ຜູ້ນໍາໃໝ່ອາຈອຽງວຽດນາມ
2016.02.08
ທ່ານ ບຸນຍັງ ວໍລິຈິດ ຮອງປະທານ ປະເທສ ສປປລາວ ທີ່ ຫາກໍ່ກ້າວ ຂຶ້ນເປັນ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ອາຈນໍາພາ ປະເທສ ຫ່າງເຫີນ ຈາກ ສປຈີນ ແຕ່ຈະ ພົວພັນ ຢ່າງ ເລິກຊຶ້ງ ກັບ ວຽດນາມ, ແຕ່ຍັງມີ ບັນຫາວ່າ ສປປລາວ ຈະເຮັດໄດ້ ຫຼືບໍ່ ໃນເມື່ອຍັງ ຫວັງເຮັດ ໃຫ້ ເສຖກິດລາວ ເຂັ້ມແຂງ ຈາກການ ຊ່ວຍເຫຼືອ ຂອງຈີນຢູ່. ຕາມຣາຍງານ ຂອງ ໜັງສືພິມ ນິກເກອິ ຂອງ ຍີ່ປຸ່ນ ໃນວັນທີ 7 ກຸມພາ 2016 ນີ້.
ພາຍຫລັງ 10 ປີ ຜ່ານມາ ທີ່ ທ່ານ ຈູມມາລີ ໄຊຍະສອນ ໄດ້ເປັນ ເລຂາທິການ ໃຫຽ່ ຄນະ ບໍຣິຫານງານ ສູນກາງພັກ ແລະ ເປັນປະທານ ປະເທສ 2 ສມັຍ, ທ່ານ ບຸນຍັງ ວໍລິຈິດ ຜູ້ທີ່ ມີອາຍຸ 78 ປີ ຫລຸດຈາກ ທ່ານ ຈູມມາລີ ພຽງປີດຽວ ກໍໄດ້ຂຶ້ນແທນ.
ແຕ່ ກໍມີແນວ ໂນ້ມວ່າ ທ່ານ ບຸນຍັງ ຄົງຈະໄດ້ ເປັນຜູ້ນໍາ ສູງສຸດ ຂອງ ພັກພຽງ ສມັຍດຽວ ຍ້ອນທ່ານ ເຖົ້າແກ່ແລ້ວ ເຖິງວ່າ ທ່ານ ມີໂອກາດ ເປັນໄດ້ເຖິງ 2 ສມັຍກໍຕາມ.
ການພົວພັນ ກັບເພື່ອນບ້ານ ວຽດນາມ ຜູ້ເປັນ ອ້າຍໃຫຽ່ ທີ່ໃຫ້ການ ສນັບສນູນ ຜູ້ນໍາລາວ ໃນ ການກໍ່ຮ່າງ ສ້າງຕົວ ມາແຕ່ປີ 1975 ແມ່ນ ສນິດແໜ້ນ ຕລອດມາ. ເມື່ອເບິ່ງຄືນຫລັງ ເຖິງ ການກ່ຽວພັນ ກັບ ວຽດນາມ, ຫລັງຈາກທີ່ ທ່ານ ບຸນຍັງ ເຂົ້າຮ່ວມ ຂະບວນການ ປະຕິວັດ ລາວ ທໍາອິດ ໃນ ຕົ້ນຊຸມປີ 1950, ທ່ານໄດ້ໄປ ຝຶກອົບຮົມ ວິຊາ ທະຫານ ຢູ່ ວຽດນາມ.
ແຕ່ ສປຈີນ ໄດ້ ເຂົ້າມາແຂ່ງ ອິດທິພົນ ວຽດນາມ ຢູ່ ສປປລາວ ດ້ວຍການ ຊ່ວຍເຫລືອ ທາງດ້ານ ເສຖກິດ ແລະ ການເງິນ ຢ່າງ ຫຼວງຫຼາຍ ໃນບໍ່ຫຼາຍປີ ຜ່ານມານີ້. ໃນປີ 2012 ການລົງທຶນ ຂອງຈີນ ຢູ່ລາວ ຫຼາຍກວ່າ ວຽດນາມ. ຕາມແຫລ່ງຂ່າວ ຫ້ອງການ ອົງການ ການຄ້າ ຕ່າງປະເທສ ຍີ່ປຸ່ນ.
ຫຼັງຈາກນັ້ນ ເງິນທຶນ ຂອງຈີນ ກໍຫລັ່ງໄຫລ ເຂົ້າມາ ເຮັດໃຫ້ ເສຖກິດ ຂອງລາວ ເຕີບໂຕ ຂຶ້ນ ຢ່າງໄວວາ.