ຣາຍງານການປະຕິບັດ ສິດທິ ມະນຸດ ຢູ່ລາວ

ສິດນີ
2018.04.25
F-Justice ກະຊວງຍຸຕິທັມ ສປປ ລາວ
Public Domain / Ministry of Justice, Lao PDR

ກະຊວງຕ່າງປະເທດສະຫະຣັດ ໄດ້ອອກບົດຣາຍງານປະຈຳປີ 2017 ກ່ຽວກັບການປະຕິບັດຕໍ່ສິດທິມະນຸດໃນລາວ ຂອງຣັຖບານລາວ ໄດ້ ຣະບຸ ສປປລາວ ວ່າຍັງລະເມີດສິດທິມະນຸດ ແລະສິດທິສ່ວນບຸກຄົນ ຫລາຍຢູ່ ຣາຍງານວ່າ ປະເທດຄອມມິວນິສ ສປປລາວ ຍັງປົກຄອງ ໂດຍພັກໂທນພັກດຽວ ຊຶ່ງເປັນພັກປະຊາຊົນ ປະຕິວັດລາວ ການເລືອກຕັ້ງ ສະພາແຫ່ງຊາດ ທີ່ຈັດຂຶ້ນຄັ້ງຫລ້າສຸດຄື ໃນເດືອນ ມິນາ ປີ 2016 ເປັນການເລືອກຕັ້ງ ບໍ່ເສຣີ ແລະບໍ່ຍຸຕິທັມ. ພັກປະຊາຊົນ ປະຕິວັດລາວເປັນຜູ້ຄັດ ເລືອກເອົາສະມາຊິກ ສະພາ ແລະການປ່ອນບັດ ເລືອກຕັ້ງ ກໍຖືເປັນພັນທະ ຂອງປະຊາຊົນລາວ ຫມົດທຸກຄົນ.

ບົດຣາຍງານປະຈຳປີ 2017 ໄດ້ຣະບຸຸເຖິງສິດທິມະນຸດເປັນສີ່ງສຳຄັນ ໃນນັ້ນຮ່ວມດ້ວຍສິດທິສ່ວນບຸກຄົນ, ການຈັບກຸມຜູ້ຕ້ອງຫາ ປາສຈາກ ການໄຕ່ສວນ, ຂາດຂະບວນການຍຸຕິທັມ, ການກັກຂັງລົງໂທດ ປາສຈາກຂໍ້ຫາຄະດີ, ການຈຳກັດສິດທິໃນການ ປາກເວົ້າ ການສະແດງອອກ ຂ່າວສານ ການຊຸມນຸມ ການຈັດຕັ້ງສະມາຄົມ ການປະຕິເສດປະຊາຊົນ ໃນການຄັດເລືອກຣັຖບານທີ່ເສຣີ ການຄ້າມະນຸດ ແລະການຈຳກັດ ສິດທິຂອງຄົນງານ ຮ່ວມທັງສິດທິໃນການຈັດຕັ້ງ ສະຫະພັນແຮງງານເອກຣາດ ປາສຈາກການພົວພັນຈາກຣັຖບານ. ບົດຣາຍງານຣະບຸວ່າ:

1-ກ່ຽວກັບການເຄົາຣົບນັບຖືສິດທິ ສ່ວນບຸກຄົນຫລືສິດທິສ່ວນຕົວ ໃນນັ້ນຮ່ວມດ້ວຍການກັກຂັງນັກໂທດ, ການຈັບກຸມຜູ້ຕ້ອງຫາ ປາສຈາກ ຫລັກຖານ, ການທໍຣະມານ ນັກໂທດ ຫລືການປະຕິບັດ ຕໍ່ນັກໂທດແບບໂຫດຮ້າຍ ແລະ ຂາດມະນຸສທັມ ໃນສະຖານທີ່ກັກຂັງ ຫລືວ່າຄຸກ ໃນລາວ; ເປັນຕົ້ນ ການຕີນັກໂທດ ການທຳຮ້າຍຮ່າງກາຍ ຮ່ວມເຖິງ ສະພາບການ ໃນຫ້ອງຂັງກໍແອອັດ ແລະຄັບແຄບ ອາຫານບໍ່ພຽງພໍ ນັກໂທດມີຫລາຍເກີນໄປ ໃນຫ້ອງແຄບໆ ຂາດສຸຂອະນາມັຍ ຂາດການປິ່ນປົວ ພຍາບານໃນເວລາເຈັບໄຂ້ ແລະໃນຫ້ອງຂັງ ກໍມີນັກໂທດ ຄະດີຮ້າຍແຮງ ກໍຖືກຂັງປົນກັບນັກໂທດ ທົ່ວໄປ ຊຶ່ງຂາດມາຕຖານສາກົນ ໃນການກັກຂັງນັກໂທດ ໃນຄຸກໃນລາວ ບໍ່ວ່າທາງຈະຣິຍະທັມ ແລະຄຸນນະທັມ.

ແລະຄຸກບາງແຫ່ງຢູ່ ນະຄອນຫຼວງ ວຽງຈັນ ມີນັກໂທດກວ່າ 700 ຄົນ ແຕ່ມີຕຽງສຳລັບຄົນໄຂ້ໃນຫ້ອງກວດພຍາດ ພຽງແຕ່ສີ່ຕຽງ ເທົ່ານັ້ນ ແລະມີພະນັກງານແພດ ພຽງແຕ່ 3 ຄົນ. ເມື່ອເວລານັກໂທດເຈັບໄຂ້ ຄອບຄົວແລະຍາດພີ່ນ້ອງ ຕ້ອງຈ່າຍເງິນຄ່າ ຢາປົວພຍາດເອງຖ້າບໍ່ມີ ຍາດພີ່ນ້ອງ ຫລືຜູ້ປົກຄອງ ກໍປ່ອຍໄປຕາມສະຖານະກັມ ບາງກໍຣະນີຖ້າມີເຫດສຸຂເສີນກໍສົ່ງໄປຮັກສາ ທີ່ໂຮງພຍາບານຕຳຣວດ ທີ່ນະຄອນ ຫລວງວຽງຈັນ ຖ້າໂຊກດີ ແຕ່ກໍມີຫນ້ອຍ ແລະຫລັງຈາກພົ້ນໂທດແລ້ວ ຄອບຄົວ ແລະ ຍາດພີ່ນ້ອງ ຍັງຕ້ອງໄດ້ຈ່າຍຄ່າ ອາຫານການກິນ ແລະຄ່າເບິ່ງແຍງໃນຄຸກ ໃຫ້ແກ່ຫ້ອງການຄຸກນຳອີກ.

ຍັງມີການກັກຂັງຜູ້ຕ້ອງສົງສັຍ ໂດຍບໍ່ມີກຳນົດ ກ່ອນການຂຶ້ນສານ ຫລື ດຳເນີນຄະດີໃນລາວ ບາງກໍຣະນີ ຖືກກັກຂັງ ເປັນເວລາຫລາຍປີ ກ່ອນຈະຖືກດຳເນີນຄະດີ ຫລືບາງກໍຣະນີ ບໍ່ມີການຂຶ້ນສານເລີຍ.

ສານລາວຂາດຄວາມຍຸຕິທັມ ໃນການດຳເນີນຄະດີ ຍັງມີການຊື້ຈ້າງຈອບອອຍຂຸນສານ ແລະອັຍການສານຫລາຍ ຢູ່ໃນລາວ ສານລາວ ຈະຕັດສິນຄະດີ ປາສຈາກທະນາຍຄວາມ ຄ້ຳປະກັນສິດທິ ຜູ້ຕ້ອງສົງສັຍ. ສານລາວຈະຕັດສິນຄວາມຜິດ ຜູ້ຕ້ອງຫາ ລ່ວງຫນ້າ ກ່ອນ ດຳເນີນຄະດີ ຈາກການໃຫ້ປາກຄຳ ຂອງເຈົ້າຫນ້າທີ່ຕຳຣວດ ຫນ່ວຍສືບສວນເປັນຫລັກ ໃນການຕັດສິນຄະດີໃນລາວ. ທັງຫມົດນີ້ ແມ່ນ ການລະເມີດສິດທິ ສ່ວນບຸກຄົນໃນລາວ.

2-ກ່ຽວກັບການເຄົາຣົບນັບຖື ສິດທິພົລເຮືອນ ໃນນັ້ນຮ່ວມດ້ວຍສິດທິ ການສະແດງຄໍາຄິດເຫັນ ການປາກເວົ້າການອອກຂ່າວຫຼືການອອກ ຂໍ້ຄວາມໃນເຄືອຂ່າຍອິນເຕີແນດ ການຊຸມນຸມແບບສັນຕິ ການຈັດຕັ້ງສະມາຄົມເອກຣາດ ການນັບຖືສາສນາ ການໂຍກຍ້າຍ ປະຊາຊົນ, ການປົກປອ້ງຜູ້ລີ້ພັຍ ຊຶ່ງບັນຫາດັ່ງກ່າວ ທັງຫມົດນີ້ ບົດລາຍງານ ປະຈຳປີ 2017 ກະຊວງຕ່າງປະເທດ ສະຫະຣັດ ຣະບຸວ່າ ຍັງມີການ ກີດກັ້ນ ແລະຫ້າມການກະທຳດັ່ງກ່າວ ຈາກທາງການລາວຢູ່ ແລະຫຼາຍຄົນກໍຖືກຈັບກຸມ ໃນການກະທຳດັ່ງກ່າວ ເປັນຕົ້ນສິດທິການສະແດງ ຄວາມເຫັນ ດ້ວຍການລົງຂໍ້ຄວາມ ໃນເຄື່ອຂ່າຍອິນເຕີເນັດ ຄົນງານລາວສາມຄົນ ຈາກປະເທດໄທ ກໍຖືກຈັບ ແລະຖືກຕັດສິນຈຳຄຸກເປັນ ເວລາຫລາຍປີ ແລະ ທ້າວບຸນທັນ ທັມມະວົງ ກໍຖືກຈັບ ແລະ ລົງໂທດໃນຄະດີ ແບບດຽວກັນ. ດັ່ງເຈົ້າຫນ້າທີ່ຕຳຣວດລາວ ເຕືອນວ່າ:

"ຂ້າພະເຈົ້າຢາກຕັກເຕືອນ ກຸ່ມວັຍລຸ້ນ ຫລືປະຊາຊົນໂດຍທົ່ວໄປ ໃນການລົງຂໍ້ຄວາມໃນເຄືອຂ່າຍ ອິນເຕີເນັດ ຫືກົດໄລ້ກົດແຊ ຈະຕົກເປັນ ເຄື່ອງມື ຂອງຜູ້ບໍ່ຫວັງດີ ຖ້າມີການຈັບກຸມເກີດຂຶ້ນ ພວກທ່ານຈະຖືກຈັບກຸມ ໃນການກະທຳດັ່ງກ່າວເຫມືອນກັນ ດັ່ງນັ້ນ ຫ້າມກະທຳ."

ສິດທິການນັບຖືສາສນາໃນລາວ ຍັງມີການສິ້ງຊອມຫຼາຍຢູ່ ໂດຍສະເພາະ ຜູ້ນັບຖືສາສນາຄຣິສຕຽນໃນເຂດທ້ອງຖິ່ນ ໃນບາງແຂວງຍັງມີ ການຫ້າມການເຜີຍແຜ່ ສາສນາອື່ນຢູ່ໃນລາວ ນອກຈາກສາສນາພຸດ ຄຸນພໍ່ແລະຜູ້ນັບຖືສາສນາບາງຄົນກໍຖືກຈັບ ສ່ວນໃຫຍ່ໃນຂັ້ນທ້ອງຖິ່ນ. ສິດທິການໂຍກຍ້າຍປະຊາຊົນ ຈາກບ່ອນຢູ່ໃນອາສັຍ ຂອງພວກຂະເຈົ້າ ເທົ່າເຖິງປັດຈຸບັນ ຍັງມີການບັງຄັບ ປະຊາຊົນໃຫ້ໂຍກຍ້າຍ ຈາກ ບ່ອນຢູ່ອາສັຍຢູ່ ຍ້ອນໂຄງການພັທນາ ຂອງຣັຖບານ, ດັ່ງການສ້າງເຂື່ອນໄຟຟ້າ ແລະອື່ນໆ. ສິດທິໃນການຄຸ້ມຄອງ ຄົນຍ້າຍຖິ່ນຖານ ຫລື ຜູ້ລີ້ພັຍໃນລາວ ທາງການລາວ ກໍຍັງບໍ່ປະຕີບັດໃຊ້ ເປັນຕົ້ນ ຊາວມົ້ງ ທ້າວ ກາຢາງ ແລະອີກຫລາຍຄົນ ຜູ້ທີ່ບັງຄັບໃຫ້ກັບຄືນ ປະເທດລາວ ຈາກໄທ ທາງການລາວ ກໍບໍ່ອະນຸຍາດ ໃຫ້ເຈົ້າຫນ້າທີ່ ຕ່າງຊາດເຂົ້າໄປຢ້ຽມ ສະຖານະພາບຂອງພວກຂະເຈົ້າ ເທົ່າເຖິງປັດຈຸບັນ ຍັງບໍ່ຮູ້ວ່າ ຊາຕາກັມຂອງກຸ່ມດັ່ງກ່າວ ເປັນຢ່າງໃດໃນລາວ.

3-ກ່ຽວກັບສິດທິໃນການເຂົ້າຮ່ວມຂະບວນການ ທາງດ້ານການເມືອງໃນລາວ. ບົດຣາຍງານຣະບຸວ່າ ກົດຫມາຍລາວ ປະຕິເສດປະຊາຊົນ ລາວໃນການເລືອກຣັຖບານ ທີ່ເປັນອິສຣະ ແລະຍຸຕິທັມ ໃນການເລືອກຕັ້ງໃນແຕ່ລະຄັ້ງ ແລະຍັງກີດກັ້ນປະຊາຊົນ ໃນການອອກສຽງຢ່າງ ອິສຣະເຖິງແມ່ນວ່າກົດຫມາຍລາວ ຈະກຳນົດໄວ້ວ່າການປົກຄອງໃນລາວ ປະກອບດ້ວຍສາມຂແນງຄື ຂແນງນິຕິບັນຍັດ ຕຸລາການ ແລະ ບໍຣິຫານ ແຕ່ພັກ ປະຊາຊົນລາວ ຈະເປັນຜູ້ຄວບຄຸມ ທຸກຂແນງການປົກຄອງ ໃນລາວ.

ການຕັ້ງພັກການເມືອງອິສຣະ ຈະຖືກຫ້າມໃນລາວ ມີແຕ່ພັກປະຊາຊົນປະຕິວັດລາວ ເທົ່ານັ້ນ ເປັນພັກການເມືອງ ທີ່ຖືກຕາມກົດຫມາຍ ໃນການເລືອກຕັ້ງໃນລາວ.

4-ກ່ຽວກັບການສໍ້ຣາຊບັງຫລວງ ແລະຄວາມບໍ່ໂປ່ງໄສ ໃນຣັຖບານລາວ. ບົດຣາຍງານຣະບຸວ່າ ກົດຫມາຍລາວ ໄດ້ກຳນົດການລົງໂທດ ຢ່າງແຮງ ຕໍ່ເຈົ້າຫນ້າທີ່ຣັດ ຜູ້ສໍ້ຣາສບັງຫລວງ ແຕ່ຍັງມີເຈົ້າຫນ້າທີ່ລາວ ບາງຄົນ ທີ່ຖືກຈັບກຸມ ໃນຂໍ້ກ່າວຫາ ສໍ້ຣາສບັງຫລວງ ຍັງຖືກ ອະພັຍໂທດຢູ່.

ສື່ມວນຊົນພາກຣັດຂອງ ສປປລາວ ໄດ້ອອກບົດຣາຍງານວ່າ ບັນຫາທີ່ພົ້ນເດັ່ນ ໃນປັດຈຸບັນໃນລາວ ແມ່ນການສໍ້ຣາສບັງຫຼວງ ຣັຖບານ ໄດ້ວາງມາຕການໃນການປາບປາມ ກຸ່ມດັ່ງກ່າວຢ່າງເດັດຂາດ ແຕ່ຍັງມີການສໍ້ຣາສບັງຫລວງ ຫລາຍຢູ່ໃນລາວ.

5-ກ່ຽວກັບປະຕິກິຣິຍາ ແລະການປະຕິບັດຂອງຣັຖບານລາວ ຕໍ່ອົງການສາກົນ ແລະອົງການທີ່ບໍ່ຂຶ້ນກັບຣັຖບານຫຼື Ngo ໃນການສືບສວນ ກ່ຽວກັບ ການຣະເມີດສິດທິມະນຸດ ໃນລາວ. ບົດລາຍງານຣະບຸວ່າ ທາງການລາວ ໄດ້ຕອບຂໍ້ຄວາມກ່ຽວກັບ ສະພາບການສິດທິມະນຸດ ໃນລາວ ຕໍ່ອົງການສາກົນ ຫລື ngo ເປັນບາງຄັ້ງບາງຄາວ ແຕ່ການສືບສວນ ຈະບໍ່ຖືກອະນຸຍາດ ທັ້ງໆທີ່ອົງການສິດທິມະນຸດສາກົນ ຈະເຮັດວຽກພາຍໃຕ້ ການສິ້ງຊອມ ແລະຕິດຕາມຂອງເຈົ້າຫນ້າທີ່ລາວ.

6-ກ່ຽວກັບການດູຖູກດູ່ຫມີ່ນ ຫຼືຄວາມເລື່ອມລ້ຳຕ່ຳສູງ ຕໍ່ຊົນກຸ່ມນ້ອຍ ແມ່ຍິງ, ການກົດຂີ່ຂົ່ມເຫັງ ທາງສັງຄົມ ແລະການຄ້າມະນຸດໃນລາວ. ບົດຣາຍງານຣະບຸວ່າ ສຳລັບການຂົ່ມຂືນແມ່ຍິງແລະເດັກນ້ອຍ ແລະການໃຊ້ຄວາມຮຸນແຮງ ໃນຄອບຄົວ ກົດຫມາຍລາວ ໄດ້ກຳນົດການ ລົງໂທດ ຢ່າງຫນັກຕໍ່ຜູ້ກະທຳຜິດ ເປັນຕົ້ນ ໃນກໍຣະນີ ການໃຊ້ຄວາມຮຸນແຮງ ຕໍ່ຄອບຄົວ ໂທດຣະຫວ່າງ 3 ຫາ 5 ປີ ແຕ່ສຳລັບການ ຂົມຂືນແມ່ຍິງແລະເດັກນ້ອຍ ໂດຍສະເພາະ ເດັກນ້ອຍແມ່ຍິງອາຍຸຕ່ຳກວ່າ 18 ປີ ຈະຖືກໂທດແຕ່ 18 ປີ ຂຶ້ນໄປ ຖ້າຜູ້ທີ່ຖືກຂົ່ມຂືນ ຫາກ ເສັຽຊີວີດ ຈະຖືກໂທດຕຣອດຊີວິດ ຫລືເຖິງຂັ້ນປະຫານຊີວິດ.

ແຕ່ກົດຫມາຍລາວ ບໍ່ໄດ້ກຳນົດການລົງໂທດ ການຂົ່ມຂືນ ຣະຫວ່າງຄູ່ຜົວເມັຽ ຜູ້ທີ່ແຕ່ງງານກັນແລ້ວ ແລະການຂົ່ນຂືນ ຫລືການໃຊ້ຄວາມ ຮຸນແຮງ ຕໍ່ຄອບຄົວ ທີ່ບໍ່ມີການຣາຍງານ ເປັນຕົ້ນການທຳຮ້າຍຮ່າງກາຍແມ່ຍິງ. ກົດຫມາຍລາວ ບໍ່ໄດ້ກຳນົດໂທດ ຕໍ່ການລ່ວງຣະເມີດ ທາງເພດດ້ວຍວາຈາ ຫຼືອະຄະຕິທີ່ບໍ່ຊອບທັມ. ຜູ້ໄດ້ຮັບເຄາະຮ້າຍ ຈາກການລ່ວງລະເມີດທາງເພດ ສ່ວນໃຫຍ່ຈະບໍ່ຣາຍງານ ຍ້ອນອັບອາຍ ແລະຍາກໃນການສືບສວນ ແລະດຳເນີນຄະດີ ໃນສານລາວ.

7-ກ່ຽວກັບສິດທິ ກັມມະກອນແລະແຮງງານໃນລາວ. ບົດຣາຍງານຣະບຸວ່າ ກຸ່ມກັມມະກອນ ແລະຄົນອອກແຮງງານໃນລາວ ຈະບໍ່ສາມາດ ຕັ້ງສະຫະພັນ ແຮງງານແບບເອກຣາດ ໃນລາວໄດ້ ໃນການຕໍ່ລອງ ບັນຫາແຮງງານ ແລະບັນຫາຕ່າງໆທີ່ບໍ່ ເປັນທັມ ທີ່ເກິດຂຶ້ນກັບພວກ ຂະເຈົ້າ ເຊັ່ນຄ່າແຮງງານຕ່ຳ ການປະກັນສັງຄົມ ເບັ້ຽລ້ຽງ ຊົ່ວໂມງເຮັດວຽກຍາມພັກ ແລະການບໍຣິການທາງດ້ານສຸຂພາບແລະອື່ນໆ.

ແຕ່ເຖິງຢ່າງໃດກໍຕາມ ນັກວິເຄາະເວົ້າ ບົດລາຍງານປະຈຳປີ ກ່ຽວກັບສິດທິມະນຸດໃນລາວ ຂອງກະຊວງຕ່າງປະເທດ ສະຫະຣັດ ໃນປີນີ້ ບໍ່ມີຫຍັງແຕກຕ່າງ ກັບປີທີ່ຜ່ານມາຫຼາຍປານໃດ ຍັງມີການລະເມີດສິດທິມະນຸດໃນລາວຕາມເດີມ ທີ່ຍັງບໍ່ຖືກແກ້ໄຂ ຈາກທາງການລາວ ໃຫ້ມີຄວາມຄືບຫນ້າເລີຍ.

ທາງການລາວເວົ້າວ່າ ເປັນການປະຕິບັດກົດຫມາຍຂອງລາວ ເພື່ອຄວາມຫມັ້ນຄົງ ຂອງຊາດ ບໍ່ແມ່ນການລະເມີດ ສິດທິມະນຸດ ຊຶ່ງທຸກ ປະເທດໃນໂລກ ກໍມີກົດຫມາຍ ເພື່ອປ້ອງກັນຄວາມຫມັ້ນຄົງ ແລະກຳຈັດຄົນບໍ່ດີ ໃນສັງຄົມ ຈະບໍ່ກ່ຽວພັນກັບບັນຫາ ດ້ານສິດທິມະນຸດ ແຕ່ຢ່າງໃດ. ປະຊາຊົນລາວທຸກຄົນມີຄວາມສເມີພາບ ແລະມີການເປັນຢູ່ທີ່ດີຍ້ອນການປ້ອງກັນ ຄວາມປອດພັຍຂອງຣັຖບານ ແລະພັກຣັດ.

ກ່ຽວກັບບົດລາຍງານ ດ້ານສິດທິມະນຸດໃນປີ 2017 ນີ້ ເຈົ້າຫນ້າທີ່ກະຊວງຕ່າງປະເທດລາວ ທ່ານນຶ່ງ ປະຕິເສດ ທີ່ຈະໃຫ້ຄຳເຫັນ ມີແຕ່ ເວົ້າວ່າຍັງບໍ່ມີຖແລງການ ຈາກກະຊວງເທື່ອ; ປັດຈຸບັນ ຍັງບໍ່ມີຖແລງການກ່ຽວກັບເຣື້ອງເທື່ອ ຍັງບໍ່ມີ Feedback ຈາກກະຊວງເທື່ອ ໃນບັນຫານີ້ເທື່ອ.

ນັກວິຊາການລາວອີກທ່ານນຶ່ງເວົ້າວ່າ ບັນຫາດ້ານສິດທິມະນຸດໃນລາວ ຍັງມີການຝ່າຝືນຫຼາຍຢູ່ ຍາກທີ່ຈະແກ້ໄຂໄດ້ ຍ້ອນການປົກຄອງ ໃນລາວນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.