ທ.ປຣາກຽນວິຣະວົງສ໌ ກ່າວ ບັລຍາຍ

ໂພໄຊສວັດ
2014.11.24
F-panay ປະທານ ຂບວນການ ເພື່ອ ສິທທິມະນຸສ ແລະ ປະຊາທິປະໄຕ ລາວ-ອອສເຕຣລຽນ ທ່ານ ປຣາກຽນ ວິຣະວົງສ໌
RFA

 

ປະທານ ຂະບວນ ການ ເພື່ອ ສິທທິ ມະນຸສ ແລະ ປະຊາທິປະໄຕ ລາວ ອອສເຕຣເລັຽ ທ່ານ ປຣາກຽນ ວິຣະວົງສ໌ ໄດ້ກ່າວ ບັລຍາຍ ຢູ່ ມະຫາ ວິທຍາໄລ Madison Wisconsin ສະຫະຣັຖ ອະເມຣິ -ກາ ເມື່ອ ວັນທີ 24 ຕຸລາ 2014.

ເນື້ອໃນ ໃຈຄວາມ ຂອງຄຳ ບັລຍາຍ ແມ່ນໄດ້ ຂຍາຍຄວາມ ກ່ຽວ ກັບ ຄຳວ່າ ອິສານ ຊຶ່ງ ໄທ ສຍາມ ໄດ້ ໃສ່ຊື່ໃຫ້ ພື້ນທີ່ ທາງພາກ ຕາເວັນອອກ ສ່ຽງເໜືອ ຂອງ ປະເທດ ໂດຍ ຜູ້ຄົນ ທີ່ອາສັຍ ໃນ ຂົງເຂດ ນັ້ນ ບໍ່ມັກ ບໍ່ພໍໃຈ. ດັ່ງ ທ່ານ ປຣາກຽນ ໄດ້ ອະທິບາຍ ວ່າ:

"ຄຳວ່າ ອິສານ ມັນບໍ່ແມ່ນ ຊື່ ປະເທດ ເຂດແດນ ບໍ່ແມ່ນ ຊື່ ບົ່ງ ບອກ ຊົນຊາດ ຊົນເຜົ່າ ມັນ ພໍພຽງ ແຕ່ເປັນ ຄຳສັບ ທີ່ ສຍາມ ຕັ້ງແຕ່ງ ຂຶ້ນວ່າ ເປັນເຂດ ພູມີພາກ ຕາເວັນອອກ ສ່ຽງເໜືອ ຂອງ ກຸງເທບ ເທົ່ານັ້ນ ເອງ ຄົນລາວ ອິສານ ຈຶ່ງ ບໍ່ມັກ ທັງ ໄທສຍາມ ເອງ ກໍຖືຖືກ ຫຸ້ມຫໍ່".

ປະເດັນ ສຳຄັນ ອີກອັນນຶ່ງ ທີ່ ທ່ານ ໄດ້ ບັລຍາຍ ໄປແມ່ນ ກ່ຽວ ກັບ ການ ກໍ່ຕັ້ງ ກຸ່ມ ຂະບວນການ ແບ່ງແຍກ ດິນແດນ ຫລື ດັ່ງ ທ່ານ ປຣາກຽນ ໄດ້ ກ່າວວ່າ:

"ເວລານັ້ນ ປະມານ ປີ 1920 ມະຫາສີລາ ວິຣະວົງສ໌ ຍັງເປັນ ພຣະ ຢູ່ວັດ ບໍຣົມ ໄດ້ ລັກລອບ ຈັດ ສະຖານທີ່ ໃຫ້ ຄົນລາວ ອິສານ ໃນ ກຸງເທບ ມາ ປະຊຸມ ລັບກັນ ມີ ຈຳນວນ 83 ທ່ານ ເພື່ອ ຫາວິທີ ແບ່ງແຍກ ພາກພື້ນ ດັ່ງກ່າວ ອອກຈາກ ອຳນາດ ປົກຄອງ ຂອງ ໄທ ສຍາມ".

ໃນ ຈຳນວນ ຜູ້ທີ່ ເຂົ້າຮ່ວມ ຮັບຟັງ ຢູ່ ມະຫາ ວິທຍາໄລ Wisconsin Madison ຊຶ່ງ ມີທັງ ນັກຮຽນ ນັກສຶກສາ ນັກ ວິຊາການ ຣະດັບ ສູງ ປະມານ 60 ກວ່າຄົນ ໄດ້ ມີຜູ້ສື່ຂ່າວ ແມ່ຍິງ ຊາວໄທ ຄົນນຶ່ງ ຖາມ ການ ເຊື່ອມໂຍງ ຣະຫວ່າງ ຂະບວນ ການ ແບ່ງແຍກ ດິນ ແດນ ສມັຍ 80 90 ປີ ກ່ອນກັບ ສມັຍ ປັດຈຸບັນ ຊຶ່ງ ທ່ານ ໄດ້ ຕອບວ່າ:

"ຂ້າພະເຈົ້າ ຕັ້ງແຕ່ ເກີດ ເປັນຄົນມາ ຮູ້ສຶກວ່າ ຕົວເອງ ເປັນຄົນ ລາວ ຈຶ່ງ ບໍ່ສາມາດ ຕອບໄດ້ ວ່າ ເຫດການ ສອງ ຍຸກສມັຍ ນັ້ນ ພູກພັນ ເຊື່ອມໂຍງ ກັນ ແນວໃດ ແຕ່ວ່າ ເຖິງແມ່ນ ຈະຮູ້ ຂ້າພະເຈົ້າ ກໍບໍ່ສົມຄວນ ຕອບ ຊີ້ແຈງ ເພາະວ່າ ຕົນເອງ ບໍ່ໄດ້ ຢູ່ ໃນ ເຫດການ".

ສຳລັບ ການ ບັລຍາຍ ໃນຄັ້ງນີ້ ທາງ ມະຫາ ວິທຍາໄລ Wisconsin Madison ທີ່ ເປັນຜູ້ ຈັດຣາຍການ ບັລຍາຍ ເຫັນວ່າ ມີ ຄວາມ ສຳຄັນ ແລະ ໄດ້ຮັບ ຄວາມ ສຳເຮັດ ເປັນ ຢ່າງຍິ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.