ເຣື້ອງທີ່ເກັບບັນທຶກໄວ້
2024-04-30
ທາງການແຂວງສາລະວັນ ລົງວິໄນສະມາຊິກພັກ 4 ຄົນ ຍ້ອນສໍ້ລາດບັງຫລວງ, ເສຍຫາຍ 11.08 ຕື້ກີບ ໃນນັ້ນໄດ້ໄລ່ອອກຈາກພັກ 3 ຄົນ, ໂຈະການຮ່ວມຊີວິດພັກຊົ່ວຄາວ 1 ຄົນ, ແຕ່ບໍ່ປະກົດມີຄະດີຖືກຄຸກ ໃນການສໍ້ລາດບັງຫຼວງ.
2024-04-24
ລາວ ແລະ ຈີນ ຂະຫຍາຍການຮ່ວມມື ຢູ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ໂດຍຈະປັບປຸງໂຄງຮ່າງພື້ນຖານ ແລະຄວາມປອດໄພ ຮວມທັງຈະຊຸກຍູ້ວຽກງານຂອງໂຄງການຕ່າງໆ ນໍາດ້ວຍ.
2024-04-24
ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກລາຍງານ ກ່ຽວກັບການປະຕິບັດ ສິດທິມະນຸດຢູ່ ສປປ ລາວ ວັນທີ 22 ເມສານີ້ວ່າ ບໍ່ມີການປ່ຽນແປງທີ່ສໍາຄັນໃດໆ ເລື່ອງສະພາບສິດທິມະນຸດ ຢູ່ລາວໃນປີ 2023.
2024-04-23
ລັດຖະບານຈີນ ຊ່ອຍຍານພາຫະນະ ເປັນລົດຕ່າງໆ 79 ຄັນ ແກ່ລາວ ໃນການເປັນເຈົ້າພາບ ກອງປະຊຸມ ສຸດຍອດອາຊຽນ
2024-04-23
ລັດຖະບານລາວ ແລະ ໄທ ສະຫຼອງຄົບຮອບ 30 ປີ ເປີດນຳໃຊ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ
2024-04-19
ສະມາຊິກພັກ 69 ຄົນ ຂອງແຂວງສະຫວັນນະເຂດຖືກລົງໂທດ ຫຼືປະຕິບັດວິໄນ ເຊິ່ງໃນບົດລາຍງານ ຂອງແຂວງສະຫວັນນະເຂດ ໄດ້ລະບຸວ່າ ການປະຕິບັດວິໄນ ຕໍ່ສະມາຊິກພັກ ແມ່ນເປັນໄປຕາມ ມາດຕາ 54 ເລື່ອງ ວິໄນຂອງພັກ, ການລົງວິໄນ ການຈັດຕັ້ງພັກ ແລະ ສະມາຊິກພັກ ໃນກົດລະບຽບພັກ ສະໄໝທີ 11 ຫຼື ມະຕິ 11.
2024-04-16
ທ່ານ ໂຈ່ ໄບ່ເດັ້ນ, ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ໂພສຂໍ້ຄວາມ ຜ່ານສື່ສັງຄົມອອນລາຍ ເຟສບຸກ ໃນວັນທີ 13 ເມສາ 2024 ນີ້ ອອຍພອນປີໃໝ່ ໃຫ້ປະຊາຊົນລາວທຸກຖ້ວນໜ້າ ທີ່ພວມສະເຫຼີມສະຫຼອງ ບຸນປີໃໝ່ລາວ.
2024-04-03
ຈີນກຽມໂຄງການກໍ່ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ລາວ-ຈີນ ຂະນະທີ່ຂໍ້ມູນຈາກ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ ລະບຸວ່າ ວິທະຍາໄລດັ່ງກ່າວ ກຳລັງຢູ່ໃນແຜນການ ແລະຍັງບໍ່ທັນລົງມືກໍ່ສ້າງເທື່ອ ແລະບໍ່ສາມາດລະບຸໄດ້ວ່າ ຈະເລີ່ມສ້າງເມື່ອໃດ.