ຂ.ໄຊສົມບູນອົບຮົມຊາວບ້ານ

ໄມຊູລີ
2016.05.17
 F-Xaysomboun ແຂວງໄຊສົມບູນ ສປປ ລາວ
Wikipedia

ປັຈຈຸບັນ ເຈົ້າໜ້າທີ່ ທາງການລາວ ຫຼາຍພາກສ່ວນ ພວມເລັ່ງ ການສຶກສາ ອົບຮົມ ໃຫ້ ປະຊາຊົນ ໃນ ແຂວງ ໄຊສົມບຸນ ຢ່າງ ເອົາໃຈໃສ່ ເພື່ອໃຫ້ ປະຊາຊົນ ເຂົ້າໃຈເຖິງ ບົດບາດ ຂອງ ພັກ-ຣັຖ ແລະ ໃຫ້ຊາວບ້ານ ຣະມັດ ຣະວັງ ໂດຍເນັ້ນໃສ່ ປະຊາຊົນ ເຂດຫ່າງໄກ ສອກຫລີກ ເພາະ ຢ້ານວ່າ ພວກເຂົາເຈົ້າ ຈະຖືກ ກຸ່ມກໍ່ກວນ ວຸ້ນວາຍ ມາຍຸຍົງ ໃຫ້ເຂົ້າຮ່ວມ ຂະບວນ ນໍາກັນ. ດັ່ງ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ທ່ານນຶ່ງກ່າວ ໃນວັນທີ່ 16 ພຶສພາ ນີ້ວ່າ:

“ປະຊາຊົນ ທີ່ ເຂົາເຈົ້າພາກັນ ສຶກສາອົບຮົມ ຈໍານວນ ຫຼວງຫຼາຍນັ້ນ ກໍພໍເຂົ້າຢູ່ ແຕ່ສໍາຄັນ ສໍາແມ່ນ ປະຊາຊົນ ຈໍານວນນຶ່ງ  ທີ່ຢູ່ຫ່າງໄກ ຊອກຫລີກ ທາງການ  ຕ້ອງໄດ້ ສົ່ງ ພະນັກງານ ເຖິງທີ່  ເພື່ອໃຫ້ການ ສຶກສາ ອົບຮົມ ບໍ່ ຢ່າງເຖິງຖອງ ເພາະ ກຸ່ມຄົນບໍ່ດີ ມັກຊັກຈູງ ພວກກຸ່ມນີ້ ຢູ່ແລ້ວ”.

ທ່ານກ່າວວ່າ ມາຮອດ ປັຈຈຸບັນນີ້ ປະຊາຊົນ ໃນແຂວງ ໄຊສົມບຸນ ໂດຍສະເພາະ ບັນດາເຜົ່າ ຍັງບໍ່ຮູ້ຈັກ ຣະບົບ ການເມືອງ ຂອງ ທາງການລາວ ໄດ້ດີພໍ ຫຼາຍຄົນ ຮອດ ບໍ່ຮູ້ວ່າ ແມ່ນໃຜ ເປັນປະທານ ປະເທດ ໃຜເປັນ ນາຍົກ ຣັຖມົນຕຣີ ເພາະ ພວກເຂົາ ບໍ່ເຄີຍ  ຮັບຂ່າວສານ ໃດໆເລີຍ ຈາກທາງການ. ສະນັ້ນ ຖ້າບໍ່ ເອົາໃຈໃສ່ ໃນດ້ານນີ້ ພວກກໍ່ກວນ ອາດໃຊ້ ປະຊາຊົນ ເປັນເຄື່ອງ ກໍ່ເປັນໄດ້.

ທ່ານວ່າ ບໍ່ດົນມານີ້ ເຈົ້າໜ້າທີ່ ແຂວງ ໄຊສົມບຸນ ກໍຈັບກຸ່ມ ກໍ່ກວນໄດ້  22 ຄົນ ຊຶ່ງເປັນຜູ້ ຕ້ອງສົງສັຍ ໃນຄະດີ ກໍ່ຄວາມບໍ່ສງົບ ແຕ່ຫລັງຈາກ ສຶບສວນ ສອບສວນ ແລ້ວ ກໍບໍ່ມີ ຫລັກຖານ ພຽງພໍ ກໍໃຫ້ການ ອົບຮົມ ແລ້ວກໍປ່ອຍໄປ ສໍາລັບຜູ້ ມີຄວາມຜິດ ແທ້ ກໍຖືກສົ່ງ ໄປດໍາເນີນ ຄະດີ ຕາມກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.