ຄະດີຄວາມນາງພອນສວັນ ແກ່ຍາວ

ສິດນີ
2015.09.16
F-student ສະພາບ ຂາ ຂອງນາງ ພອນສະຫວັນ ຜູ້ເຄາະຮ້າຍ
Citizen Journalist

ພະນັກງານ ອັຍການ ເມືອງ ເຊບັ້ງໄຟ ແຂວງ ຄຳມ່ວນ ກ່າວ ຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ຄວາມ ຄືບຫນ້າ ໃນ ຄະດີຄວາມ ຂອງ ນາງ ພອນສວັນ ທີ່ ຖືກ ຮ້ອຍເອກ ນິກສັນ ຕຳຮວດ ເມືອງ ເຊບັ້ງໄຟ ສີດນ້ຳ ໃສ່ ຈົນເຮັດໃຫ້ ຣົດຈັກ ຂອງ ນາງ ລົ້ມ ແລະ ໄດ້ຮັບ ບາດເຈັບ ນັ້ນ, ຄູ່ ກໍຣະນີ ຍັງບໍ່ຍອມ ປະນິ ປະນອມ ກັນໄດ້ ເທື່ອ. ຄະດີ ດັ່ງກ່າວ ຈະ ບໍ່ຈົບລົງ ໂດຍງ່າຍ ອາດຈະໃຊ້ ເວລາ ດົນນານ ຍ້ອນວ່າ ນາງ ພອນສວັນ ຮຽກຮ້ອງ ຄ່າ ເສັຽຫາຍ ຂຶ້ນເປັນ 20 ລ້ານ ກີບ. ດັ່ງ ທ່ານ ກ່າວວ່າ:

"ມັນເປັນ ຄະດີ ທີ່ ແກ້ໄຂຍາກ ວ່າຊັ້ນຊະ ມັນ ບໍ່ຕົກ ບໍ່ແຕກ ບໍ່ລົງລອຍ ລະຫວ່າງ ເມືອງ ເຂົາເລີຍ ສົ່ງໄປຂັ້ນເທິງ ເລີຍ, ໃຫ້ ຂັ້ນເທິງ ເປັນຄົນ ພິຈາຣະນາ, ໂອ້ ຄືຈະຍາວ ໂຕນີ້ ດົນເຕີບ ມີບາດເຈັບ ສາຫັດ ນິດຫນ່ອຍ ຂາ ຫັກ ແຕ່ວ່າ ຄ່າ ເສັຽຫາຍ ເບື້ອງຕົ້ນ ກະຊິຢູ່ ປະມານ 10 ລ້ານ ເນາະ ແລະ ຕໍ່ມາ ຈະຂຶ້ນເປັນ 20 ລ້ານ ຫລື ເອີ້ນ ເປັນເງີນ ໄທ ແມ່ນ ແສນ ກວ່າ ບາດ, ຫາກ ຜູ້ກ່ຽວ ກະ ປີ່ນປົວ ສູ່ ສະພາບເດີມ ແລ້ວ ມີແຕ່ ຜູ້ກ່ຽວ ຟ້ອງ ຮຽກຮ້ອງ ຄ່າ ເສັຽຫາຍ ຈັ່ງຊີ່ນະ ແຕ່ຮ້ອງສູງ ວ່າຊັ້ນຊະ".

ເມື່ອຖາມເຖິງ ຮ້ອຍເອກ ນິກສັນ ຄູ່ ກໍຣະນີ ຂອງ ນາງ ພອນສວັນ ເຈົ້າຫນ້າທີ່ ອັຍການ ບອກວ່າ ປັດຈຸບັນ ລາວ ໂຈະ ການເຮັດວຽກ ແລະ ຢູ່ໃນ ຣະຍະ ການ ຮ່ຳຮຽນ ຊື່ງ ຫ້ອງການ ອັຍການ ເປັນຜູ້ ສົ່ງລາວ ໄປຮຽນ. ສຳລັບ ນາງ ພອນສວັນ ອາຍຸ 18 ປີ ຜູ້ ເຄາະຮ້າຍ ນັ້ນ, ປັດຈຸບັນ ຍັງເຈັບຢູ່ ແລະ ຍັງບໍ່ໄດ້ ຮັບຄ່າ ເສັຽຫາຍ ຫຍັງເທື່ອ. ເຫດການ ແບບນີ້ ມັກ ເກີດຂຶ້ນ ເລື້ອຍໆ ຢູ່ ສປປ ລາວ ແຕ່ບໍ່ມີ ການ ຣາຍງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.