ແມ່ຍິງຊົນນະບົດ ບໍ່ຮູ້ສິດ ຕົນເອງ
2020.07.17

ແມ່ຍິງລາວ ເປັນຕົ້ນຢູ່ ຕາມຊົນນະບົດ ຈໍານວນບໍ່ໜ້ອຍ ຍັງຖືກກົດຂີ່ຂົ່ມເຫັງ ພາຍໃນຄອບຄົວຢູ່ ຍ້ອນ ບໍ່ຮູ້ສິດທິຂອງຕົນ ດັ່ງທີ່ກົດໝາຍ ກໍານົດໄວ້ ເຊັ່ນກົດໝາຍວ່າດ້ວຍ ການພັທນາ ແລະປົກປ້ອງແມ່ຍິງ ແລະກົດໝາຍວ່າດ້ວຍ ຄວາມສເມີພາບຣະຫວ່າງ ຍິງ-ຊາຍ.
ແລະກົດໝາຍດັ່ງກ່າວ ກໍຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເກີດຜົລເປັນຈິງ ໄດ້ເທົ່າທີ່ຄວນ ຊຶ່ງສ່ວນນຶ່ງ ຮວມທັງຊົນເຜົ່າ ຍັງຍຶດຖືຮີດ ຄອງປະເພນີດັ້ງເດີມ ທີ່ສືບທອດຕໍ່ໆກັນມາ ໂດຍຖືຜູ້ຊາຍເປັນໃຫຍ່ ກວ່າແມ່ຍິງ; ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງລາວ ນະຄອນຫລວງ ວຽງຈັນ ນາງນຶ່ງເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ກໍຣະກະ ດານີ້ວ່າ:
"ກະເວົ້າໄດ້ຢູ່ຄວາມສເມີພາບ ຣະຫວ່າງຍິງ-ຊາຍ ດຽວນີ້ເທົ່າທຽມກັນ ແຕ່ວ່າມາເບິ່ງຕາມ ປະຕິບັດໂຕຈິງແລ້ວຫັ້ນ ຍັງບໍ່ທັນປະຕິບັດໄດ້ ເທົ່າກັບຜູ້ຊາຍ ຢູ່ທາງເຂດນອກ ຈັ່ງຊີ້ໂຕແມ່ຍິງ ເອງກະບໍ່ຮູ້ວ່າໂຕເອງວ່າ ມີສິດຫຍັງແດ່ ບໍ່ຮູ້ຂໍ້ມູນຂ່າວສານ ຫລືວ່າກົດໝາຍ ຖ້າວ່າເປັນ ຊົນເຜົ່າເຂົາເຈົ້າ ກະເຊື່ອຖືຕາມຮີດຄອງປະເພນີ ທີ່ໄດ້ປະຕິບັດກັນມາ.”
ນາງກ່າວຕື່ມວ່າ ສາເຫດທີ່ແມ່ຍິງຢູ່ເຂດຊົນນະບົດ ບໍ່ໄດ້ຮັບຂໍ້ມູນຂ່າວສານ ແລະບໍ່ຮູ້ກົດໝາຍຄຸ້ມຄອງ ຕົນນັ້ນ ແມ່ນເປັນຍ້ອນພວກເຂົາເຈົ້າ ບໍ່ໄດ້ຮັບການສຶກສາ ເທົ່າທີ່ຄວນ ແລະການ ໄປໂຄສະນາກໍຍັງບໍ່ທົ່ວເຖິງ ຍ້ອນບໍ່ມີງົບປະມານ.
ແຕ່ກ່ອນ ຢູ່ເຂດນະຄອນຫຼວງບາງແຫ່ງ ແມ່ຍິງສ່ວນນຶ່ງ ກໍບໍ່ຮູ້ເຣຶ່ອງສິດສເມີພາບ ຣະຫວ່າງຍິງ-ຊາຍ, ສ່ວນໃຫຍ່ຈະຮູ້ແຕ່ ແຕ່ງດອງແລ້ວ ກໍເປັນແມ່ເຮືອນ ລ້ຽງລູກ ເຖິງຜູ້ເປັນຜົວ ນອກໃຈ ກໍຕ້ອງໄດ້ອົດທົນເອົາ ບໍ່ສາມາດຕັດສິນໃຈຫຍັງໄດ້, ແຕ່ປັດຈຸບັນຮູ້ສິດ ຂອງຕົນຫຼາຍຂຶ້ນ:
”ຢູ່ໃນເມືອງມັນຂຶ້ນຢູ່ຕາມແຕ່ລະທ້ອງຖິ່ນນໍ ແຕ່ກ່ອນຫັ້ນກະບໍ່ຮູ້ສິດຫຼາຍ ສົມມຸດວ່າຜູ້ຊາຍແຕ່ງໄປແລ້ວ ສຸດແລ້ວແຕ່ເປັນແມ່ຢ້າວແມ່ເຮືອ ສອນໃຫ້ອົດໃຫ້ທົນ ຖ້າວ່າຂໍ້ມູນເຂົ້າເຖິງ ເຂົາເຈົ້າກະຮັບຮູ້ ສິດຕົນເອງຫລາຍຂຶ້ນ ແລ້ວກະເຮັດໃຫ້ແມ່ຍິງ ເລີ້ມມີສິດມີສຽງ ພວກຜູ້ຊາຍ ຈະບໍ່ມີສິດລະເມີດ ທາງດ້ານຮ່າງກາຍ ທາງດ້ານຈິດໃຈ ທາງດ້ານຕ່າງໆ.”
ໃນຂນະດຽວກັນ ແມ່ຍິງນາງນຶ່ງກໍເວົ້າວ່າ ແມ່ຍິງຢູ່ຕາມເຂດຊົນນະບົດ ສ່ວນໃຫຍ່ຈະຖືກຜູ້ຊາຍ ເອົາປຽບໃນຄອບຄົວ ໂດຍທີ່ແມ່ຍິງຈະ ເຮັດວຽກ ຫລາຍກວ່າຜູ້ຊາຍ ຮວມທັງການລ້ຽງ ລູກ ແລະວຽກອື່ນໆ ກໍບໍ່ໄດ້ຊ່ອຍແມ່ຍິງຫລາຍເທົ່າທີ່ຄວນ, ມັກໄປຫລິ້ນໄປທ່ຽວ ຊຶ່ງ ທາງການ ກໍບໍ່ໄດ້ໄປໂຄສະນາ ໃຫ້ຄວາມຮູ້ ກ່ຽວກັບສິດ ຄຸ້ມຄອງແມ່ຍິງ ດັ່ງທີ່ນາງກ່າວວ່າ:
"ກະແມ່ນບໍ່ໄດ້ຮັບການຝຶກອົບຮົມ ກະບໍ່ໄດ້ມີທິມງານຝຶກອົບຮົມ ກະຢູ່ໄປກິນໄປ ບໍ່ໄດ້ຮູ້ວ່າສິດ ແລະປົກປ້ອງ ແລະແມ່ຍິງເປັນແນວໃດ ກະເອົາປຽບແມ່ຍິງ ສ່ວນຫລາຍຈະເປັນເຣຶ່ອງ ຄອບຄົວ ໄປເຫລັ້ນໄປທ່ຽວ ບໍ່ເຂົ້າໃຈໃນໜ້າທີ່ ແມ່ຍິງເຮົາຈະເຮັດວຽກ ຫລາຍກວ່າ ແມ່ຍິງເຮົາມັນຄອນແຄນນໍ ແບບມີຄອບມີຄົວນໍ.”
ແມ່ຍິງລາວອີກນາງນຶ່ງ ກໍເວົ້າວ່າ ຕົນເອງກໍບໍ່ໄດ້ຮູ້ກົດໝາຍ ຄຸ້ມຄອງແມ່ຍິງເທົ່າທີ່ຄວນ, ເຫັນມີບາງຄອບຄົວ ຜູ້ຊາຍເອົາປຽບແມ່ຍິງ, ບາງ ເທື່ອກໍທໍາຮ້າຍ ຮ່າງກາຍ ແຕ່ແມ່ຍິງ ກໍບໍ່ໄດ້ເອົາຄວາມ ອົດທົົນເອົາ ຍ້ອນຮັກ ແລະທໍາຕາມຮີດຄອງປະເພນີ ທີ່ສືບທອດກັນມາ:
”ຢູ່ບ້ານນອກນີ້ມັນບໍ່ມີກົດຣະບຽບ ກົດໝາຍດອກ ສ່ວນໃຫຍ່ຫັ້ນ ຜົວບາງຄົົນ ກໍມີແຕ່ເມັຍຫາໃຫ້ກິນເອງ ຜົວມີແຕ່ເລາະເຫລັ້ນ ພັດຢາກໄດ້ ເງິນຢາກໄດ້ຄໍາ ເຂົາມາຕີເອົາ ເປັນແນວນັ້ນ ເຂດນອກ ເຣຶ່ອງສາວບໍ່ປານໃດ ບາງຄົນກະແລ້ວໄປ ຜູ້ຊາຍກະເອົາປຽບຫັ້ນແຫຼະ ຫາກວ່າ ກໍຊິແມ່ນຮັກເຂົາຫລາຍ ປະບໍ່ໄດ້ໄປບໍ່ໄດ້.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ສະຫະພັນແມ່ຍິງລາວ ແຂວງຈໍາປາສັກ ເວົ້າວ່າປັດຈຸບັນ ແມ່ຍິງໃນເມືອງ ແລະຕາມທ້ອງຖິ່ນຮູ້ຈັກບົດບາດ ແລະສິດ ຂອງຕົນຫລາຍ ຂື້ນກວ່າແຕ່ກ່ອນ ແລະໄດ້ ເປັນນາຍບ້ານ, ສະມາຊິກສະພາ, ເປັນເຈົ້າໜ້າທີ່ຂັ້ນເມືອງ ຂັ້ນແຂວງ ກໍມີ. ແຕ່ກໍຍັງມີແມ່ຍິງ ຈໍານວນນຶ່ງຍັງຖືກຜົວຕົບຕີ ແລະໄກ່ເກັ່ຍກັນແລ້ວກໍແລ້ວໄປ ບໍ່ເອົາເຣຶ່ອງ ແລະບໍ່ກ້າ ຣາຍງານໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຮູ້ ດັ່ງທີ່ນາງກ່າວວ່າ:
”ໂຕນີ້ນໍ ກໍມີສ່ວນໜ້ອຍໆ ແຕ່ວ່າບາງບ້ານກໍບໍ່ໄດ້ ຂຶ້ນມາປຶກສາ ເພາະວ່າເຂົາເຈົ້າໄກ່ເກັ່ຍກັນ ຢູ່ຂັ້ນຄອບຄົວ ຂັ້ນບ້ານກະແລ້ວ ບໍ່ຮອດ ຂັ້ນແຂວງ”
ສໍາລັບຢູ່ແຂວງຫລວງພຣະບາງ ເຈົ້າໜ້າທີ່ສະຫະພັນແມ່ຍິງລາວ ຢູ່ແຂວງນີ້ ເວົ້າວ່າສ່ວນໃຫຍ່ ແມ່ຍິງຢູ່ເຂດຊົນນະບົດ ບໍ່ຮູ້ກົດໝາຍ ຄຸ້ມຄອງແມ່ຍິງ ຍ້ອນການສຶກສາ ຍັງບໍ່ໄດ້ເປີດ ກວ້າງ ເຣຶ່ອງສິດທິ ຂອງແມ່ຍິງ ແລະການລົງໂຄສະນາຂອງ ເຈົ້າໜ້າທີ່ ກໍໄປບໍ່ທົ່ວເຖິງ ບໍ່ເຖິງເຂດຮ່າງໄກ:
”ສ່ວນຫລາຍຢູ່ເຂດຊົນນະບົດ ສອກຫລີກນີ້ ການສຶກສາເຮົາຍັງບໍ່ທັນໄດ້ ເປີດກວ້າງ ກະຍັງພົບຄວາມຫຍຸ້ງຍາກຢູ່ນໍ ທາງດ້ານການດໍາລົງ ຊີວິດ ບໍ່ໄດ້ມີແຜນວ່າພວກເຂົາ ຈະລົງໄປໂດຍ ກົງ ເພາະຊ່ວງນີ້ ກໍຊ່ວງໂຄວິດແດ່ຢູ່”
ແຕ່ກໍມີການເຮັດໃຫ້ແມ່ຍິງລາວ ຮູ້ເຖິງກົດໝາຍຄຸ້ມຄອງ ແມ່ຍິງຫລາຍຂຶ້ນ, ເຮັດໃຫ້ມີຄວາມ ສເມີພາບກັບຜູ້ຊາຍ ຫລາຍຂຶ້ນ. ໃນປັດຈຸບັນ ແມ່ຍິງລາວ ມີບົດບາດ ແລະຄວາມສເມີພາບ ກັບຜູ້ຊາຍຫລາຍຂຶ້ນ ແຕ່ກໍຍັງໜ້ອຍຢູ່ ເຊັ່ນວ່າ ໃນຈໍານວນສະມາຊິກ ສະພາແຫ່ງຊາດ 149 ຄົນ ມີແມ່ຍິງ 41 ຄົນ, ໃນກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ ມີ 11 ຄົນ ເປັນແມ່ຍິງພຽງຄົນດຽວ.