ກັມມາທິການແມ່ນ້ຳຂອງ ຮຽກຮ້ອງ ຄວາມຮ່ວມມື
2020.06.16
ຄະນະກັມມາທິການແມ່ນ້ຳຂອງສາກົນ ຫລື MRC ຮຽກຮ້ອງໃຫ້ທຸກປະເທດ ຕາມລຳແມ່ນ້ຳຂອງເປີດເຜີຍ ແລະ ແລກປ່ຽນຂໍ້ມູນກ່ຽວກັບ ປະຣິມານນ້ຳແມ່ນ້ຳຂອງ ໃນທຸກຣະດູການ ເພື່ອຫລີກລ້ຽງຄວາມ ເຂົ້າໃຈຜິດ ແລະເພື່ອຫລຸດຜ່ອນຄວາມສ່ຽງ ທີ່ຈະໄດ້ຮັບຜົນກະທົບ ຈາກພັຍແຫ້ງແລ້ງ ແລະນ້ຳຖ້ວມ.
ດຣ. ອັ່ນ ພິດຮັດດາ ປະທານຄະນະກັມມາທິການແມ່ນ້ຳຂອງສາກົນ ກ່າວຄຳຮຽກຮ້້ອງນັ້ນ ໃນວັນທີ່ 16 ມິຖຸນາ 2020 ນີ້ວ່າ ເຂດແມ່ນ້ຳ ຂອງໄດ້ຮັບຜົນກະທົບ ຈາກພັຍແຫ້ງແລ້ງ ແລະນ້ຳຖ້ວມຢ່າງໜັກ ໃນຣະຍະສອງສາມປີ ທີ່ຜ່ານມາ.
ປະເທດຕາມລຳແມ່ນ້ຳຂອງ ທຸກປະເທດ ຄວນຮ່ວມມືກັນ ແລະຊ່ວຍກັນແກ້ໄຂບັນຫາ ເຫລົ່ານັ້ນ ດ້ວຍຄວາມໂປງໃສ ແລະໃຫ້ທັນເວລາທັງ ໃນປັດຈຸບັນ ແລະອະນາຄົດ.
ອົງການ Eyes on Earth ຊຶ່ງເປັນອົງການສຶກສາ ສິ່ງແວດລ້ອມ ທີ່ມີພື້ນຖານຢູ່ສະຫະຣັຖອະເມຣິກາ ຣາຍງານວ່າ ຫລັງຈາກສຶກສາ ສຳຣວດ ດ້ວຍການວັດແທກຣະດັບນ້ຳຂອງ ເປັນເວລາກວ່າ 20 ປີ ທາງອົງການ ສລຸບໄດ້ວ່າ ເຂື່ອນຈີນ ກັກນ້ຳຂອງໄວ້ຢ່າງຫຼວງຫຼາຍ ຊຶ່ງເຮັດໃຫ້ທາງພາກລຸ່ມແມ່ນ້ຳຂອງ ບົກແຫ້ງຢ່າງຜິດປົກກະຕິ.
ທ່ານ Brian Eyler ຫົວໜ້າໂຄງການເອເຊັຍຕາວັນອອກສ່ຽງໃຕ້ ປະຈຳ Stimson Center ທີ່ມີສຳນັກງານຢູ່ນະຄອນຫລວງວໍຊິງຕັນ ເມືອງຫລວງຂອງສະຫະຣັດອະເມຣິກາ ໄດ້ໃຫ້ສຳພາດຕໍ່ ວິທຍຸເອເຊັຍເສຣີກ່ຽວກັບ ເຣື່ອງນີ້ເມື່ອຕົ້ນປີນີ້ວ່າ:
“ຂ້າພະເຈົ້າຄິດວ່າ ການສຶກສາສຳຣວດຂອງອົງການ Eyes on Earth ສະແດງໃຫ້ເຫັນວ່າ ເຂື່ອນຢູ່ຈີນ ມີສ່ວນເຮັດ ໃຫ້ແມ່ນ້ຳຂອງ ໃນພາກລຸ່ມບົກແຫ້ງຢ່າງແຮງ.”
ຄະນະກັມມາທິການແມ່ນ້ຳສາກົນ ໄດ້ເຈຣະຈາກັບ ຈີນ ແລະ ປະເທດແມ່ນ້ຳຂອງອື່ນໆ ແລະ ຮຽກຮ້ອງໃຫ້ມີ ການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບປະຣິມານນ້ຳ ແລະ ຣະດັບນ້ຳຂອງເປັນປະຈຳ ໃນທຸກ ຣະດູການ.
ສຸດທ້າຍຫລັງຈາກເຈຣະຈາກັນເປັນເວລາ ສອງປີ ທາງຝ່າຍຈີນ ກໍຍອມແລກປ່ຽນຂໍ້ມູນກ່ຽວກັບ ຣະດັບນ້ຳ ແລະປະຣິມານນ້ຳຝົນ ທີ່ຕົກໃນ ຈີນ ນັບແຕ່ວັນທີ່ 1 ເດືອນມິຖຸນາ ຈົນເຖິງວັນທີ່ 31 ເດືອນພຶສຈິກາ ຂອງທຸກປີ ໃນຣະຍະຫ້າປີຂ້າງໜ້າ ແປວ່າ ຈີນ ຍອມເປີດເປີດຂໍ້ມູນ ຣະດັບນ້ຳພຽງແຕ່ ໃນຣະດູຝົນ ເທົ່ານັ້ນ.
ແຕ່ຄະນະກັມມາທິການແມ່ນ້ຳຂອງສາກົນ ໄດ້ສເນີຄືນເມື່ອວັນທີ່ 16 ມິຖຸນາ ນີ້ວ່າ ຄະນະກັມມາທິການແມ່ນໍ້າຂອງສາກົນ ຍິນດີທີ່ຈີນ ຕົກລົງຈະເປີດເຜີຍ ແລະ ແລກປ່ຽນຂໍ້ມູນກ່ຽວກັບ ປະຣິມານນ້ຳ ໃນຣະດູ ຝົນ ຫລື ຣະດູນ້ຳຖ້ວມ ແຕ່ຄະນະກັມມາທິການ ແມ່ນ້ຳຂອງ ສາກົນ ໄດ້ຮຽກຮ້ອງຕລອດມາ ໃຫ້ທຸກປະເທດເປີດເຜີຍ ແລະ ແລກປ່ຽນຂໍ້ມູນກ່ຽວກັບ ປະຣິມານນ້ຳໃນທຸກເວລາ ແລະ ທຸກຣະດູການ ເພື່ອຫລຸດຜ່ອນ ຄວາມສ່ຽງຂອງພັຍນ້ຳຖ້ວມ ແລະພັຍແຫ້ງແລ້ງໃນຂົງເຂດ.