ເຄືອຂ່າຍຊາວໄທ,ເກົາຫລີໃຕ້ ຕໍ່ຕ້ານ ເຂື່ອນ

ໄຊຍາ
2018.08.13
f-neewat ທ່ານ ນິວັດ ຮ້ອຍແກ້ວ(ຜູ້ຖືໄມ) ກຸ່ມຮັກຊຽງຂອງເວົ້າວ່າ ຣັຖບານລາວຕ້ອງກັບມາຄິດວ່າ ການອະນຸຍາດ ໃຫ້ຕ່າງຊາດເຂົ້າມາລົງທຶນນັ້ນ ມັນຄຸ້ມຄ່າກັບຄວາມເສັຍຫາຍ ທາງເສຖສາດນິເວດ ຫຼືບໍ່
RFA

ເມື່ອວັນທີ 09 ສິງຫາ ນີ້ກຸ່ມເຄືອຂ່າຍປະຊາຊົນ ຕໍ່ຕ້ານການສ້າງເຂື່ອນ ປະເທດໄທ ແລະ ເຄືອຂ່າຍ ພາກປະຊາສັງຄົມ ເກົາຫລີໃຕ້ ໄດ້ຮ່ວມປະຊຸມຫາລືກັນ ທັງຢູ່ບາງກອກ ປະເທດໄທ ແລະກຸງໂຊ ເກົາຫລີໃຕ້ ເພື່ອຊອກຫາທາງອອກ ກໍຣະນີເຫດການ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ປະເທດລາວ. ໂດຍທ່ານ ນິວັດ ຮ້ອຍແກ້ວ ກຸ່ມ ຮັກຊຽງ ຂອງເວົ້າວ່າ ຣັຖບານລາວຕ້ອງກັບມາຄິດວ່າ ການອະນຸຍາດໃຫ້ຕ່າງຊາດ ເຂົ້າມາລົງທຶນມັນຄຸ້ມຄ່າແລ້ວບໍ ກັບຄວາມເສັຍຫາຍທາງເສຖສາດນິເວດ ແລະ ຜົລກະທົບຕໍ່ ປະຊາຊົນ.

"ໄປເບິ່ງເຂື່ອນນໍ້າອູ ບໍ່ພໍເທົ່າໃດປີ ເຂື່ອນສ້າງຂື້ນ 6-7 ເຂື່ອນ ເຊິ່ງເປັນໄປໄດ້ແນວໃດ ຄວາມພ້ອມຂອງການສ້າງ ຄວາມມາຕຖານ ຂອງສ້າງມີບໍ່ ຊຶ່ງເຂື່ອນເຊປຽນ-ເຊນໍ້ານ້ອຍ ເຂື່ອນຍັງສ້າງບໍ່ສຳເຣັດ ຈະເກັບນໍ້າໄດ້ເຕັມແລ້ວ ຄວາມຈິງມັນຕ້ອງມີການ ທົດສອບຢ່າງ ຫລວງຫລາຍ ໃນທາງວິທຍາສາດ ບໍ່ເຫັນແກ່ໄດ້ ຖ້າຜູ້ສ້າງເຂື່ອນ ຍັງບໍ່ມີມາຕຖານ ແລ້ວຣັຖບານ ທີ່ອະນຸຍາດໃຫ້ສ້າງ ຍັງມີການປິດບັງ ນີ້ຄືອັນຕະຣາຍທີ່ສຸດ ຂອງມະນຸດຂອງເພື່ອນຮ່ວມໂລກ."

ທ່ານກ່າວອີກວ່າ ການອອກມາຮັບຜິດຊອບ ແລະ ດູແລ ຂອງທາງບໍຣິສັດ ທີ່ຕ້ອງຮັບຜິດຊອບ ຍັງບໍ່ເຫັນເປັນຮູບປະທັມ ຍົກຕົວຢ່າງ ພາຍຫລັງເຂື່ອນແຕກບໍ່ດົນ ຣາຊບູລີ ໂຮນດິ້ງ ອ້າງວ່າ ເຂື່ອນທີ່ແຕກ ແມ່ນເຂື່ອນໂຕໃຫຍ່ ສາມາດສ້າງຕໍ່ໄປໄດ້ ແບບນີ້ເຮັດໃຫ້ເຫັນ ຄວາມຄິດຂອງກຸ່ມຜູ້ສ້າງເຂື່ອນວ່າ ເຫັນແກ່ໄດ້ພຽງຢ່າງດຽວ ບໍ່ມີມະນຸສທັມ.

ກຸ່ມຜູ້ໃຫ້ທຶນກໍ່ເຊັ່ນດຽວກັນ ຕ້ອງທົບທວນວ່າເງິນທີ່ໃຫ້ກູ້ໄປນັ້ນ ເຂົາເອົາໄປເຮັດຫຍັງ ໄດ້ພິຈາຣະນາດີຫລືຍັງ ແຕ່ກັບເອົາເງິນອອກໄປ ເພື່ອຫາກຳໄລ ໂດຍບໍ່ຄິດເລີຍວ່າເງິນ ທີ່ຕົນໃຫ້ໄປສ້າງເຂື່ອນນັ້ນ ຈະມີຜົລກະທົບ ຕໍ່ປະຊາຊົນແຕ່ຢ່າງໃດ.

ດ້ານຜູ້ຊ່ວຍ ສາສດາຈານ ໂຊຢອນ ສະຖາບັນ ໂຊກັງ ເພື່ອການສຶກສາ ເອເຊັຍຕາເວັນອອກສຽງໃຕ້ ມະຫາວິທຍາໄລ ໂຊກັງ ປະເທດ ເກົາຫລີໃຕ້ ໄດ້ກ່າວໂດຍອ້າງອີງ ຄຳເວົ້າຈາກການຣາຍງານ ຂອງໂຄງການອອກແບບ ຂອງເກົາຫລີວ່າເຫດການ ທີ່ເກີດຂຶ້ນຢູ່ ເຊປຽນ -ເຊນໍ້ານ້ອຍ ນັ້ນເກີດມາຈາກການກໍ່ສ້າງ ທີ່ບໍ່ໄດ້ມາຕຖານ.

ດ້ານ ທ່ານວິທູນ ເພີ່ມພົງສາຈະເຣີນ ຜູ້ອຳນວຍການເຄືອຂ່າຍ ພລັງງານເພື່ອນິເວດວິທຍາ ແມ່ນໍ້າຂອງ ເວົ້າວ່າ:

"ເຮົາພົບວ່າສິ່ງຕ່າງໆເຫຼົ່ານີ້ ຕລາດຫຸ້ນທຸຣະກິດທະນາຄານ ທຸຣະກິດເຫຼົ່ານີ້ມັນເປັນ Driver ທີ່ແທ້ຈິງຫຼາຍກວ່າເຣື່ອງຄວາມຕ້ອງການ ໄຟຟ້າ ໃນປະເທດໄທ ທີ່ເຮົາຈະເຊື່ອວ່າເປັນສາເຫດ ຂອງການສ້າງເຂື່ອນ ເມື່ອໃດໂຄງສ້າງຂອງການສ້າງ ເຂື່ອນ ການລົງທຶນ ໃນລຸ່ມ ນໍ້າຂອງ ທີ່ບໍ່ເອື້ອໃຫ້ເກີດທຳມາພິບານ."

ທ່ານກ່າວຕື່ມວ່າ ດ້ານນຶ່ງຜູ້ຮັບຜິດຊອບ ບໍ່ວ່າຈະເກີດຫຍັງຂຶ້ນ ກໍ່ຄືຜູ້ຈ່າຍຄ່າໄຟໃນປະເທດໄທ ກັບອີກດ້ານນຶ່ງ ຄືປະຊາຊົນ ທີ່ຕ້ອງ ເສັຍຊີວິດ ຈາກກໍຣະນີ ເຂື່ອນເຊປຽນ-ເຊນໍ້ານ້ອຍ ເພາະບໍຣິສັດເອົາຜົລປະໂຫຍດມາເປັນທີ່ຕັ້ງ.

ຂນະທີ່ ທ່ານ ສຸພາລັກ ການຈະນະຂຸນດີ ນັກຂ່າວອາວຸໂສ ສຳນັກພີມ ເດິເນຊັນ ຜູ້ຊ່ຽວຊານດ້ານອາຊຽນ ໃຫ້ຄວາມເຫັນວ່າ:

"ຄິດວ່າຣັຖບານຕ້ອງຄິດທົບທວນໃໝ່ ເຣື່ອງຍຸທສາດ ຂອງການພັທນາປະເທດລາວ ເປັນປະເທດຂະໜາດນ້ອຍ ປະຊາກອນບໍ່ຫລາຍ ແລ້ວກໍ່ມີສິ່ງທີ່ ສວຍງາມຢ່າງຫລວງຫລາຍ ກໍ່ຄືເຣື່ອງວັທນາທັມປະເພນີ ເພາະວ່າຣັຖບານລາວ ຕ້ອງຄິດຂຍາຍ ດ້ານອື່ນໄປນຳ ນອກຈາກຂາຍທັມມະຊາດ ສິ່ງທີ່ໂຕເອງສ້າງ ຍົກຣະດັບທາງສິລປະວັທນະທັມ ຕ່າງທີ່ມັນສວຍງາມ ມັນກໍ່ເປັນການສ້າງຣາຍໄດ້ ເທົ່າກັບການຂາຍໄຟຟ້າ."

ທ່ານ ກ່າວອີກວ່າ ຣາຄາທີ່ຕ້ອງລົງທຶນໄປກັບ ການດັດແປງສະພາບທັມຊາດ ເພື່ອປ່ຽນໃຫ້ເປັນພລັງງານ ແລະ ຣາຄາຊີວິດຄົນ ທີ່ ຫາຍສາບສູນ ຮ້ອຍກ່ວາຄົນ ຫລືຕາຍໄປ ຣາຍໄດ້ຈາກການຂາຍໄຟຟ້າ ກໍ່ບໍ່ສາມາດທົດແທນໄດ້. ຣັຖບານລາວ ຕ້ອງທົບທວນ ສິ່ງທີ່ເສັຍໄປໃນສ່ວນນີ້ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.