ບົດບາດແມ່ຍິງລາວ ຢູ່ຊົນບົດ ຢູ່ຕົວເມືອງ

ອຸ່ນແກ້ວ ສຸກສະຫວັນ
2020.03.03
F-women ແມ່ຍິງລາວ ທີ່ມີພາລະແບກຫາມ ທັງໃນແລະນອກບ້ານ
RFA

ຢູ່ໃນຕົວເມືອງ ແມ່ຍິງລາວ ເປັນເຖິງຮອງເຈົ້າແຂວງ ຣັຖມົນຕຼີ ແລະ ປະທານສະພາແຫ່ງຊາດ ເຈົ້າໜ້າທີ່ຈາກສູນກາງສະຫະພັນແມ່ຍິງ ໄດ້ກ່າວວ່າ:

"ຖ້າເວົ້າບົດບາດຂອງແມ່ຍິງເຮົາເນາະ ໃນເວທີສາກົນ ແລະ ກໍໃນເວທີພາຍໃນ ຖ້າທຽບໃສ່ໄລຍະກ່ອນໆ ກໍດີຂຶ້ນຫຼາຍເຈົ້າ ແມ່ຍິງເຮົາ ຢູ່ໃນຂັ້ນຕັດສິນບັນຫາ ກໍຈຳນວນເພີ້ມຂຶ້ນຫລາຍ ໝາຍເຖິງວ່າ ຢູ່ຂັ້ນຣັຖມົນຕຼີ ຮອງຣັຖມົນຕຼີ ແລະ ກໍຢູໃນສະມາຊິກ ສະພາແຫ່ງຊາດ ຈຳນວນນຶ່ງ ຂອງພວກເຮົາກໍເພີ້ມຂຶ້ນ."

ແຕ່ແມ່ຍິງລາວຢູ່ເຂດຊົນນະບົດ ສ່ວນຫລາຍຍັງຂາດຄວາມຮູ້, ຍັງທຸກຍາກ ແລະ ຈຳນວນນຶ່ງກໍຕົກເປັນເຫຍື່ອການຄ້າມະນຸດ.

ແມ່ຍິງຈຳນວນນຶ່ງຢູ່ແຂວງສວັນນະເຂດ ກໍຍັງປະເຊີນກັບປັດໃຈສ່ຽງ ຂອງຂະບວນການຄ້າມະນຸດ ຍ້ອນວ່າ ເຂົາເຈົ້າບໍ່ໄດ້ມີໂອກາດໄປ ຮຽນຕໍ່ລະດັບວິຊາຊີບ ຫລັງຈາກທີ່ຮຽນຈົບ ມໍຕົ້ນ ຫລື ມໍປາຍ ແລ້ວ ກໍອອກມາເຮັດນານຳພໍ່ແມ່. ແມ່ຍິງເຫລົ່ານັ້ນ ບາງຄົນ ກໍຕັດສິນໃຈ ແຕ່ງງານ ກັບຄົນຈີນ ແລະ ຖ້າໂຊກດີ ຖືກຜົວດີ ຖານະດີ ກໍມີເງິນສົ່ງກັບບ້ານ ແຕ່ ຖ້າໂຊກຮ້າຍ ກໍຖືກຕົວະໄປຂາຍ ແລະ ຖືກບັງຄັບ ໃຫ້ຄ້າປະເວນີ. ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງສວັນນະເຂດ ໄດ້ກ່າວວ່າ:

"ຄວາມທຸກຍາກນີ້ແຫລະ ບໍ່ໄດ້ຮຽນໜັງສືເນາະ ພໍ່ແມ່ບໍ່ມີເງິນ ອັນນຶ່ງກໍຈົບຮອດ ປໍ 5 ຈັ່ງຊີ້ ແລ້ວກໍໃຫ້ອອກ ອອກແລ້ວກໍເຮັດນາ, ແລ້ວ ພໍ່ແມ່ກໍຢາກໄດ້ເງິນ ໄດ້ຄຳ ຢູ່ທາງພີ້ ມັນກໍຍັງບ່ອນທີ່ວ່າ ຄົນເຂົ້າໄປທຳງານແລ້ວ ແບບວ່າ ໄດ້ເງິນ ໄດ້ຄຳ ມາໃຫ້ປຸກ ເຮືອນປຸກຊານ ຂະເຈົ້າກໍເຫັນແນວນັ້ນ ກໍຢາກໃຫ້ລູກໄປ ຜູ້ໂຊກດີກໍໄດ້ເງິນມາ ແຕ່ຜູ້ໂຊກຮ້າຍໄປແລ້ວ ກໍຖືກຄ້າມະນຸດ."

ສະເພາະຢູ່ແຂວງສວັນະເຂດ ມີແມ່ຍິງທີ່ຢູ່ເຂດຊົນນະບົດ ທີ່ຕົກເຫຍື່ອການຄ້າມະນຸດ ມີ 6 ກໍຣະນີ ແລະ ການໃຫ້ຄວາມຮູ້ ແກ່ຜູ້ຍິງ ເຫລົ່ານັ້ນກ່ຽວກັບ ເລື້ອງການຄ້າມະນຸດ ກໍຍັງຈຳກັດຢູ່ ຍ້ອນວ່າ ຂາດງົບປະມານ ອີງຕາມການຂໍ້ມູນຈາກເຈົ້າໜ້າທີ່ ທ່ານ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.