ກົດໝາຍປົກປ້ອງແມ່ຍິງ ແຕ່ຍັງ ຝືນ ປະເພນີ

ຈໍາປາທອງ
2019.02.14
ແມ່ຍິງລາວ ໃນເຂດພາກເໜືອ
RFA

ແມ່ຍິງລາວ, ຖືກປົກປ້ອງດ້ວຍກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ, ແຕ່ຍ້ອນ ວັທນະທັມລາວ ທີ່ສ້ຽມສອນໃຫ້ແມ່ຍິງ, ຕ້ອງເປັນຄົນອົດທົນ, ເຖິງວ່າຈະຖືກສາມີທຳຮ້າຍຮ່າງກາຍ, ແຕ່ກໍບໍ່ໄປຮ້ອງຟ້ອງ ໃຫ້ມີການ ດຳເນີນຄະດີຕາມກົດໝາຍ. ສ່ວນໃຫຍ່ແມ່ນໄກ່ເກັ່ຽກັນໃນຂັ້ນບ້ານກໍແລ້ວໄປ, ໜ້ອຍທີ່ສຸດຈະມີການຮ້ອງຟ້ອງໄປເຖິງສານ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ພາກປະຊາສັງຄົມ ທີ່ສົ່ງເສີມສິທທິແມ່ຍິງໃນລາວ ຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້:

“ກໍຣະນີຄວາມຮຸນແຮງ ລະຜູ້ທີ່ຟ້ອງມີຄວາມກ້າຫານພໍ, ຢາກເອົາເຣື້ອງໃຫ້ມັນເຖິງທີ່ສຸດ, ກະຄືວ່າຕ້ອງໄປຈົບຢູ່ທີ່ກົດໝາຍ. ຖ້າກໍຣະນີໃດ ທີ່ຜູ້ທີ່ຟ້ອງຫັ້ນບອກວ່າ ຂ້ອຍຢາກໃຫ້ມີແຕ່ມາໄກ່ເກັ່ຽ, ມາເຕືອນ ລະຂ້ອຍບໍ່ຢາກໃຫ້ຄອບຄົວຂ້ອຍແຕກແຍກ ມັນກະຈົບຢູ່ໃນທີ່ຮີດຄອງ ປະເພນີ.”

ຍານາງກ່າວວ່າ ໃນຣະຍະຫຼັງໆມານີ້ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍໃນລາວ ມີທ່າອ່ຽງຫຼຸດລົງ ຍ້ອນອົງການຈັດຕັ້ງພາກ ປະຊາສັງຄົມ ທີ່ໄດ້ຮັບການຊ່ອຍເຫຼືອຈາກຫຼາຍພາກສ່ວນ ໄດ້ມີໂຄງການເຜີຍແຜ່ກົດໝາຍດັ່ງກ່າວ ເຮັດໃຫ້ສັງຄົມ ມີຄວາມເຂົ້າໃຈດີຂຶ້ນ. ຍານາງກ່າວຕື່ມວ່າ ມີໂຄງການໄປເຜີຍແຜ່ກົດໝາຍນັ້ນຕາມຕົວເມືອງ ແລະບ້ານຕ່າງໆ, ແຕ່ກໍຍັງບໍ່ທັນທົ່ວເຖິງ ເຮັດໃຫ້ການປົກປ້ອງແມ່ຍິງ ແລະເດັກນ້ອຍ ຈາກການຕົກເປັນເຫຍື່ອຂອງຄວາມຮຸນແຮງ ຍັງຢູ່ໃນຂອບເຂດຈຳກັດ, ໂດຍສະເພາະໃນກຸ່ມຊົນເຜົ່າຢູ່ເຂດຫ່າງໄກ ທີ່ຍັງ ມີບັນຫາດ້ານພາສາ ແລະບໍ່ຮູ້ຊ່ອງທາງ ທີ່ຈະຮ້ອງທຸກ:

“ຊາວບ້ານຫຼາຍຄົນ ເຊັ່ນວ່າ ຊົນເຜົ່າ ທີ່ບໍ່ສາມາດສື່ສານເປັນພາສາລາວໄດ້ຫັ້ນນ່າ, ເຂົາບໍ່ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ເຂົາກະເລີຍບໍ່ໄດ້ຖືກ ປົກປ້ອງຫຼາຍ ເພາະວ່າພວກເຂົາບໍ່ຮູ້ຊິໂທໄປໃສ ໂທໄປກະເວົ້າພາສາລາວບໍ່ໄດ້ເດ.”

ກ່ອນໜ້ານີ້, ຍານາງ ບັນດິດ ປະທຸມວັນ ສະມາຊິກສະພາແຫ່ງຊາຕ ຈາກແຂວງຄຳມ່ວນ ກໍໄດ້ກ່າວໃນກອງປະຊຸມສະພາ ແຫ່ງຊາຕ ຄັ້ງ ຫລ້າສຸດ, ໂດຍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ບັງຄັບໃຊ້ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ:

“ເຫຕຜົລ ຫຍັງມີການຢ່າຮ້າງຫັ້ນນ່າ. ຍ້ອນວ່າແມ່ນຍ້ອນການໃຊ້ຄວາມຮຸນແຮງທາງດ້ານຈິຕໃຈບໍ່, ການໃຊ້ຄວາມຮຸນແຮງທາງເພດ ບໍ, ເພາະວ່າທີ່ຜ່ານມາຫັ້ນກະໄດ້ເວົ້າວ່າ ສາເຫຕແມ່ນຍ້ອນຢູ່ນຳກັນບໍ່ໄດ້. ແຕ່ວ່າສາເຫຕຕົ້ນຕໍຫັ້ນແມ່ນອີ່ສັງ, ຈັ່ງຊັ້ນກະຢາກໃຫ້ດຳເນີນຄດີ ນຳໃຊ້ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຫັ້ນ.”

ໃນຣະຍະຜ່ານມາ, ໃນກໍຣະນີເກີດຄວາມຮຸນແຮງໃນຄອບຄົວ ເປັນຕົ້ນແມ່ນຜູ້ເປັນສາມີ ທຳຮ້າຍຮ່າງກາຍພັລຍາຂອງໂຕເອງ, ສ່ວນໃຫຍ່ ກໍບໍ່ຄ່ອຍມີການຮ້ອງຟ້ອງໃຫ້ມີການດຳເນີນຄະດີຕາມກົດໝາຍ, ແຕ່ມັກຈະແກ້ໄຂໃນຂັ້ນບ້ານກໍແລ້ວກັນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.