ສິດທິນັບຖືສາສນາຢູ່ລາວ ຍັງຖືກ ລະເມີດ

ໄຊຍາ
2019.04.30
f-uscirf ຍານາງ Kristina Arriaga ໃຫ້ສຳພາດຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ່ 29 ເມສາ 2019 ພາຍຫຼັງ ກອງປະຊຸມ ທີ່ ນະຄອນຫລວງ ວໍຊິງຕັນ ດີຂີ ສະຫະຣັດ ອະເມຣິກາ.
RFA

ໃນປີ 2018 ທີ່ຜ່ານມາ ສະພາບການນັບຖືສິດເສຣີພາບ ທາງດ້ານສາສນາ ຍັງສືບຕໍ່ຂີ້ຮ້າຍລົງ ໃນປະເທດລາວ, ຜູ້ນັບຖືຫລາຍສາສນາ ເປັນຕົ້ນຜູ້ນັບຖືສາສນາຄຣິສຕຽນ ຍັງຖືກປາບປາມຢ່າງແຮງ. ນັ້ນແມ່ນຄຳເວົ້າຂອງນາງ Katrina Arriaga ຮອງປະທານ ຄນະກັມມາ ທິການ ວ່າດ້ວຍ ສິດເສຣີພາບ ໃນການນັບຖືສາສນາ ຂອງສະຫະຣັດ ອະເມຣິກາ ທີ່ໃຫ້ສຳພາດ ແກ່ນັກຂ່າວວິທຍຸ ເອເຊັຽເສຣີ ເມື່ອວັນທີ 29 ເມສາ 2019 ນີ້ ທີ່ນະຄອນຫລວງວໍຊິງຕັນ ສະຫະຣັດ ອະເມຣິກາ.

ນາງ Katrina Arriaga ໃຫ້ສຳພາດຕື່ມ ແລະໄດ້ກ່າວວ່າ:

“ໃນປີ 2018, ພວກເຮົາສັງເກດເຫັນວ່າ ຢູ່ປະເທດລາວ ການປາບປາມການນັບຖືສາສນາ ຍັງສືບຕໍ່ຮ້າຍແຮງຂຶ້ນ, ປະເທດລາວມີ ຣັຖບານ ຜະເດັດການ ທີ່ບໍ່ຍອມເປີດໃຫ້ມີສິດເສຣີພາບ ໃນການປາກເວົ້າອອກຂ່າວ ແລະໂຮມຊຸມນຸມ ດັ່ງນັ້ນ ສາສນາອື່ນໆໃນລາວ ຈຶ່ງໄດ້ຮັບຜົນ ກະທົບແບບ ຍັງຖືກປາບປາມຢ່າງແຮງ.”

ນາງ Arriaga ອະທິບາຍວ່າ ປະເທດລາວ ຍັງຖືກຈັດຢູ່ໃນກຸ່ມປະເທດ ທີ່ໜ້າເປັນຫ່ວງອັນດັບສອງ ຫລື Tier 2 ຊຶ່ງເປັນກຸ່ມປະເທດທີ່ຍັງ ລະເມີດ ສິດເສຣີພາບ ໃນການນັບຖືສາສນາຢ່າງແຮງ. ໃນຂນະດຽວກັນ ນາງ Katrina ກໍສເນີໃຫ້ຣັຖບານລາວ ເປີດໂອກາດໃຫ້ປະຊາຊົນ ມີສິດ ເສຣີພາບ ໃນການນັບຖືສາສນາຫລາຍຂຶ້ນ ແລະນາງກໍເຊື່ອວ່າ ການເປີດກວ້າງນັ້ນ ຈະຊ່ວຍຊຸກຍູ້ໃຫ້ເສຖກິດ ຂອງລາວຂຍາຍຕົວ ແລະຊ່ວຍໃຫ້ມີປະຊາທິປະໄຕ ໃນລາວ.

ນອກຈາກນັ້ນໃນມື້ດຽວກັນ ຄນະກັມມາທິການວ່າດ້ວຍສິດເສຣີພາບ ໃນການນັບຖືສາສນາຂອງສະຫະຣັດ ຍັງປະກາດເຜີຍແຜ່ບົດຣາຍງານ ການນັບຖືສາສນາ ໃນຫຼາຍປະເທດໃນໂລກ; ກ່ຽວກັບປະເທດລາວ, ຄນະກັມມາທິການຣາຍງານວ່າ ໃນປີ 2018, ປະເທດລາວຍັງມີການ ລ່ວງລະເມີດສິດເສຣີພາບ ໃນການນັບຖືສາສນາຫລາຍຢູ່; ຕົວຢ່າງ ຍັງມີການ ປາບປາມຊາວຄຣິສຕຽນ ຢູ່ແຂວງສະຫວັນນະເຂດ.

ຣັຖທັມມະນູນ ສປປລາວ ຮັບປະກັນສິດເສຣີພາບ ໃນການນັບສາສນາ ແຕ່ໃນຂນະດຽວກັນ ຣັຖບານລາວ ກໍມີດຳຣັດຄວບຄຸມ ການນັບຖື ສາສນາ ຢ່າງເຂັ້ມງວດ.

ບົດຣາຍງານນັ້ນ ມີຣາຍລະອຽດຕື່ມວ່າ ໃນປີ 2018 ເຈົ້າໜ້າທີ່ທ້ອງຖິ່ນຂອງລາວ ຍັງຈັບແລະກັກຂັງ ຊາວຄຣິສຕຽນ ຕົວຢ່າງແມ່ເຖົ້າ ຄຣິສຕຽນ ຄົນນ່ຶ່ງ ອາຍຸ 78 ປີ ຢູ່ເມືອງວິຣະບຸຣີ ແຂວງສະຫວັນນະເຂດ ກໍຖືກກັກຕົວຍ້ອນຜູ້ກ່ຽວ ໄຫວ້ພຣະສວດມົນໂດຍທີ່ບໍ່ໄດ້ຮັບ ອະນຸຍາດ ແລະ ເຊັ່ນດຽວກັນ ຊາວຄຣິສຕຽນເຈັດຄົນ ຢູ່ເມືອງພິນ ແຂວງສະຫວັນນະເຂດ ກໍຖືກຈັບຍ້ອນສລອງວັນຄຣິສມາສ ຢ່າງ ຜິດກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.