ລົມເຣື້ອງຂ່າວ 03-27-2016

ອຸ່ນແກ້ວ ສຸກສະຫວັນ
2016.03.27
F-talk-show2 ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
RFA

ບັນຫາ ຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ຢູ່ ປະເທດລາວ: ຫລັງຈາກເກີດບັນຫາ ຄວາມບໍ່ສະຫງົບ ມີການລັດຍິງ ຢູ່ ແຂວງ ໄຊສົມບູນ ໃນປີ ທີ່ ຜ່ານມາ ກໍມີ ຜູ້ເສັຽຊີວິດ ແລະ ບາດເຈັບ ໃນປີ ທີ່ຜ່ານ. ໃນປີ 2016 ນີ້ ກໍມີເຫດການ ຄວາມບໍ່ສະຫງົບ ເກີດຂຶ້ນອີກ 3 ຄັ້ງ ໃນນັ້ນ ເຫດການ ສອງຄັ້ງ ມີຄົນຈີນ ເສັຽຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ ຊຶ່ງເກີດຂຶ້ນ ໃນວັນທີ 1 ມິນາ ຢູ່ ບ້ານວຽງຄໍາ ເມືອງພູຄູນ ແຂວງ ຫຼວງພຣະບາງ ແລະ ຫຼ້າສຸດ ກໍເກີດເຫດການ ລັດຍິງ ຣົດເມ ໂດຍສານ ຂອງຈີນ ແລະ ຣົດ ໄທເກີ ທີ່ເປັນ ຣົດສ່ວນຕົວ ຢູ່ ເມືອງກາສີ ເຮັດໃຫ້ມີ ຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ 6 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.