ລັດຖະບານລາວ ບໍ່ສາມາດຄວບຄຸມ ການໃຊ້ເງິນຕາຕ່າງປະເທດໄດ້

ຈຳປາທອງ
2024.09.18
ລັດຖະບານລາວ ບໍ່ສາມາດຄວບຄຸມ ການໃຊ້ເງິນຕາຕ່າງປະເທດໄດ້ ຮ້ານຂາຍເຄື່ອງແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 26 ກໍລະກົດ 2023.
ຮູບພາບຈາກພົນລະເມືອງ

ມາເຖິງປັດຈຸບັນ ທະນາຄານແຫ່ງ ສປປ ລາວ ກໍຍັງບໍ່ມີນິຕິຕິກໍາ ທີ່ສາມາດຄຸ້ມຄອງ ການໃຊ້ເງິນຕາຕ່າງປະເທດ ແລະການເປີດບັນຊີເງິນຝາກທະນາຄານ ເປັນເງິນຕາຕ່າງປະເທດ ຢູ່ລາວ ຢ່າງມີປະສິດທິພາບໄດ້ ເຮັດໃຫ້ການຄອບຄອງເງິນຕາຕ່າງປະເທດ ທັງໃນຮູບແບບເງິນຝາກ ແລະເງິນສົດ ຢູ່ພາຍໃນປະເທດ ປະຕິ ບັດແບບບໍ່ເປັນເອກກະພາບກັນ ແລະບໍ່ມີມາດຕະຖານທີ່ຈະແຈ້ງ, ອີງຕາມລາຍງານຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃນມື້ວັນທີ 16 ກັນຍານີ້.

ແລະເຖິງແມ່ນວ່າ ທີ່ຜ່ານມາ ພາກສ່ວນຕ່າງໆ ຈະຊ່ວຍກັນຂົນຂວາຍ ລະດົມ ໃຫ້ໃຊ້ສະເພາະແຕ່ເງິນກີບ ຢູ່ພາຍໃນປະເທດລາວ ກໍຕາມ ແຕ່ໃນສະພາບໂຕຈິງ ການນໍາໃຊ້ເງິນຕາຕ່າງປະເທດຢູ່ລາວ ແມ່ນຍັງສາມາດເຮັດໄດ້ ເປັນປົກ ກະຕິຢູ່ ຍ້ອນຍັງບໍ່ມີນິຕິກໍາກໍານົດສະເພາະ ດັ່ງພະນັກງານທະນາຄານແຫ່ງລັດທ່ານນຶ່ງ ກ່າວຕໍ່ວິທຍູເອເຊັຽເສຣີໃນມື້ວັນທີ 18 ກັນຍານີ້ວ່າ:

ນ້ອງເປີດເປັນບັນຊີໂຕໃດ ນ້ອງກໍ່ສາມາດຝາກໄດ້ ຖອນເປັນເງິນຕາມທີ່ເຈົ້າຝາກເລີຍ ສົມມຸດເຈົ້າຝາກເປັນເງິນໂດລາ ເຈົ້າກໍຖອນເປັນໂດລາເລີຍ ຝາກເປັນເງິນບາດເຈົ້າກໍຖອນເປັນເງິນບາດ ແມ່ນແຫລະ ບໍ່ເປັນຫບັງເລື້ອງການລົນນະລົງກັບການປະຕິບັດ ມັນກໍຄົນລະແງ່ມູມ ສົມມຸດວ່າຖອນຈັກ 100,000 ບາດນຶ່ງ ຫລືວ່າ 40,000–50,000 ບາດໄປຊື້ເຄື່ອງ ມັນກໍບໍ່ເປັນຫຍັງ ກໍໄລ່ເລດຕາມທະນາຄານໂຕນັ້ນ ເງິນຫຍັງ ນ້ອງກໍຖອນເອົາເງິນໂຕນັ້ນ ບໍ່ໄດ້ໄລ່ຫຍັງຄວາມໝາຍຫັ້ນນ່າ ບໍ່ໆ ບໍ່ມີ ນິຕິກໍາອັນສະເພາະ.

ພ້ອມດຽວກັນນັ້ນ ພະນັກງານທະນາຄານ ທີ່ລັດຄຸ້ມຄອງ ຜູ້ນຶ່ງ ກໍເວົ້າເຖິງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຊຶ່ງມາດຕາ 9 ກໍານົດໄວ້ວ່າ ຜູ້ມີ ແລະບໍ່ມີພູມລໍາເນົາຢູ່ ສປປ ລາວ ສາມາດຄອບຄອງເງິນຕາຕ່າງປະເທດ ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການຖືຄອງ ຫຼືເປີດບັນຊີເງິນຝາກໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ ຊຶ່ງຜູ້ນັ້ນ ຕ້ອງມີໃບອະນຸຍາດເຮັດວຽກ ຫຼືໃນອະນຸຍາດພັກເຊົາ ດັ່ງທີ່ທ່ານກ່າວວ່າ:

ຕ້ອງມືໃບອະນຸຍາດເຮັດວຽກ ຫລືໃບອະນຸຍາດພັກເຊົາ ກ່ອນສິເປີດບັນຊີໄດ້ ຫລັງຈາກນັ້ນ ສາມາເຮັດທຸລະກໍາຕ່າງປະເທດ ຫຍັງໄດ້ຕາມປົກກະຕິ ຕອນນີ້ເຮົາອະນຸຍາດເປີດເປັນກີບ, ບາດ ໂດລ້າ ເຈົ້າ ຝາກສະກຸນໃດຖອນເປັນສະກຸນນັ້ນໄດ້ ເຈົ້າ ຍັງ ບໍ່ໆ ຍັງບໍ່ມີເທື່ອ ນະໂຍບາຍແບບນັ້ນ ເຈົ້າ ອ່າ ກໍລະນີຖອນຢູ່ຕູ້ ATM ຢູ່ລາວເນາະ ກໍສິໄດ້ເປັນເງິນກີບ ແຕ່ຖ້າໄດ້ມາຖອນຢູ່ເຄົາເຕີ້ ກໍຍັງສິໄດ້ເປັນສະກຸນນັ້ນໆຢູ່.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າຂອງຮ້ານຂາຍເຄື່ອງໃຊ້ໄຟຟ້າ ແລະອຸປະກອນກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ກັນ ຍານີ້ວ່າ ເຖິງແມ່ນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຮວມທັງປະຊາ ຊົນທົ່ວໄປ ຈະໄດ້ຊ່ວຍກັນລະດົມ ຂົນຂວາຍ ໃຫ້ໃຊ້ແຕ່ເງິນກີບຢູ່ລາວກໍດີ  ແຕ່ໃນສະພາບໂຕຈິງ ແມ່ນຍັງມີຫຼາຍທຸລະກິດໃນລາວ ທີ່ຈໍາເປັນຕ້ອງໃຊ້ເງິນ ຕາຕ່າງປະເທດ ໃນການຊື້-ຂາຍສິນຄ້າ ເປັນຕົ້ນ ເຄື່ອງໃຊ້ໄຟຟ້າ ແລະອຸປະ ກອນກໍ່ສ້າງ ຍ້ອນເປັນສິນຄ້າ ທີ່ພວກພໍ່ຄ້າແມ່ຄ້າ ນໍາເຂົ້າມາຈາກໄທ ດ້ວຍການຈ່າຍເປັນເງິນບາດ, ຖ້າຂາຍເປັນເງິນກີບ ກໍຈະເຮັດໃຫ້ພວກເຂົາເຈົ້າຫຼຸບທຶນ ດັ່ງທີ່ທ່ານກ່າວວ່າ:

ທັງກີບທັງບາດ ມີແຕ່ລູກຄ້າສະດວກແບບໃດ ຈ່າຍໄດ້ໝົດ ເຈົ້າ ມັນອີງຕາມເລດເງິນຊື້ຂາຍກັນແຕ່ລະມື້ ເຈົ້າ ມັນຈະຂຶ້ນລົງຕາມການຊື້ຂາຍ ຂຶງພວກທາງນອກນ່າ ເຈົ້າ ແມ່ນໆ ອີງຕາມຕະຫລາດນອກ ເງິນບາດກໍຄືທີ່ 100 ບາດກໍຈ່າຍ 100 ບາດ ເຈົ້າ ໄດ້ທຸກຢ່າງແຕ່ຄວາມໝາຍວ່າ ອັນເຮົາຊື້ຂາຍຢູ່ເມືອງໄທ ເຮົາຈະຈ່າຍເງີນບາດ ຈ່າຍເງິນກີບບໍ່ໄດ້ ຄົນໄທບໍ່ໄດ້ເອົາເງິນກີບ.

ທ່ານກ່າວຕື່ມວ່າ ເຖິງແມ່ນ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະກໍານົດ ອັດຕາແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງເງິນກີບ ແລະເງີນບາດ, ເງິນກີບ ແລະເງິນໂດລາ ຫລືເງິນກີບ ແລະເງິນຢັວນ ໄວ້ໃນແຕ່ລະມື້ ແຕ່ການໄລ່ອັດຕາເງິນ ຕາມສະພາບໂຕຈິງໃນປັດຈຸບັນ ແມ່ນອີງໃສ່ການແລກປ່ຽນເງິນ ຕາ ທີ່ບໍ່ເປັນໄປ ຕາມທີ່ທະນາຄານກາງ ຫລືທະນາຄານ ທີ່ຢູ່ໃນຄວາມຄຸ້ມຄອງຂອງລັດ ກໍານົດ ຫລືທີ່ເອີ້ນກັນວ່າ ຕະຫຼາດນອກລະບົບ ເປັນຫລັກ.  

ໃນ 2 ປີທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ພະຍາຍາມແກ້ໄຂບັນຫາເງິນກີບອ່ອນຄ່າ, ເງິນກີບເຟີ້ ດ້ວຍການສັ່ງໂຈະກິດຈະການ ຮ້ານແລກປ່່ຽນເງິນຕາ. ແຕ່ເຖິງແມ່ນວ່າ ບັນດາຮ້ານດັ່ງກ່າວນີ້ ຈະໄດ້ປິດໂຕລົງຫລາຍ ແຕ່ການແລກປ່ຽນເງິນຕານອກລະບົບ ກໍຍັງມີຢູ່ ເປັນຕົ້ນ ການແລກປ່ຽນຢູ່ຮ້ານຄ້າ, ຮ້ານສະດວກຊື້, ຮ້ານຮັບໂອນເງິນລາວ-ໄທ ແລະຫົວໜ່ວຍທຸລະກິດຕ່າງໆ ທີ່ມີເງິນຕາຕ່າງປະເທດໄວ້ໃນຄອບຄອງ ໂດຍບໍ່ຕ້ອງໄປແລກປ່ຽນຢູ່ທະນາຄານ ທີ່ລັດຄຸ້ມຄອງນັ້ນ ດັ່ງທີ່ພະນັກງານຮ້ານຂາຍຄໍາ ທີ່ຮັບແລກປ່ຽນເງິນ ແລະຮັບໂອນເງິນລາວ-ໄທ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:

ອ່າ ໂອນໄທມາລາວແມ່ນຂຶ້ນກັບຍອດ 675 ນີ້ແຫລະ ບໍ່ ມັນລົງແລ້ວຊ້ວງນີ້ ແຕ່ກ່ອນມັນ 700 ປາຍດຽວນີ້ມັນລົງແລ້ວ ລົງປະມານເດືອນນຶ່ງ ຊ້ວງຂະເຈົ້າດັງໆຊ້ວງນັ້ນຫັ້ນລະ ເຂົາໃຫ້ກັກ ບໍ່ໃຫ້ມັນຂຶ້ນຫລາຍຫັ້ນນ່າ ເອົາບາດເອົາກີບໄປແລກບາດ ຍັງ 689 ແມ່ນ ເຮົາກໍແລກຢູ່ອັນນໍາຂະເຈົ້າຢູ່ນອກ ມາໂອນເງິນໃຫ້ລູກຄ້າ ແມ່ນ ເຮົາກໍແລກຢູ່ຮ້ານຄໍານ່າໂຕນີ້ ເລດຢັວນ ກໍເຫັນຂະເຈົ້າຍອກວ່າມີແຕ່ຮ້ອຍລະ 300,000 ກີບປະມານ 300,000 ແລ້ວກໍ 310,000 ປະມານນີ້ແຫລະ.

ກ່ຽວກັບເລື່ອງນີ້ ທະນາຄານແຫ່ງ ສປປ ລາວ ແລະພາກທຸລະກິດ ກໍໄດ້ສະເໜີ ຮ່າງຂໍ້ຕົກລົງ 2 ຮ່າງ ເພື່ອໃຊ້ຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ຄື ຮ່າງຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດຢູ່ລາວ ແລະຮ່າງຂໍ້ຕົກລົງວ່າດ້ວຍ ບັນຊີເງິນຝາກ ເປັນເງິນຕາຕ່າງປະເທດ ຢູ່ລາວ ໂດຍຄາດວ່າ ຈະຊ່ວຍໃຫ້ການຄ້າ, ການບໍລິການ, ແລະການລົງທຶນ ລະຫວ່າງປະເທດ ທີ່ເກີດຂຶ້ນຢູ່ລາວ ສ້າງລາຍຮັບ ເປັນເງິນຕາຕ່າງປະເທດ ເຂົ້າທະນາຄານໄດ້ຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.