ເດັກນ້ອຍລາວເກີດຢູ່ໄທ ຈະໄດ້ ສັນຊາດ
2017.04.17
ຊາວລາວອົພຍົບ ຢູ່ ແຂວງອຸບົນ ປະເທດໄທ ມີຄວາມດີໃຈ ຫລັງຈາກ ທີ່ຣັຖບານໄທ ໄດ້ອອກນະໂຍບາຍ ສະບັບໃໝ່ ໃນເດືອນກຸມພາ ທີ່ຜ່ານມາ ເພື່ອໃຫ້ສັນຊາດ ແກ່ລູກຫລານເຂົາເຈົ້າ ທີ່ເກີດຢູ່ໃນ ປະເທດໄທ. ນະໂຍບາຍດັ່ງກ່າວ ຈະເຮັດໃຫ້ ລູກຫລານ ຊາວລາວອົພຍົບ ທີ່ບໍ່ມີສັນຊາດ ໃນໄທ ຈະໄດ້ຮັບສັນຊາດ ໃນໄວໆນີ້. ດັ່ງທ່ານ ສີຣິລັກ ຄົດສະຫວັດ ຜູ້ປະສານເຄືອຂ່າຍ ຄົນຮັກແມ່ນ້ຳຂອງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 14 ເມສາ ນີ້ວ່າ:
"ຣັຖບານ ໂດຍແມ່ນກະຊວງມະຫາດໄທ ນີ້ກໍໄດ້ປະກາດກ່ຽວກັບ ເລື້ອງຂອງການຕັ້ງ ໃຫ້ຄົນທີ່ເກີດ ໃນປະເທດໄທ ແລ້ວບໍ່ໄດ້ຮັບສັນຊາດ ໄທ ຫລື ເປັນຄົນຕ່າງດ້າວ ໃຫ້ຄົນກຸ່ມນີ້ ໄດ້ສັນຊາດໄທ ຈາກທີ່ບໍ່ມີເລີຍ ບໍ່ທັນມີຊ່ອງທາງໃດ ໄດ້ສັນຊາດ ຊຶ່ງມະຕິ ຂອງຣັຖບານນີ້ກໍ ພຍາຍາມ ແກ້ໄຂບັນຫາ ໃຫ້ເດັກນ້ອຍ ພວກນີ້".
ທ່ານກ່າວອີກວ່າ ນະໂຍບາຍນີ້ ເປັນສະບັບໃໝ່ ຊຶ່ງທີ່ຜ່ານມາ ຣັຖບານໄທ ກໍອອກມະຕິ ສະບັບວັນທີ 7 ທັນວາ 2016 ແລະໄດ້ມີການ ປະກາດ ທົ່ວປະເທດ ຢ່າງເປັນທາງການແລ້ວ ໃນວັນທີ 16 ກຸມພາ ຜ່ານມາ, ໃນຂນະທີ່ນະໂຍບາຍ ສະບັບເກົ່າ ແມ່ນຈະມອບສັນຊາດ ໃຫ້ແກ່ ລູກຫລານ ຊາວລາວອົພຍົບ ຜູ້ທີ່ເກີດ ພາຍໃນວັນທີ 26 ກຸມພາ ປີ 1992.
ຈຳນວນຄົນລາວອົພຍົບ ທີ່ໜ່ວຍງານດັ່ງກ່າວ ກຳລັງໃຫ້ການຊ່ວຍເຫລືອ ມີປະມານ 900 ຄົນ ແລະ ເຂົາເຈົ້າຈະໄດ້ຮັບ ສັນຊາດໄທ ໃນໄວໆນີ້ ຫລັງຈາກທີ່ເຂົາເຈົ້າ ລໍຖ້າມາຫລາຍປີ ຕາມການຢັ້ງຢືນ ຂອງເຈົ້າໜ້າທີ່. ໜ່ວຍງານເຄືອຂ່າຍ ຄົນຮັກແມ່ນ້ຳຂອງ ໄດ້ເລີ້ມມີ ການລົງພື້ນທີ່ ເພື່ອແຈ້ງໃຫ້ ຄົນລາວອົພຍົບ ທີ່ອາໃສຢູ່ ໃນແຕ່ລະອຳເພີເມືອງ ຢູ່ແຂວງອຸບົນ ໃຫ້ຮູ້ເຖິງນະໂຍບາຍ ຂອງຣັຖບານໄທ ສະບັບໃໝ່ນີ້ແລ້ວ ເພື່ອໃຫ້ເຂົາເຈົ້າ ຕຽມເອກກະສານ ໃຫ້ພ້ອມ ກ່ອນທີ່ຈະພາໄປ ຍື່ນໃຫ້ໜ່ວຍງານ ຣາຊການໄທ ໃນຂັ້ນຕໍ່ໄປ.
ປັດຈຸບັນ ຢູ່ແຂວງອຸບົນ ມີຊາວລາວອົພຍົບປະມານ 6,000 ຄົນ ທີ່ຍັງບໍ່ທັນມີ ສັນຊາດ ຊຶ່ງເຂົາເຈົ້າ ອົພຍົບ ມາແຕ່ປີ 1975.