ມາຟັງນໍາກັນ 08/29/21

ໄມຊູລີ ແລະ ໄຊ​ຍາ
2021.08.29
ມາຟັງນໍາກັນ 08/29/21 ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ.
Photo: RFA

ລຳດັບຕໍ່ໄປເຊີນຮັບຟັງຣາຍ​ການ “ມາ​ຟັງ​ນຳ​ກັນ” ປະຈຳສັປດາ. ໄມ​ໂຊ​ລີ ແລະ ໄຊ​ຍາ ຈະ​​ນຳ​ເອົາເຣື່ອງ “ຜູ້ປະກອບການ ທ່ອງທ່ຽວ ລາຍໄດ້ຫາຍ ຕ້ອງການໃຫ້ ຣັຖຊົດເຊີຽ.”ເຊີນທ່ານຣັບຟັງ​ໄດ້.

ໄມ​ໂຊ​ລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ, ຂໍຕ້ອນຮັບເຂົ້າມາສູ່ ຣາຍການ “ມາຟັງນໍາກັນ”, ສັປດານີ້ ມາຕິດຕາມ ປະເດັນ ທາງດ້ານເສຖກິຈ ທີ່ໄດ້ຮັບ ຜົລກະທົບ ຈາກເຊື້ອໂຄວິດ-19, ໂດຍສະ ເພາະ, ການຣະບາດ ຮອບສອງນີ້ ຖືວ່າ ໜັກຫຼາຍ ເຮັດໃຫ້ຂແນງ ການທ່ອງທ່ຽວ ໄປຕໍ່ບໍ່ໄດ້ ທຸກຂແນງ ການທ່ອງທ່ຽວ ຢຸດສງັກ, ຜູ້ປະກອບການ ຂາດລາຍໄດ້ ຈຶ່ງໄດ້ຮຽກຮ້ອງ ໃຫ້ຣັຖບານ ເຂົ້າມາ ສນັບ​ສ​ນູນ ຫຼື ອອກມາຕການ ໃຫ້ການຊ່ອຍເຫຼືອ ດ້ານການເງິນ ຄຽງຄູ່ ກັບຂແນງ ການອື່ນ. ເພາະຕອນນີ້ ທ່ອງທ່ຽວ ຖືວ່າ ເປັນສູນ ແລະ ຍັງບໍ່ຮູ້ ໄດ້ວ່າ ຈະຟື້ນ ເມື່ອໃດ. ໂດຍຫົວຂໍ້ ໃນຣາຍການມື້ນີ້ ຜູ້ປະກອບການ ທ່ອງທ່ຽວ ລາຍໄດ້ຫາຍ ຕ້ອງການ ໃຫ້ຣັຖຊົດເຊີຽ. ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊ​ຍາ: ກໍຄື ດັ່ງທີ່ທ່ານໄດ້ຮັບຊາບ ຜົລກະທົບ ຂອງການຣະບາດ ເຊື້ອໂຄວິດ-19 ມັນເຮັດໃຫ້ ເສຖກິຈ ທົດຖອຍ ສົ່ງຜົລ ຕໍ່ການທຳມາຫາກິນ ຂອງທຸກວິຊາອາຊີບ ແລະ ກໍສົ່ງ ຜົລກະທົບ ຕໍ່ລາຍໄດ້ ຂອງຣັຖບານ ນຳອີກ. ການຣະບາດ ຮອບນຶ່ງ ໃນອາຊ້ຽນ ກໍປະເຊີນ ກັບບັນຫາ ຄ້າຍຄືກັນນັ້ນ ກໍຄື ຍັງບໍ່ສາມາດ ບອກທາມລາຍນ໌ ໄດ້ວ່າ ຈະຄວບຄຸມໄວ​ຣັ​ສ ພະຍາດນີ້ ໄດ້ເມື່ອໃດ. ປັດຈຈຸບັນ ປະເທດລາວ ຍິ່ງກວດຫຼາຍເທົ່າໃດ ກໍພົບຫຼາຍຂຶ້ນ, ໂດຍສະເພາະ, ແມ່ນຄົນງານລາວ ທີ່ກັບມາ ແຕ່ໄທຍ ໂດຍອີງຕາມຂໍ້ມູນ ການຣາຍງານ ຂອງທາງການ.

ການຣະບາດ ເທື່ອນີ້ ມັນສົ່ງຜົລກະທົບ ຕໍ່ກັບເສຖກິຈ ໂດຍກົງ ກໍຄື ເຫັນໄດ້ ຈາກການຣາຍງານ ຂອງຣັຖບານ ໃນກອງປະຊຸມ ສມັຍວິສາມັນ ຜ່ານມານັ້ນ ສ່ວນໃຫຍ່ ແມ່ນຈະເປັນ ການແກ້ໄຂບັນຫາ ເຣື່ອງຂອງການເງິນ, ເຊິ່ງກໍມີ ບັນຫາໜີ້ສິນ ເປັນເຣື່ອງໜັກໃຈ ໃຫ້ກັບຣັຖບານ ຍິ່ງໃນຍາມ ໂຄວິດແນວນີ້ ກໍຕ້ອງ ໄດ້ຊ່ອຍຕົນເອງ ເພິ່ງຕົນເອງ ໂດຍຣັຖບານ ກໍຫວັງຣາຍໄດ້ ຈາກແຫຼ່ງ ພລັງງານ ແລະ ບໍ່ແຮ່ ທີ່ຍັງພໍມີ ການເຄື່ອນໄຫວ ເຮັດໃຫ້ປະເທດ ມີລາຍຮັບ.

ປັຈຈຸບັນ ທາງພາກ ຣັຖບານເອງ ກໍມີ ການຜ່ອນຜັນ ໃຫ້ບາງທຸຣະກິຈ ສາມາດ ດຳເນີນການໄດ້ ແລະ ກໍມີ ມາຕການ ເຂົ້າໄປຊ່ອຍ ເຊັ່ນປ່ອຍສິນເຊື່ອ, ການຜ່ອນຜັນ ການສຳລະ ເປັນຕົ້ນ ແຕ່ນັ້ນ ກໍບໍ່ທົ່ວເຖິງ. ໂດຍສະເພາະ ມື້ນີ້ ພວກເຮົາ ເຈາະປະເດັນ ເຣື່ອງຂອງ ການທ່ອງທ່ຽວເຂົ້າ ມາໃນປີ 2021 ຢຸດສະງັກ ບໍ່ມີລາຍໄດ້ ເຖິງຈະມີ ການປ່ອຍສິນເຊື່ອ ແຕ່ຜູ້ປະກອບການ ຫຼາຍຄົນ ກໍບອກວ່າ ເປັນພຽງ ການແກ້ໄຂ ຕົ້ນເຫດ ເພາະຕອນນີ້ ບໍ່ມີລາຍຮັບໃດໆ ເຂົ້າມາ ຮວມເຖິງ ຖ້າເອົາເງິນກູ້ມາ ກໍບໍ່ຮູ້ວ່າ ຈະເອົາເງິນ ແຕ່ໃສ ໄປໃຊ້ແທນຄືນ. ອີກດ້ານນຶ່ງ ພາຣະ ຂອງຣັຖບານ ຕອນນີ້ ຕ້ອງໃຊ້ ງົບປະມານ ທີ່ມີຢ່າງຈຳກັດ ທັງໃຊ້ໜີ້ ແລະ ໃຊ້ເຂົ້າ ໃນການຄວບຄຸມເຊື້ອ ໂຄວິດ-19 ເຊິ່ງບໍ່ຮູ້ວ່າ ເມື່ອໃດ ຈະຄວບຄຸມໄດ້.

ສຳລັບ ບັນຫານີ້ ພວກເຮົາ ກໍໄດ້ສົນທະນາ ກັບຜູ້ປະກອບການ ໂດຍກົງ ຫຼາຍຄົນ ເພິ່ນກໍໃຫ້ ຂໍ້ມູນ ມາຂ້ອນຂ້າງ ຕົງກັນ. ກໍຄືວ່າ ໃຫ້ຣັຖບານ ສນັບ​ສ​ນູນ ດ້ານການເງິນ ດ້ານໃດດ້ານນຶ່ງ ແຕ່ທີ່ສຳຄັນ ຕອນນີ້ ຕ້ອງຄວບຄຸມ ໂຄວິດ ໄດ້ກ່ອນ ບໍ່ສະນັ້ນ ບໍ່ວ່າ ແຕ່ການທ່ອງທ່ຽວ ຫຼາຍ ບັນຫາ ກໍຈະຕາມມາ ເຊັ່ນການຫວ່າງງານ ເຫັນໄດ້ ຈະແຈ້ງວ່າ ຈະເປັນອຸປະສັກ ໃຫ້ຣັຖບານ ຢ່າງແນ່ນອນ ແລະ ພາກທຸຣະກິຈ ກໍຈະດຳນີນ ໄດ້ຍາກ ເມື່ອບໍ່ມີ ວຽກເຮັດ ແນ່ນອນວ່າ ການໃຊ້ຂອງຄົນ ກໍຈະບໍ່ກະຈາຍ ເຊິ່ງມັນເປັນ ຄວາມຫຍຸ້ງຍາກລຳບາກ ບໍ່ຕ້ອງເອີ່ຍເຖິງເລີຍ ເມື່ອໃດ ຂແນງການທ່ອງທ່ຽວ ຈະກັບມາ ປົກກະຕິ ເຊິ່ງຄຳຖາມນີ້ ຣັຖເທົ່ານັ້ນ ຈະໃຫ້ຄຳຕອບ.

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ເພີ່ມ​ຕື່ມ ຕາມ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.