ຂ.ໄຊສົມບູນຍັງບໍ່ສງົບ

ຈໍາປາທອງ
2015.12.24
 F-Xaysomboun ແຂວງໄຊສົມບູນ ສປປ ລາວ
Wikipedia

ເຈົ້າໜ້າທີ່ ບໍານານ ທ່ານນຶ່ງ ທີ່ ໃກ້ຊິດ ກັບ ເຈົ້າໜ້າທີ່ ຣະດັບສູງ ຂອງ ກະຊວງ ປ້ອງກັນປະເທດ, ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 24 ທັນວາ ນີ້ວ່າ ຍັງມີຄວາມ ບໍ່ສະຫງົບ ຢູ່ ແຂວງ ໄຊສົມບູນ ອີກສອງຄັ້ງ ເຮັດໃຫ້ ມີຜູ້ເສັຽ ຊີິວິດ 1 ຄົນ ແລະ ບາດເຈັບ ອີກ 3 ຄົນ.

ທ່ານ ກ່າວວ່າ ເຫດການນຶ່ງ ເກີດຂຶ້ນ ໃນວັນທີ 15 ທັນວາ ເມື່ອຜູ້ກໍ່ກວນ ຄວາມບໍ່ສະຫງົບ ໄດ້ລັດຍິງ ຣົດຈັກ ສອງຄັນ, ເຮັດໃຫ້ ມີ ຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ ອີກ 1 ຄົນ. ຈຸດທີ່ ເກີດເຫດ ແມ່ນ ຢູ່ເສັ້ນທາງ ໄປຫາ ເມືອງລ່ອງແຈ້ງ, ຫ່າງຈາກ ຕົວ ເມືອງ ໄຊສົມບູນ ຫລື ເມືອງ ອະນຸວົງ ປະມານ 30 ກິໂລແມັດ.

ອີກ ເຫດການນຶ່ງ ເກີດຂຶ້ນ ໃນວັນທີ 18 ທັນວາ ຊຶ່ງມີກຸ່ມ ຜູ້ກໍ່ຄວາມ ວຸ້ນວາຍ ລັດຍິງ ຣົດ ຮຸນໄດ ທີ່ກໍາລັງ ຂົນສົ່ງເບັຽ ຢູ່ ສົ້ນຂົວ ນໍ້າໂມ້ ຫ່າງຈາກ ຕົວເມືອງ ອະນຸວົງ ປະມານ 3 ກິໂລແມັດ, ເຮັດໃຫ້ຄົນ ຢູ່ໃນຣົດ 2 ຄົນ ບາດເຈັບ ຜູ້ນຶ່ງ ອາການ ສາຫັດ. ປັດຈຸບັນ ນອນຢູ່ ໂຮງໝໍ 103. ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ບໍານານ.

ທ່ານກ່າວ ເພີ້ມວ່າ ຫລ້າສຸດ ມີຣາຍງານ ວ່າ ທາງໜ່ວຍງານ ທະຫານ ແລະ ຕໍາຣວດ ໄດ້ຈັບ ຜູ້ຕ້ອງສົງໄສ ໄດ້ແຕ່ ບໍ່ເປີດເຜີຍ ຈໍານວນ. ທາງການ ແຂວງ ໄຊສົມບູນ ໄດ້ ອອກຄໍາສັ່ງ ຫ້າມ ປະຊາຊົນ ອອກບ້ານ ນັບແຕ່ 6 ໂມງແລງ ຂຶ້ນໄປ ຊຶ່ງ ເປັນຄໍາສັ່ງ ທີ່ອອກມາ ແຕ່ເດືອນ ພືສຈິກາ ເປັນຕົ້ນມາ ຈົນຮອດ ປັດຈຸບັນ.

ບັນຫາ ຄວາມບໍ່ ສະຫງົບ ຢູ່ແຂວງ ໄຊສົມບູນ ເກີດຂຶ້ນຫຼາຍຄັ້ງ ຣະຫວ່າງ ວັນທີ 12 ຫາ ວັນທີ 25 ພຶສຈິກາ ໂດຍມີກຸ່ມ ກໍ່ຄວາມ ບໍ່ສະຫງົບ ລັດຍິງຣົດ, ແລະ ຍິງ ປະທະ ກັບ ທະຫານ ຫຼາຍຄັ້ງ ເຮັດໃຫ້ ທະຫານ ເສັຽຊີວິດ 3 ຄົນ ແລະ ພົລເຮືອນ 3 ຄົນ.

ກ່ຽວກັບ ເຣຶ່ອງນີ້ ເອເຊັຽເສຣີ ໄດ້ ພຍາຍາມ ຕິດຕໍ່ ຫາ ພັນໂທ ບົວພັນ ຫົວໜ້າ ກອງ ບັນຊາການ ປກສ ແຂວງ ໄຊສົມບູນ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ຫຼາຍຄັ້ງ ໃນ ວັນທີ 23 ທັນວາ ນີ້ ເພື່ອ ສອບຖາມ ຂໍ້ມູນ ເພີ້ມເຕີມ, ແຕ່ ບໍ່ມີຄົນ ຮັບສາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.