ສະຫະຣັດບໍ່ອອກວິຊາ ໃຫ້ຄົນລາວ
2020.06.24
ກົມກົງສຸນ ກະຊວງການຕ່າງປະເທດລາວ ແຈ້ງໃຫ້ພີ່ນ້ອງປະຊາຊົນລາວ ທຸກຄົນຊາບວ່າສະຖານເອກອັຄຣັຖທູດ ສະຫະຣັດອະເມຣິກາ ປະຈຳ ສປປລາວ ໄດ້ຢຸດການອອກວິຊາເຂົ້າສະຫະຣັດ ອະເມຣິກາ ໃຫ້ແກ່ພົລເມືອງລາວ, ທີ່ມີຈຸດປະສົງ ຈະເດີນທາງໄປສະຫະຣັຖ ອະເມຣິກາ ແບບບໍ່ເປັນທາງການເຊັ່ນ; ໄປທ່ອງທ່ຽວ, ຢ້ຽມຢາມ, ໄປຝຶກອົບຮົມ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານ, ເຂົ້າຮ່ວມໂຄງ ການແລກປ່ຽນຕ່າງໆ, ເດີນທາງຜ່ານ, ໄປຫາຄູ່ໝັ້ນ, ໄປຫາຜົວ-ເມັຽ, ຫລື ຈະປະກັນເອົາລູກ ໄປຢູ່ນຳພໍ່ແມ່ ທີ່ອະເມຣິກາ.
ທາງການສະຫະຣັດ ຈະພິຈາຣະນາໃຫ້ວິຊາແຕ່ຄົນລາວ ທີ່ຈະໄປເຮັດວຽກທາງການ ກັບອົງການສະຫະປະຊາຊາດ ຫຼື ໄປປະຕິບັດໜ້າທີ່ ຢູ່ສຳນັກງານຜູ້ຕາງໜ້າ ການທູດຂອງລາວ ປະຈຳສະຫະຣັຖ ເທົ່ານັ້ນ. ສະຖານທູດສະຫະຣັດ ອອກປະກາດນີ້ ແຕ່ວັນທີ່ 6 ເມສາ 2020 ແລະໄດ້ມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ເມສາ 2020 ນີ້ເປັນຕົ້ນໄປ.
ທາງການສະຫະຣັດ ປະກາດ ບໍ່ອະນຸຍາດໃຫ້ພົລເມືອງລາວ ໄປສະຫະຣັດຄັ້ງນີ້ ກໍເພາະວ່າຣັຖບານ ສປປລາວ ບໍ່ຍອມຮັບເອົາຄົນທີ່ ກະທຳຜິດກົດໝາຍ ຢູ່ສະຫະຣັຖ ທີ່ອ້າງວ່າ ເປັນພົລເມືອງລາວ ແລະ ທີ່ທາງການສະຫະຣັດ ຕ້ອງການຢາກສົ່ງກັບມາ ສປປ ລາວ.
ເຈົ້າໜ້າທີ່ສະຖານທູດລາວ ປະຈຳສະຫະຣັດ ທ່ານນຶ່ງ ໄດ້ອະທິບາຍ ສາເຫດຕໍ່ນັກຂ່າວວິທະຍຸ ເອເຊັຽເສຣີ ໃນວັນທີ 22 ມິຖຸນາ 2020 ນີ້ວ່າ:
“ບັນຫາທີ່ເຂົາໂຈະການອອກວີຊາ ກະຍ້ອນບັນຫາເຣື່ອງ ອະເມຣິກາ ເພິ່ນຢາກສົ່ງ ຄົນລາວຈໍານວນນຶ່ງ ທີ່ຖືກຄະດີຕ່າງໆຢູ່ເມກາກັບລາວ ເນາະ ທີ່ວ່າທາງການລາວຮັບບໍ່ໄດ້ ແຕ່ວ່າທາງເມກາ ເພິ່ນກະຢາກບັງຄັບໃຫ້ ທາງຣັຖບານລາວຮັບຢ່າງດຽວ ເຊິ່ງວ່າກະຍ້ອນການຕົກລົງ ກັນຍັງບໍ່ໄດ້ເທື່ອ ສະນັ້ນເຮົາກະມັນກະເລື່ອນມາ ສະນັ້ນທາງອາເມ ເພິ່ນກະເລີຍວ່າຖິ້ມໂທດວ່າ ທາງຣັຖບານລາວບໍ່ໃຫ້ການຮ່ວມມື ລະຈັ່ງ ໃຊ້ມາຕການທາງວີຊານີ້ ຂຶ້ນມາຫັ້ນລົງໂທດລາວ ສະນັ້ນຖ້າບັນຫານີ້ ໃນອານາຄົດ ໄດ້ຮັບການແກ້ໄຂ ກະຄຶດວ່າສະພາບມັນກະຊິກັບມາ ຄືເກົ່າເນາະ.”
ທາງສະຖານທູດສະຫະຣັດ ຢູ່ນະຄອນຫຼວງວຽງຈັນ ຈະບໍ່ຮັບຄຳຮ້ອງຂໍວີຊາ ຈາກປະຊາຊົນລາວ ນັບແຕ່ວັນອອກປະກາດນີ້ ຈົນກວ່າຈະມີ ໃບແຈ້ງການ ສະບັບໃໝ່.
ກ່ຽວກັບເຣື່ອງນີ້ ພະນັກງານຂອງຣັດທ່ານນຶ່ງ ທີ່ແຂວງບໍຣິຄຳໄຊ ໃຫ້ຄຳຄິດຄຳເຫັນວ່າ:
“ທາງການລາວຕີຣາຄາວ່າ ຄັນມາແຕ່ອະເມຣິການີ້ ເປັນຄົນບໍ່ຢາກດີວ່າຊັ່ນສະ ເປັນໃສ້ເປັນໜອນ ເປັນໄມ້ມືໃຫ້ພວກນັ້ນ; ມາກໍຊິບໍມີຄວາມ ສງົບປານໃດດອກ ຢ້ານເອົາເຂົ້າມາ ກໍ່ຄວາມວຸ້ນວາຍອີກ; ມັນບໍ່ດີປານໃດແລ້ວ ເພິ່ນຈຶ່ງສົ່ງມາຫັ່ນໜ໋າ. ເອົາມາແລ້ວ ມາກໍ່ຄວາມວຸ່ນວາຍ ຢູ່ປະເທດນ້ອຍນີ້ ມັນແຮງເຕັກ. ອັນຫລັກໆຂອງມັນ ແມ່ນເຂົາບໍ່ຢາກເຊື່ອແນ່ ໄປຕົກອະເມຣິກາແລ້ວ ເຂົາເຈົ້າພວກນີ້ ເປັນປະຕິການ ນ້ອຍໜ່ອຍນຶ່ງໜ໋າ.”
ໃນທຳນອງດຽວກັນ ອາດີດເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ກໍໃຫ້ຄຳເຫັນວ່າ:
“ອົພຍົບ ຊຶ່ງວ່າຄົນທີ່ໂຕນໄປ ອະເມການີ້ ກັບຄືນ ລາວເຮົາບໍ່ຮັບຍ້ອນວ່າ ຜູ່ຊິມາຫັ້ນ ເຮົາບໍ່ຮູ້ວ່າເປັນຄົນແນວໃດ ບາດເປັນຄົນບໍ່ດີ ຜິດກົດ ໝາຍຂ້ອຍຊິເອົາເຂົ້າມາ ຢູ່ປະເທດເຮົາ ພັດແຫ່ງຊິເຮັ່ງ ບໍ່ດີແຫ່ງຊິສ້າງຄວາມ ວຸ້ນວາຍໄປໃສ່ປະເທດລາວອີກ ລາວກໍບໍ່ຮັບກະຍ້ອນເຫດ ຜົລອັນນີ້ ອະເມຣິກາຈຶ່ງຕັດສິນວ່າ ບໍ່ໃຫ້ຄົນລາວເຂົ້າອະເມກາ.”
ຂ່າວໃນສະຫະຣັດຣາຍງານວ່າ ຣັຖບານສະຫະຣັດຢາກສົ່ງຄົນລາວທັງໝົດປະມານ 4,200 ຄົນທີ່ບໍ່ໄດ້ສັນຊາດ ອະເມຣິກາ ແລະທີ່ກະທຳ ຜິດກົດໝາຍ ຮ້າຍແຮງ ຢູ່ ສະຫະຣັດ ກັບຄືນປະເທດລາວ.