ທະເລຈີນໃຕ້ຕ້ອງແກ້ແບບ ສັນຕິ

ສິດນີ
2016.02.11
F-Obama ທ່ານ ປະທານາທິບໍດີ ບາຣັກ ໂອບາມາ
US states Department

ປະທານາທິບໍດີ ສະຫະຣັດ ທ່ານ ບາຣັກ ໂອບາມາ ຈະກ່າວ ຄຳປາສັຍ ສົ່ງ ຂໍ້ຄວາມ ໄປຫາ ສປຈີນ ໃນ ກອງປະຊຸມ ສຸດຍອດ ອາຊຽນ-ສະຫະຣັດ ກັບບັນດາ ປະເທດ ອາຊຽນ ໃນ ອາທິດຫນ້າ ນີ້ວ່າ ການແກ້ໄຂ ຂໍ້ຂັດແຍ່ງ ໃນເຂດ ທະເລຈີນໃຕ້ ຕ້ອງເປັນ ໄປແບບ ສັນຕິວິທີ ບໍ່ແມ່ນ ປະເທດໃຫຽ່ ຈະບີບບັງຄັບ ປະເທດ ທີ່ອ່ອນແອ ກວ່າ ເພື່ອໃຫ້ເຂົ້າ ເປັນຝ່າຍຕົນ. ອີງຕາມ ຖແລງການ ຈາກ ທຳນຽບຂາວ ໃນ ວັນທີ 9 ກຸມພາ 2016.

ຖແລງການ ດັ່ງກ່າວ ຣະບຸວ່າ ປະທານາທິບໍດີ ສະຫະຣັດ ຍັງຈະກ່າວ ເຖິງບັນຫາ ການທົດລອງ ອາວຸດ ນິວເຄລັຽ ຫວ່າງເດືອນ ກ່ອນ ແລະ ຈະຣວດ ໄລຍະຍາວ ຂອງ ເກົາຫລີເຫນືອ ໃນ ທ້າຍອາທິດ ຜ່ານມາ ນຳອີກ, ຊຶ່ງເປັນ ພຶດຕິກັມ ຍົວະຍົງ ໃຫ້ເກີດ ການ ຜິດຖຽງ ວິວາດກັນ.

ທ່ານ ບາຣັກ ໂອບາມາ ຈະກ່າວ ກ່ຽວກັບ ເຣື້ອງນີ້ ໃນຊ່ວງທີ່ ທ່ານ ເປັນປະທານ ກອງປະຊຸມ ສຸດຍອດ ອາຊຽນ-ສະຫະຣັດ ທີ່ ຈະມີຂຶ້ນ ທີ່ ເມືອງ SUNNY LAND ຣັດ ເຄລີຟໍເນັຽ, ໃນວັນຈັນ ແລະ ວັນອັງຄານ ຂອງ ອາທິດ ຫນ້າ.

ເຖິງແມ່ນວ່າ ກອງປະຊຸມ ເທື່ອນີ້ ຈະບໍ່ມີ ຕົວແທນ ຈາກສປຈີນ ເຂົ້າຮ່ວມກໍຕາມ ແຕ່ຜູ້ຊ່ອຍ ປະທານາທິບໍດີ ສະຫະຣັດ ກ່າວຢ່າງ ຈະແຈ້ງ ຕໍ່ຈີນວ່າ ການກະທຳ ຂອງຈີນ ໃນເຂດ ນ່ານນ້ຳ ທະເລຈີນໃຕ້ ໃນ ການສ້າງສາ ຕຶກອາຄານ ທີ່ ສະຫະຣັດ ເຊື່ອວ່າ ຈະ ໃຊ້ເປັນ ຖານ ປະຕິບັດງານ ຂອງກໍາລັງ ທະຫານຈີນ ນັ້ນ, ແມ່ນເນື້ອຫາ ສຳຄັນ ທີ່ ຈະນໍາມາ ສົນທະນາ ໃນ ກອງປະຊຸມ ຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.