ເດັກນ້ອຍຕ້ອງຢຸດຮຽນຄື ບັນຫາ

ສິດນີ
2015.03.01
F-Students ເດັກນ້ອຍນັກຮຽນລາວ ມີຄວາມສາມາດ ແລະມັນສມອງ ພ້ອມທີ່ຈະຮຽນຮູ້ ທຸກຢ່າງໄດ້ ຫາກມີໂອກາດ ເທົ່າທຽມກັນ
Citizen Journalist

ການອອກ ໂຮງຮຽນ ກ່ອນ ຈົບ ຊັ້ນຮຽນ ເປັນ ບັນຫາ ທີ່ ຫນ້າ ເປັນຫ່ວງ ໃນລາວ ໃນ ທຸກມື້ ນີ້, ເຈົ້າຫນ້າທີ່ ກະຊວງ ສຶກສາ ທິການ ແລະ ກິລາ ທ່ານນຶ່ງ ກ່າວວ່າ ບັນຫາ ດັ່ງກ່າວ ເປັນ ສາເຫດ ຈະ ເຮັດໃຫ້ ສປປລາວ ບໍ່ ສາມາດ ບັນລຸ ເປົ້າຫມາຍ ສະຫັດສະຫວັດ ອົງການ ສະຫະ ປະຊາຊາດ ທາງດ້ານ ການ ສຶກສາ ໄດ້.

ທ່ານວ່າ ໃນ ສົກການ ສຶກສາ ປີນີ້ ປີ ດຽວ ມີຈຳນວນ ນັກຮຽນ ອອກຈາກ ໂຮງຮຽນ ກ່ອນ ຈົບຊັ້ນ ຮຽນ ກວ່າ 10 ພັນ ຄົນ ໃນ ທົ່ວ ປະເທດ ທີ່ ແຂວງ ວຽງຈັນ ແຂວງ ດຽວ ປະມານ 600 ກວ່າ ຄົນ. ເຈົ້າຫນ້າທີ່ ກະຊວງ ສຶກສາ ທ່ານນີ້ ເວົ້າຕໍ່ ໄປວ່າ ບັນຫາ ສ່ວນໃຫຍ່ ແມ່ນ ມາຈາກ ຄອບຄົວ ທີ່ ທຸກຍາກ ໃນເຂດ ຊົນນະບົດ ຜູ້ ທີ່ມີລາຍໄດ້ ຕ່ຳ ບໍ່ມີເງີນ ຈ່າຍ ໃຫ້ລູກ ໄປ ໂຮງຮຽນ ໄດ້ ທັ້ງໆທີ່ ມີການ ຮ່ວມມື ຈາກ ຫລາຍ ພາກສ່ວນ, ດັ່ງ ໃຫ້ນາຍ ຄຣູ ປະຈຳ ຊັ້ນ ເປັນຜູ້ ຊັກຊວນ ໃຫ້ ພໍ່ແມ່ ນັກຮຽນ ສົ່ງເສີມ ແລະ ສນັບສນູນ ໃຫ້ ລູກ ຂອງຕົນ ມາເຂົ້າ ໂຮງຮຽນ ດ້ວຍ ການ ອະທິບາຍ ເຖີງ ຄວາມ ສຳຄັນ ຂອງ ການ ສຶກສາ ແຕ່ ກໍບໍ່ໄດ້ ຜົລ.

ທ່ານວ່າ ບັນຫາ ໃຫຍ່ ທີ່ ເດັກນ້ອຍ ນັກຮຽນ ໃນເຂດ ຊົນນະບົດ ໃນລາວ ອອກ ໂຮງຮຽນ ກ່່ອນຈົບ ຊັ້ນຮຽນ ໂດຍ ບໍ່ໄດ້ ຕັ້ງໃຈ ນັ້ນ ເປັນຍ້ອນ ມາ ຊ່ອຍ ພໍ່ແມ່ ເຮັດວຽກ ໃນ ທົ່ງໄຮ່ ທົ່ງນາ ແລະ ບັນຫາ ອີກ ອັນນຶ່ງ ກໍແມ່ນ ວ່າ ນາຍຄຣູ ຍັງຂາດ ຄວາມ ຮັບ ຜິດຊອບ ໃນການ ປົກປ້ອງ ການຂາດ ແລະ ບໍ່ມາ ໂຮງຮຽນ ຂອງ ນັກຮຽນ ຢູ່ ແລະ ບັນດາ ນັກຮຽນ ທີ່ ອອກ ໂຮງຮຽນ ກ່ອນຈົບ ຊັ້ນຮຽນ ນັ້ນ ສ່ວນໃຫຍ່ ແມ່ນ ຂັ້ນ ປະຖົມ ແລະ ມັທຍົມ ໃນແຂວງ ທີ່ ທຸກຍາກ ແລະ ກັນດານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.