ເຣື້ອງທີ່ເກັບບັນທຶກໄວ້
2024-09-30
ໃນວັນທີ 27 ກັນຍາ 2024 ເວລາປະມານ 3 ໂມງແລງ ໄດ້ມີກຸ່ມຄົນຈໍານວນໜຶ່ງ ບຸກຊ່ອຍໂຕນັກໂທດ 5 ຄົນ ໃຫ້ໂຕນໜີອອກຈາກຄຸກ ນາໂນນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເບື້ອງຕົ້ນ ກຸ່ມຄົນ ທີ່ບຸກເຂົ້າມາຊ່ອຍນັກໂທດຫຼົບໜີໄປນັ້ນ ພົບວ່າ ເປັນໝູ່ຂອງນັກໂທດ.
2024-09-26
ເຈົ້າໜ້າທີ່ພັກ ແລະລັດຖະບານລາວ ລວມທັງຜູ້ທີ່ບຳນານແລ້ວ ຫຼາຍຄົນ ຍັງໃຊ້ລົດຂອງລັດເພື່ອຜົນປະໂຫຍດສ່ວນຕົວ ແລະປະຊາຊົນລາວ ສ່ວນຫຼາຍ ກໍຮູ້ດີວ່າ ການໃຊ້ລົດລັດ ເພື່ອຜົນປະໂຫຍດສ່ວນຕົວ ມີຢູ່ຫຼາຍ ແລະມີຢູ່ທົ່ວປະເທດລາວ.
2024-09-23
ລັດຖະບານ ກຳປູເຈຍ ຖອນໂຕອອກຈາກຂໍ້ຕົກລົງ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຍ້ອນ ບັນຫາທາງການເມືອງ ພາຍໃນປະເທດ.
2024-09-23
ພັກປະຊາຊົນປະຕິວັດລາວ ຈະມີກອງປະຊຸມໃຫຍ່ໃນຕົ້ນປີ 2026 ແລະອາດຈະມີການປ່ຽນແປງຄະນະຜູ້ນຳລາວຄັ້ງໃຫຍ່.
2024-09-23
ທາງການລາວ ພວມພິຈາລະນາ ອະໄພຍະໂທດ ໃຫ້ນັກໂທດປະພຶດດີ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ 49 ປີ ທີ່ຈະມາເຖິງນີ້, ແຕ່ບໍ່ມີນັກໂທດ ທາງການເມືອງ ຄືເກົ່າ ແລະ ສ່ວນໃຫຍ່ ນັກໂທດທີ່ໄດ້ຮັບ ອະໄພຍະໂທດ ກໍເປັນນັກໂທດ ໃນຄະດີທົ່ວໄປ ທີ່ກ່ຽວຂ້ອງກັບ ການປຸ້ນຈີ້, ຊິງຊັບ, ຢາເສບຕິດ ແລະ ອື່ນໆ.
2024-09-20
ກອງປະຊຸມເວທີພາກປະຊາຊົນອາຊຽນ 2024 (ACSC/APF 2024) ຈັດຂຶ້ນຢູ່ປະເທດ ຕີມໍຕາເວັນອອກ ແຕ່ວັນທີ 19-21 ກັນຍາ 2024 ນີ້ ແທນທີ່ຈະຈັດຂຶ້ນຢູ່ປະເທດລາວ ຊຶ່ງເປັນປະທານວຽນອາຊຽນ 2024 ຍ້ອນທາງການລາວ ບໍ່ອະນຸຍາດ ໃຫ້ຈັດກອງປະຊຸມດັ່ງກ່າວ ຂຶ້ນຢູ່ປະເທດລາວ.
2024-09-18
ມາເຖິງປັດຈຸບັນ ທະນາຄານແຫ່ງ ສປປ ລາວ ກໍຍັງບໍ່ມີນິຕິຕິກໍາ ທີ່ສາມາດຄຸ້ມຄອງ ການໃຊ້ເງິນຕາຕ່າງປະເທດ ແລະການເປີດບັນຊີເງິນຝາກທະນາຄານ ເປັນເງິນຕາຕ່າງປະເທດ ຢູ່ລາວ ຢ່າງມີປະສິດທິພາບ ໄດ້ເຮັດໃຫ້ການຄອບຄອງເງິນຕາຕ່າງປະເທດ.
2024-09-16
ຫຼາຍຂະແໜງການ ມີຄວາມຕ້ອງການພະນັກງານ-ລັດຖະກອນ ເປັນຈໍານວນຫຼາຍ ໂດຍສະເພາະ ດ້ານສຶກສາ ແລະ ສາທາລະນະສຸກ ຢູ່ໃນເຂດທຸກຍາກ, ຫ່າງໄກສອກຫຼີກ ແຕ່ລັດຖະບານລາວ ຂາດເຂີນງົບປະມານ ຈຶ່ງມີຄວາມຈໍາເປັນຕ້ອງຫຼຸດຈໍານວນພະນັກງານ-ລັດຖະກອນລົງ.
2024-09-13
ນາງ ຮວຍເຮືອງ ໄຊຍະບູລີ ຫຼື ນາງ ໝວຍ ທີ່ຖືກຈັບເຂົ້າຄຸກ ຢູ່ແຂວງຈໍາປາສັກ ໃນມື້ວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາ ຕໍ່ຕ້ານ ສປປລາວ ຍ້ອນນາງໄດ້ວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ລັດລ້າຊ້າ ເພື່ອຊ່ອຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຍ້ອນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຜ່ານສື່ສັງຄົມອອນລາຍນັ້ນ ໄດ້ຖືກປ່ອຍຕົວແລ້ວ.
2024-09-12
ສານປະຊາຊົນ ແຂວງຫລວງນໍ້າທາ ໄດ້ລົງໂທດ ຕັດສິນ ອາດີດພະນັກງານລັດ 13 ຄົນ ໃຫ້ຈໍາຄຸກ ຍ້ອນການສໍ້ໂກງຊັບສິນຂອງລັດ ຫຼື ສໍ້ລາດບັງຫຼວງ.
2024-09-04
ທົ່ວປະເທດລາວ ໃນປີ 2023 ທີ່ຜ່ານມາ ມີຄະດີຄວາມ ແລະຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນ ທັງໝົດ 6,000 ເລື່ອງ, ແຕ່ການຈັດຕັ້ງປະຕິບັດ ຕາມຂະບວນການຍຸຕິທໍາ ມີຄວາມຊັກຊ້າ ແລະບໍ່ມີຄວາມໂປ່ງໃສ ເຮັດໃຫ້ຫຼາຍຄະດີ ແລະຄໍາຮ້ອງຂໍຄວາມເປັນທໍາ ນັ້ນ ບໍ່ໄດ້ຮັບການພິຈາລະນາ ແກ້ໄຂ ຍ້ອນລະບົບການເມືອງຂອງລາວ.