ເດັກນ້ອຍຊົນບົດສ່ວນຫຼາຍບໍ່ຈົບ ຊັ້ນ ປະຖົມ
2014.08.29

ເຈົ້າຫນ້າທີ່ ຈາກ ກະຊວງ ສຶກສາ ທິການ ລາວ ເວົ້າວ່າ ເຖິງແມ່ນວ່າ ໃນ ແຜນການ ຂອງ ຣັຖບານ ຈະ ໃຫ້ເດັກນ້ອຍ ລາວ ທຸກຄົນ ໄດ້ຮັບ ການສຶກສາ ເທົ່າທຽມ ກັນ ແຕ່ ສະພາບ ຄວາມ ທຸກຈົນ ຂອງ ຄອບຄົວ ໃນເຂດ ຊົນນະບົດ ຫ່າງໄກ ສອກຫລີກ ກໍເປັນ ອຸປສັກ ຕໍ່ການສຶກສາ ຂອງ ເດັກນ້ອຍ ນັກຮຽນ ຫລາຍໆຄົນ. ເດັກນ້ອຍ ນັກຮຽນລາວ ໃນວັຍຮຽນ ໄດ້ພາດ ໂອກາດ ໃນການເຂົ້າ ໂຮງຮຽນ ຍ້ອນອອກມາ ເຮັດວຽກ ຊ່ອຍພໍ່ແມ່ ຫາລ້ຽງ ຄອບຄົວ. ດັ່ງ ທ່ານ ກ່າວວ່າ:
"ການຮຽນ ຖືວ່າ ເກີດມາເປັນ ຄົນລາວ ທຸກຄົນ ມີ ບູຣີມະສິດ ໄດ້ຮັບ ການສຶກສາ ແນ່ນອນ ຢູ່ແລ້ວ ແຕ່ວ່າ ຄົນຊີ່ເຂົ້າເຖິງ ມັນ ນີ້ມັນຍາກ ນື່ງເຂົາ ກໍຖືເບົາ ພໍ່ແມ່ ຢູ່ບ້ານ ນອກຄອກນາ ແນ່ ບໍ່ເອົາໃຈ ໃສ່ ໃຫ້ຫນື້ງເຂົ້າ ລ້ຽງງົວ ລ້ຽງຄວາຍ ຖ້າມີລູກ ສາມສີ່ຄົນ ກໍໃຫ້ແຕ່ ຜູ້ດຽວ ໄປຮຽນ ສ່ວນເຫລືອນັ້ນ ກໍໄປເຮັດນາ ຖືກບັກ ບໍ່ຮຽນ ກໍບໍ່ເອົາໃຈໃສ່ ບັກ ຢາກຮຽນ ຊີ່ຕາຍ ພັດ ໄປ ລ້ຽງຄວາຍ".
ທ່ານກ່າວ ຕື່ມວ່າ ນອກຈາກ ຈະເລືອກລູກ ເຂົ້າຮຽນ ແລ້ວ ຫລາຍ ຄອບຄົວ ກໍມີບັນຫາ ການເງີນ ທີ່ຈະສົ່ງ ລູກຮຽນຕໍ່ ດັ່ງນັ້ນ ເດັກນ້ອຍ ຫລາຍຄົນ ເມື່ອຮຽນ ມາຮອດ ປ 4 ຫລື ປ 5 ແລ້ວ ກໍຕ້ອງໄດ້ ອອກ ໂຮງຮຽນ ຫລື ຮຽນບໍ່ຈົບ ກັບບ້ານໄປ ເຮັດນາ ຊ່ອຍ ພໍ່ແມ່.
ເຈົ້າຫນ້າທີ່ ລາວ ທ່ານນີ້ວ່າ ບັນຫາ ດັ່ງກ່າວ ເປັນ ອຸປສັກ ຕໍ່ ການພັທນາ ເສຖກິດ ແລະ ສັງຄົມ ໃນລາວ ໃນ ອະນາຄົດ ໂດຍສະເພາະ ໃນຊ່ວງ ທີ່ຈະເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015. ສປປລາວ ຍັງຈະຂາດ ຊັພຍາກອນ ມະນຸດ ທີ່ມີຄວາມຮູ້ ແລະ ຄວາມສາມາດ ຫລາຍຂື້ນ ຖ້າບໍ່ມີການ ແກ້ໄຂ ບັນຫາ ເຣື້ອງ ການສຶກສາ ໃນລາວ.