ຕູ້ເຊບຫ້ອງການແຂວງ ຖືກງັດ

ອຸ່ນແກ້ວ ສຸກສະຫວັນ
2020.08.25
F-Saravan ປະຕູໂຂງເຂົ້າສູ່ເທສບານ ແຂວງສາຣະວັນ ຍິນດີຕ້ອນຮັບ
ນັກຂ່າວພົລເມືອງ

ເຈົ້າໜ້າທີ່ແຂວງສາຣະວັນ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 23 ສິງຫາ ວ່າ: ມີຄົນເຂົ້າມາງັດຕູ້ເຊບເງິນສົດ ຂອງ ຫ້ອງວ່າການແຂວງສາຣະວັນ ໃນວັນທີ 21 ສິງຫາ ທີ່ຜ່ານມາ ແລະ ໄດ້ຂົນເອົາເງິນສົດ ຈຳນວນຫຼາຍຕື້ກີບໄປໝົດ.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ: ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ໄດ້ກັກຕົວຜູ້ຮັບຜິດຊອບຄັງເງິນສົດ ຫ້ອງວ່າການແຂວງໄວ້ເພື່ອສືບສວນ ສອບສວນ, ແຕ່ຍັງບໍ່ມີຣາຍຣະອຽດ ຜົນຂອງການສືບສວນ-ສອບສວນ.

ເຫດການນີ້ເກີດຂຶ້ນ ກຽ່ວພັນຫາຂໍ້ຂັດແຍ່ງ ຂອງບັນດາເຈົ້າໜ້າທີ່ ລະດັບສູງຂອງແຂວງ, ລະບົບການບໍຣິຫານ ຂອງແຂວງສາຣະວັນ ມີບັນຫາ, ເຈົ້າໜ້າທີ່ລະດັບຜູ້ປະຕິບັດ ບໍ່ມີຄວາມ ເຊື່ອໝັ້ນຕໍ່ເຈົ້າໜ້າທີ່ລະດັບການນໍາຂອງແຂວງ, ແລະ ນອກຈາກນີ້ ກອງປະຊຸມ ອົງຄະນະພັກແຂວງ ກໍຍັງບໍ່ສາມາດຈັດຕັ້ງຂຶ້ນໄດ້ ຍ້ອນບັນຫາພາຍໃນແຂວງ. ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ ທ່ານນີ້.

ນອກຈາກນີ້ ບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ຫ້ອງວ່າ ການແຂວງສາລະວັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ສິງຫາ ວ່າ: ມີການເຂົ້າໄປງັດ ຕູ້ເຊບເງິນສົດ ຢູ່ຫ້ອງວ່າການແຂວງ ແຕ່ຍັງບໍ່ຮູ້ ຈຳນວນມູນຄ່າເງິນທີ່ຖືກລັກເອົາໄປວ່າ ມີເທົ່າໃດແທ້.

ເຖິງຢ່າງໃດກໍຕາມ, ທ່ານ ສີສຸວັນ ວົງຈອມສີ ເຈົ້າຂອງແຂວງສາຣະວັນ ປະຕິເສດເລື່ອງນີ້ ໂດຍເວົ້າວ່າ ບໍ່ມີເຫດການງັດຕູ້ເຊບ:

ນັກຂ່າວ: ຂໍຖາມແດ່ໜ້ອຍນຶ່ງ ວ່າມີການງັດຕູ້ເງິນສົດ ຂອງຫ້ອງວ່າການແຂວງ ຫັ້ນນ່າ ທ່ານ ເຈົ້າແຂວງ ເປັນຈັ່ງໃດລະນໍ້ ປັດຈຸບັນນີ້ນະ?

ເຈົ້າແຂວງ: ບໍ່ນ່າ ບໍ່ໄດ້ຍິນນ່າ ໃຜ, ໃຜເວົ້າ.?

ນັກຂ່າວ: ໂອ້ກະມິີແຫຼວ ຄົນເຂົາເວົ້າທັງບ້ານ ທັງເມືອງລະທ່ານ ມີຄົນເວົ້າແລ້ວ.

ເຈົ້າແຂວງ: ເກັ່ງເນາະ ຂ້ອຍຍັງບໍ່ຮູ້ເນາະ.

ນັກຂ່າວ: ທ່ານ ບໍ່ເວົ້າຕ່າງຫາກຕີ້ ບໍ່ແມ່ນບໍ່ຮູ້ ປະຕິເສດຕ່າງຫາກຕີ້?

ເຈົ້າແຂວງ: ຂ້ອຍຍັງຄາປະຊຸມເດີ.

ນັກຂ່າວ: ຄືວ່າ ມັນມີຂໍ້ຂັດແຍ່ງອີ່ຫຍັງກັນ ພາຍໃນແຂວງ ທ່ານ?

ເຈົ້າແຂວງ: ໂອ້ຍ ອັນນີ້ການປັ່ນປ່ວນຂອງເຈົ້າ [ນັກຂ່າວ] ດອກ ເຈົ້າຊິສົນອີ່ຫຍັງ ເລື່ອງຂອງເຂົາ.

ປັດຈຸບັນນີ້ ເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນ ແລະ ຍັງບໍ່ສາມາດເປີດເຜີຍໄດ້, ດັ່ງ ທ່ານ ພັນເອກ ສີເສີດ ສອນດາລາ ຫົວໜ້າກອງ ບັນຊາການ ປກສ ແຂວງສາຣະວັນ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 25 ສິງຫາ ວ່າ:

"ເອີ ກະບໍ່ທັນໄດ້ວ່າ ເຈົ້າເປັນແນວນັ້ນ ເພາະວ່າ ເຈົ້າເປັນຜູ້ຮັບຜິດຊອບຄັງເງິນສົດ ຂອງອົງການໃດ ຖ້າມີເງິນເສັຍກະຕ້ອງມີຄວາມຮັບ ຜິດຊອບ, ເລື່ອງຄວາມຮັບຜິດຊອບ ມັນກະຕ້ອງມີການເປີດ ການດໍາເນີນການ ສືບສວນສອບສວນເນາະ ມັນບໍ່ແມ່ນວ່າກໍຣະນີຊິສົງໄສ ວ່າຜູ້ຮັກສາເງິນເປັນຜູ້ລັກເອົາ ແຕ່ວ່າດ້ວຍຄວາມຮັບຜິດຊອບຂອງເຈົ້າ ກະຕ້ອງໄດ້ມີການດໍາເນີນ ການເຈົ້າກ່ອນ ກັກຕົວເຈົ້າໄວ້ກ່ອນ."

ທ່ານ ກ່າວຕື່ມອີກວ່າ ສ່ວນສາເຫດ ຂອງການງັດຕູ້ເຊບເງິນສົດ ໃນຄັ້ງນີ້ ຍັງບໍ່ທັນຮູ້ຣະອຽດ ເຈົ້າໜ້າທີ່ກໍາລັງກວດສອບເບິ່ງ ແລະ ຈະກວດສອບ ຈົນວ່າຈະມີຄວາມກະຈ່າງແຈ້ງ, ແຕ່ຍັງບໍ່ຮູ້ວ່າ ຈະໃຊ້ເວລາ ດົນປານໃດໃນການກວດສອບ.

ນອກຈາກນີ້, ໃນປີ 2018 ຜ່ານມາ ໄດ້ມີເຫດ ລັກສນະດຽວກັນ ຄື ມີການງັດຕູ້ເງິນສົດ ຂອງໂຮງຮຽນສ້າງຄຣູ ແຂວງສາຣະວັນ ແລະ ມີເງິນຖືກລັກໄປ 4 ຕື້ ກີບ, ແຕ່ບໍ່ມີໃຜຖືກ ດໍາເນີນ ຄະດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.