຮງຮຽນຕ່າງໆ ຢ່າງຫລວງຫລາຍ ຫລັງຈາກກັບບ້ານ ຈື່ງບອກໃຫ້ລູກຣະວັງໂຕເອງ ໃຫ້ຫລີກລຽງຈາກກຸ່ມທີ່ສ່ຽງ ແລະ ໃສ່ຜ້າອັດປາກດັງທຸກຄົ້ງຢູ່ໃນໂຮງຮຽນ:

“ແມ່ນຂະເຈົ້າກໍຟັງເຮົາກໍສອນວ່າ ເອີ່ ຕ້ອງຈັ່ງຈີ້ ເດີ ຕ້ອງຫລີກລຽງຜູ້ທີ່ເປັນຈັ່ງຊີ້ ກະພວກທີີ່ມັກໄປຕ່າງປະເທດ ແລະຜູ້ທີ່ໃກ້ຊີດກັບຄົນ ທີ່ມາຈາກຕ່າງປະເທດ ອອກນອກເຮືອນແລ້ວຕ້ອງໃສ່ຜ້າອັດປາກ."

ເຈົ້າຫນ້າທີ່ຄະນະສະເພາະກິດ ຢູ່ເມືອງວິລະບູຣີ ແຂວງສວັນນະເຂດ ກ່າວວ່າປັດຈຸບັນຄົນງານລາວ ທີ່ມາຈາກໄທບໍ່ມີແລ້ວແຕ່ທາງເມືອງ ຍັງສືບຕໍ່ການເຝົ້າຣະວັງ ການແຜ່ຣະບາດຂອງເຊື້ອໂຣຄໂຄວິດ-19 ຢູ່ ເປັນຕົ້ນ ໄດ້ເອົາຫ້ອງຮຽນລ້ຽງເດັກນ້ອຍ ແລະໂຮງຮຽນອະນຸບານ ພາຍໃນເມືອງໃຊ້ເປັນສູນກາງ ກັກກັນຄົນງານລາວ ກຸ່ມທີ່ມາໃຫມ່ຍ້ອນຂັ້ນເທີງ ໄດ້ປິດໂຮງຮຽນດັ່ງກ່າວ ແລ້ວຈົນຫມົດປີນີ້.

ສ່ວນໂຮງຮຽນປະຖົມແລະມັທຍົມ ໃນເມືອງ ທີ່ເຄີຍໃຊ້ເປັນສູນກັກໂຕຄົນງານລາວ ໄດ້ປິດຢ່າງເປັນທາງການແຕ່ວັນທີ 30 ເມສາ ຜ່ານມາ ແລ້ວທາງການໄດ້ ສີດຢາຂ້າເຊື້ອບໍ່ຄໍ່າກວ່າ 2 ຄັ້ງກ່ອນເປີດໂຮງຮຽນ ໃຫມ່ໃນມື້ວັນທີ 18 ພຶສພາ ອີກທັງໄດ້ແຈ້ງການໃຫ້ໂຮງຮຽນ ໃນ ເມືອງທຸກແຫ່ງ ແນະນຳນັກຮຽນປ້ອງກັນໂຕເອງ ຈາກເຊື້ອໂຄວິດ-19 ດ້ວຍການໃສ່ຜ້າປິດປາກປິດດັງ ແລະ ລ້າງມືດ້ວຍເຈວ ຫລັງຈາກ ສຳພັດສິ່ງຂອງ ແລະຫມູ່ເພື່ອນ:

“ວັນທີ 30 ເດືອນ 4 ຢູ່ຂັ້ນເມືອງໄດ້ປິດສູນພວກເຮົາໄດເສີດຢາແລ້ວ ຜ່ານໄປອີກສອງມື້ ພວກເຮົາກໍໄດ້ສືບຕໍ່ສີດຄືນອີກ ບ່ອນທາງຄົນຍ່າງ ບ່ອນລະບຽງ ຝາເຮືອນ ຣົດອີ່ຫຍັງຕ່າງໆ ບ່ອນສຳຄັນ ລະພວກເຮົາ ໄດ້ສີດຫມົດ.”

ຜູ້ປົກຄອງນັກຮຽນຊັ້ນປະຖົມ ສຶກສາປີທີ 5 ຢູ່ແຂວງໄຊຍະບູຣີ ກ່າວວ່າໂຕເອງບໍ່ກັງວົນໃຈ ທີ່ລູກຈະຕິດເຊື້ອໂຄວິດ-19 ຍ້ອນວ່າ ໄວ້ວາງ ໃຈໃນມາຕການ ການເຝົ້າຣະວັງ ຂອງໂຮງຮຽນ ແລະ ໄດ້ສອນລູກ ໃຫ້ຣະມັດຣະວັງເປັນພິເສດ:

“ເຂົາກະເຂົ້າຢູ່ບ້ານເຮົານີ້ ມໍ່ໆຢູ່ບ້ານເຮົານີ້ ບໍ່ເປັນຫຍັງດອກ ກະບໍໄດ້ອອກໄປໄກຫຍັງຫລາຍ ຄືເຂົາເປີດໃຫມ່ໆ ເຂົາກະກວດຕັ້ງແຕ່ ປະຕູພີ້ເດ ເຫັນຢູ່ໂຮງຮຽນ ເຂົາເປີດມື້ວານນີ້ ແລ້ວກະເຫັນເຂົາລ້າງມື."

ເຈົ້າຫນ້າທີ່ໂຮງຮຽນປະຖົມສຶກສາ ແຂວງໄຊຍະບູຣີ ເວົ້າວ່າທາງໂຮງຮຽນມີມາຕການເຝົ້າຣະວັງ ການແຜ່ຣະບາດຂອງໂຣຄໂຄວິດ-19 ຢ່າງເຄັ່ງຄັດ ທຸກເຊົ້ານາຍຄຣູ ຈະວັດແທກອຸ່ນນະພູມ ຮ່າງກາຍ ຂອງ ນັກຮຽນກ່ອນຈະເຂົ້າຫ້ອງ ມີແຈວລ້າງມືຕາມຈຸດຕ່າງໆ ຈັດໂຕະ ກິນເຂົ້າໃນຫ້ອງອາຫານ ແຕ່ລະໂຕະນັ່ງກິນໄດ້ສອງຄົນ ຈາກເດີມ 4-5 ຄົນ ແລະ ຕັ່ງຮຽນໃນຫ້ອງຮຽນ ຕ້ອງຫ່າງກັນ ຢ່າງນ້ອຍ ນຶ່ງ ແມັດ

“ຢູ່ໃນຫ້ອງນຳ້ມີນ້ຳຢາ ມີສະບູຂ້າເຊື້ອ ກ່ອນຈະເຂົ້າມາຫ້ອງຮຽນ ເຂົາກະຊີ່ມີແທກອຸນນະພູມ ແລ້່ວກ່ອນເຂົ້າມາໃນອາຄານກໍຕ້ອງລ້າງມື ອີກເນາະຈຶ່ງເຂົ້າມາຫ້ອງຮຽນ ລະການກິນອາຫານເນາະ ການກິນ ອາຫານກໍຄືກັນໂຕະນັ່ງ ເຮົາມີກິນແຕ່ສອງຄົນທໍ່ນັ້ນ.”

ເຖີງຢ່າງໃດກໍຕາມ ອິງຕາມຄຳເວົ້າຂອງເຈົ້າຫນ້າທີ່ ຄະນະສະເພາະກິດ ເມືອງວິລະບູຣີ ທ່ານດຽວກັນນີ້ແມ່ນວ່າ ໃນມື້ວັນທີ 18 ພຶສພາ ທາງການໄດ້ມີການເປີດການຮຽນ ການສອນ ນັກຮຽນຊັ້ນປີສຸດທ້າຍ ກ່ອນ ຖ້າບໍ່ພົບບັນຫາ ທາງການຈະອອກແຈ້ງການ ໃຫ້ສືບຕໍ່ເປີດ ການຮຽນ-ການສອນ ຊັ້ນອື່ນໆ ໃນເດືອນ ມິຖຸນາ ປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.