ຊາວໄທລຸ່ມນໍ້າຂອງຮຽກຮ້ອງໃຫ້ ຢຸດ ເຂື່ອນ

ຈໍາປາທອງ
2015.01.06
F-Don sahong ແມ່ນໍ້າຂອງ ໃນເຂດທີ່ ຈະມີການ ສ້າງເຂື່ອນ ດອນສະໂຮງ
RFA

 

ກົມ ຊັພຍາກອນ ນໍ້າ ຂອງໄທ ຈະ ຈັດເວທີ ໃຫ້ ຂໍ້ມູນ ກ່ຽວກັບ ໂຄງການ ເຂື່ອນ ໄຟຟ້າ ດອນສະໂຮງ ຂອງລາວ ໃນ ແມ່ນໍ້າຂອງ ຢູ່ ສະໂມສອນ ກອງທັບ ບົກ ທີ່ ບາງກອກ ໃນ ວັນທີ 7 ມົກກະຣາ 2015 ນີ້ ເພື່ອ ຈະນໍາ ຂໍ້ມູນ ສົ່ງໃຫ້ ຣັຖບາລ ຂອງ ສປປລາວ ແລະ ຄນະ ກັມມາທິການ ແມ່ນໍ້າຂອງ ເພື່ອ ພິຈາຣະນາ ກ່ອນທີ່ ຈະສ້າງ ເຂື່ອນ ແຫ່ງນັ້ນ.

ແຕ່ເຄືອຂ່າຍ ອະນຸຮັກ ຊັພຍາກອນ ທັມຊາດ ແລະ ວັທນະທັມ ລຸ່ມ ແມ່ນໍ້າຂອງ ຂອງໄທ ປະກາດ ວ່າ ຈະບໍ່ເຂົ້າ ຮ່ວມໃນ ເວທີ ດັ່ງກ່າວ ໂດຍອ້າງວ່າ ທີ່ ຜ່ານມາ ກົມ ຊັພຍາກອນ ນໍ້າ ຂອງໄທ ບໍ່ມີ ຄວາມຈິງໃຈ ໃນການ ເປີດ ຮັບຟັງ ຄວາມ ຄິດເຫັນ ຂອງ ປະຊາຊົນ ຢ່າງ ແທ້ຈິງ ແລະ ໄດ້ ຈັດເວທີ ແບບງ່າຍໆ ຂຶ້ນ ຊຶ່ງມີຄົນ ເຂົ້າຮ່ວມ ບໍ່ ພໍເທົ່າໃດ ຄົນ ແລະ ໃນແຕ່ລະ ເວທີ ທີ່ ຜ່ານມາ ກໍບໍ່ໄດ້ ມີການເວົ້າ ເຖິງ ພາບລວມ ຂອງ ບັນຫາ ທີ່ ກ່ຽວກັບ ການ ສ້າງເຂື່ອນ ທີ່ເກີດຂຶ້ນ ໃນ ແມ່ນໍ້າຂອງ ທັງໝົດ ນັ້ນ.

ທ່່ານ ຈະຕຸພອນ ບຸຣຸດພັນ ອະທິບໍດີ ກົມ ຊັພຍາກອນ ນໍ້າ ກໍໃຫ້ ສໍາພາດ ສື່ມວນຊົນ ໃນ ວັນທີ 6 ມົກກະຣາ ວ່າຖືເປັນ ເຣຶ່ອງ ໜ້າ ເສັຽດາຍ ຢ່າງຍິ່ງ ທີ່ ທາງ ເຄືອຂ່າຍ ແມ່ນໍ້າຂອງ ຈະ ບໍ່ເຂົ້າຮ່ວມ ເວທີ ຄັ້ງນີ້. ທ່ານ ຢືນຢັນວ່າ ໃນເວທີ ນັ້ນ ຈະຮັບຟັງ ຄວາມຄິດ ຄວາມເຫັນ ຈາກ ປະຊາຊົນ ໄທ ໃນພື້ນທີ່ 8 ແຂວງ ແຄມ ແມ່ນໍ້າຂອງ ແລະ ວ່າ ທີ່ຜ່ານມາ ນັ້ນ ກົມ ຊັພຍາກອນ ນໍ້າ ຕັ້ງໃຈເຮັດ ຂະບວນການ ແຈ້ງການ ປຶກສາ ຫາລື ລ່ວງໜ້າ ແລະ ຂໍ້ຕົກລົງ ສູງສຸດ ແລະ ໄດ້ຂໍ້ມູນ ມາແລ້ວ ຫຼາຍ ສົມຄວນ.

ທ່ານກ່າວ ອີກວ່າ ຈະສາມາດ ສລຸບກັນ ທີ່ ບາງກອກ ແລະ ຈະນໍາສົ່ງ ຂໍ້ມູນນັ້ນ ໃຫ້ທາງ ສປປລາວ ເພື່ອ ຫາທາງ ແກ້ໄຂ ບັນຫາ ກໍຣະນີ ທີ່ ປະຊາຊົນ ໄທ ຊຶ່ງອາສັຍ ຢູ່ໃນພື້ນທີ່ ແຄມ ຝັ່ງ ແມ່ນໍ້າຂອງ ໄດ້ ບອກກ່າວ ເຖິງບັນຫາ ກ່ຽວກັບ ຄວາມ ກັງວົນ ທີ່ ອາຈ ເກີດຂຶ້ນ ຫາກມີການ ສ້າງເຂື່ອນ ນັ້ນແທ້.

ຄວາມກັງວົນ ຂອງ ປະຊາຊົນ ທີ່ວ່ານັ້ນ ກໍມີ ຫລາຍຢ່າງ ເປັນຕົ້ນ ກໍແມ່ນ ຜົລກະທົບ ອັນ ຫລວງຫລາຍ ຕໍ່ ສິ່ງແວດລ້ອມ ແລະ ຕໍ່ວິຖີ ຊີວິດ ຂອງ ຜູ້ຄົນ. ຂ່າວວ່າ ປະຊາຊົນ ກໍາພູຊາ ແລະ ປະຊາຊົນ ວຽດນາມ ເປັນຕົ້ນຢູ່ ທາງພາກໃຕ້ ຂອງ ປະເທສ ມີ ຄວາມ ກັງວົນ ນໍາເຣຶ່ອງນີ້ ຫລາຍ ທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.