ເມືອງເຊໂປນມີກ້ອງຕ້ອງລົງ ທະບຽນ
2015.06.24
ເຈົ້າໜ້າທີ່ ເມືອງ ເຊໂປນ ແຂວງ ສວັນນະເຂດ ໄດ້ເປີດເຜີຍ ນິຕິກັມ, ກ່ຽວກັບ ວຽກງານ ໄປ ສະນີ ແລະ ການ ສື່ສານ ໃຫ້ ປະຊາຊົນ ພາຍໃນ ເມືອງ ໄດ້ຮັບຮູ້, ໃນ ວັນທີ 19 ມິຖຸນາ ທີ່ ຜ່ານມາ ຢູ່ ສະໂມສອນ ເມືອງ ເຊໂປນ, ໂດຍສະເພາະ ຂໍ້ຫ້າມ ປະຊາຊົນ ຖ່າຍຮູບ ເຈົ້າໜ້າທີ່ ເພື່ອ ເອົາມາ ວິຈານ ແລະ ຮູບ ອື່ນໆ ທີ່ ຈະສ້າງ ຄວາມ ເສັຽຫາຍ ຕໍ່ ພັກ-ຣັຖ ຜ່ານ ສື່ສັງຄົມ ອອນລາຍ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ເມືອງ ເຊໂປນ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່່າ:
"ມີໂຕນີ້ ເພິ່ນ ກະໄດ້ ແຈ້ງການ ອອກ ຢູ່ໃນ ບ່ອນ 327 ນະ ດຽວນີ້, ເວົ້າເລື້ອ ງຖ່າຍຮູປບໍ, ເວົ້າ ເລື້ອງວ່າ ໃສ່ຮ້າຍ ປ້າຍສີ ເນາະນີ້ ຫັ້ນນ່າ, ແຕ່ ສະພາບ ເມືອງ ເຊໂປນ ແມ່ນວ່າ ປະຊາຊົນ ຖ່າຍຮູບ ລົງເຟສ ຫັ້ນນ່າ".
ເຈົ້າໜ້າທີ່ ທ່ານນີ້ ກ່າວ ຕື່ມວ່າ ນອກຈາກ ການ ສັ່ງຫ້າມ ປະຊາຊົນ ວິພາກ ວິຈານ ເຈົ້າໜ້າທີ່ ແລ້ວ, ຍັງມີ ການສັ່ງ ໃຫ້ ບັນດາ ຮ້ານຂາຍ ໂທລະສັບ ມືຖື ແລະ ຜູ້ ມີ ກ້ອງ ຖ່າຍຮູບ ໃຫ້ ມາລົງ ທະບຽນ ກັບ ຫ້ອງການ ຖແລງຂ່າວ ເມືອງ.
ປັດຈຸບັນ ປະຊາຊົນ ລາວ ສ່ວນຫລາຍ ໃຊ້ ສື່ສັງຄົມ ອອນລາຍ, ໃນການ ເຜີຍແພ່ ຂໍ້ມູນ ຂ່າວສານ ແລະ ສົ່ງຂ່າວ ກ່ຽວກັບ ພຶດຕິກັມ ທີ່ ບໍ່ ເໝາະສົມ ຂອງ ເຈົ້າໜ້າທີ່ ຣັຖ, ດັ່ງ ຕົວຢ່າງ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ບາງຄົນ ໄປ ບັງຄັບ ເອົາເງີນ ນໍາ ຜູ້ຂັບຂີ່ ແລະ ເລື້ອງ ການ ຕັດໄມ້ ເຖື່ອນ ສົ່ງອອກ ໄປ ວຽດນາມ, ຊື່ງ ຝ່າຍ ຣັຖບານ ຖືວ່າ ເປັນ ເລື້ອງ ຫລໍ່ແຫລມ, ສ້າງ ຄວາມ ເສັຽຫາຍ ໃຫ້ ແກ່ ຣັຖບານ, ດັ່ງນັ້ນ ໃນ ເດືອນ ກັນຍາ ປີ 2014, ຣັຖບານ ຈຶ່ງ ໄດ້ອອກ ດໍາຣັດ ວ່າດ້ວຍ ການ ຄວບຄຸມ ຂໍ້ມູນ ຂ່າວສານ ຜ່ານ ອິນເຕີເນັດ.