ພຣະອາຈານບົວ ຖືກ ຄາດຕະກັມ

ອຸ່ນແກ້ວ ສຸກສະຫວັນ
2015.11.12
F-bua ພຣະອາຈານ ຍາພໍ່ ບົວ ຖືກ ຄາດຕະກັມ
RFA

ພຣະ ອາຈານ ຍາພໍ່ ບົວ ຮອງ ອົງການ ພຸທທະສາສນາ ສໍາພັນ ແຂວງ ສະຫວັນນະເຂດ ຖືກ ຄາດຕະກັມ.

ແຫລ່ງຂ່າວ ຈາກ ວັດໃຫຍ່ ໄຊຍະພູມ ເມືອງ ໄກສອນ ແຂວງ ສະຫວັນນະເຂດ ໄດ້ ແຈ້ງມາຍັງ ເອເຊັຽ ເສຣີ ວ່າ, ໃນ ຕອນເຊົ້າ ຂອງ ວັນທີ 12, ຫລັງຈາກ ທີ່ ສໍາມະເນນ ຢູ່ ວັດ ເຂົ້າໄປ ກຸດຕິ ເພື່ອ ຈະໄປປຸກ ພຣະອາຈານ ບົວ ມາ ປະຕິຍັດ ກິຈວັດ ປະຈໍາວັນ ແລະ ສັນເຂົ້າ ເຊົ້າ, ແຕ່ ເມື່ອເຂົ້າໄປ ໃນ ກຸດຕິ ກໍພົບວ່າ ຍາພໍ່ ບົວໄດ້ ເສັຽຊີວິດ ໂດຍ ມີບາດແຜ ຢູ່ ບໍລິເວນ ລໍາ ຄໍ ຊຶ່ງ ຄາດວ່າ ແມ່ນຖືກ ປາດຄໍ ດ້ວຍ ຂອງມີຄົມ ແລະ ຕາມການ ສັນນິຖານ ຂອງ ເຈົ້າໜ້າທີ່ ຕໍາຣວດ ໃນ ເບື້ອງຕົ້ນ ຄາດວ່າ ຍາພໍ່ ບົວ ຖືກ ຄາດຕະກັມ ໃນ ຕອນກາງຄືນ.

ໃນ ເວລານີ້ ທາງ ເຈົ້າໜ້າທີ່ ຕໍາຣວດ ກໍ ກໍາລັງ ສືບສວນ ສອບສວນ ເອົາ ຣາຍລະອຽດ ຢູ່, ຄວາມຄືບໜ້າ ເປັນໄປ ແນວໃດ ທາງ ເອເຊັຽ ເສຣີ ຈະ ຣາຍງານ ເພີ້ມເຕີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.