ສສຊ ສເນີ ໃຊ້ຄໍາສັບ “ໂທຣະທັດ”

ຈຳປາທອງ
2016.11.16
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

ທ່ານ ສິນນາວາ ສຸພານຸວົງ ສະມາຊິກ ສະພາ ແຫ່ງຊາດ ຈາກ ແຂວງ ຫຼວງພຣະບາງ ໄດ້ສເນີ ຢູ່ໃນ ກອງປະຊຸມ ສະພາ ແຫ່ງຊາດ ໃຫ້ປ່ຽນຄໍາວ່າ ໂທຣະພາບ ເປັນ ໂທຣະທັດ ເພາະ ມັນຈະເປັນ ຄໍາທີ່ຖືກກວ່າ ເມື່ອ ແປຈາກ ພາສາ ອັງກິດ ເປັນລາວ:

"ມັນມີ ໜັງສືພິມ ວາຣະສານ ນອກຈາກນັ້ນ ຍັງມີ ວິທຍຸ ກະຈາຍສຽງ ມີໂທຣະທັດ ກະຈາຍພາບ ດຽວນີ້ ຂ້າພະເຈົ້າ ລອງສເນີ ບັນດາ ທ່ານ ລອງຄິດ ເບິ່ງວ່າ ຄວາມວ່າ Television, Vision ແມ່ນ ການເບິ່ງ ກະຄືວ່າ ເຮົາເອີ້ນວ່າ ແມ່ນ ວິໄສທັດ, ທັດ ແມ່ນການເບິ່ງ ຄັນເວົ້າ ໃຫ້ ມັນຖືກແທ້ ມັນແມ່ນ ໂທຣະທັດ ທີ່ ກະຈາຍພາບ ແຕ່ວ່າ ເພື່ອໃຫ້ ມັນແນ່ນອນ ມັນແມ່ນ ໂທຣະທັດ ກະຈາຍພາບ ມັນຈຶ່ງ ຖືກເນາະ".

ກ່ຽວກັບເຣຶ່ອງນີ້  ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ ຖາມໄປຍັງ ຫ້ອງການ ໂທຣະພາບ ແຂວງຫົວພັນ ເພື່ອ ຂໍຄວາມເຫັນ ກ່ຽວກັບ ຄໍາສເນີ ຂອງ ສະມາຊິກ ສະພາ ທີ່ວ່ານັ້ນ, ໄດ້ຮັບ ຄໍາຕອບວ່າ ຄໍາວ່າ ໂທຣະທັດ ເປັນຄໍາທີ່ ບໍ່ເໝາະສົມ ກັບ ພາສາລາວ ຍ້ອນ ເປັນ ພາສາໄທ. ເຖິງຢ່າງໃດ ກໍຕາມ ທ່ານກໍ ຄິດວ່າ ຄໍາວ່າ ໂທຣະພາບ ມີຄວາມ  ເໝາະສົມກວ່າ ແລະ ມີຄວາມໝາຍ ທີ່ຊັດເຈນ ຢູ່ແລ້ວ.

"ຖືວ່າ ບໍ່ເໝາະສົມ ພໍປານໃດນະ ຖ້າໃຫ້ຖືກຕ້ອງ ຕາມ ພາສາລາວ ນີ້ ຕາມທ້ອງຖິ່ນ ພວກເຮົາໃຊ້ນີ້  ໃຊ້ ໂທຣະພາບ ດີກວ່າ ໂທຣະທັດ ນີ້ ເປັນຂອງໄທ ລະກໍ ພາສາລາວ ຄໍາວ່າ ທັດ ນີ້ມັນຄື ສິບໍ່ມີ ຄວາມໝາຍ ທາງພາບ ໂທຣະພາບ ນີ້ ໝາຍຄວາມວ່າ ພາບມີຊີວິດ ເດ".

ທ່່ານກ່າວ ຕື່ມອີກວ່າ ຄໍາວ່າ ໂທຣະພາບ ຖືກໃຊ້ ມາຕັ້ງແຕ່ ດົນແລ້ວ, ປະຊາຊົນ ໃນຫຼາຍແຂວງ ກໍລຶ້ງເຄີຍ ກັບຄໍານີ້. ດັ່ງນັ້ນ ຈຶ່ງເຫັນວ່າ ບໍ່ຈໍາເປັນ ຕ້ອງປ່ຽນໃໝ່ ແລະ ບໍ່ເຊື່ອວ່າ ທາງການ ຈະບໍ່ປ່ຽນໄປ ໃຊ້ຄໍາວ່າ ໂທຣະທັດ ແນ່ນອນ. ຢ່າງໃດກໍຕາມ ໃນບາງແຂວງ ທີ່ຕິດ ກັບ ປະເທສໄທ ເຊັ່ນ ນະຄອນຫລວງ ວຽງຈັນ ປະຊາຊົນ ຫຼາຍຄົນ ມັກໃຊ້ຄໍາວ່າ ໂທຣະທັດ ຊຶ່ງສ່ວນນຶ່ງ ກໍອາດ ເປັນຍ້ອນ ຫຼາຍຄົນ ມັກເບິ່ງ ຊ່ອງ ໂທຣະພາບ ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.