ວັນຄຣູແຫ່ງຊາດຄົບຮອບ 26 ປີ
2020.10.06

ເນື່ອງໃນໂອກາດວັນຄຣູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 26 ປີ ສະຖາບັນການສຶກສາຫຼາຍແຫ່ງໄດ້ຈັດງານສລອງ ແລະກໍມີໂຮງຮຽນຫຼາຍ ແຫ່ງເປັນຕົ້ນຢູ່ເຂດ ຊົນນະບົດເຂດນອກໆ ບໍ່ໄດ້ຈັດ ໃນຂນະທີ່ ຄຣູຫລາຍຄົນ ຢາກເຫັນການສຶກສາຂອງລາວ ມີປະສິດທິພາບ ແລະ ໄດ້ຮັບການຂຍາຍໄປທົ່ວປະເທດ, ດັ່ງຄຣູທ່ານນຶ່ງ ຜູ້ຂໍສງວນຊື່ ທີ່ສອນຢູ່ໂຮງຮຽນໃນ ເມືອງເຊໂປນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 6 ຕຸລາ ນີ້ວ່າ:
“ສ່ວນຫລາຍຂະເຈົ້າກະບໍ່ໄດ້ເຮັດດອກ ຈັດງານວັນຄຣູແຫ່ງຊາດ ທາງເຂດນອກໆອີ່ຫຼີຫັ້ນນ່າ ເຣື່ອງສວັດດິການໄທເຮົາກະຈະບໍ່ຄ່ອຍມີ ແນວອື່ນ ເຫັນວ່າກະອັນນຶ່ງ ກະການສຶກສາກະໄດ້ແມ່ນພັທນາທົ່ວເຖິງ ຫັ້ນແຫລະ ເຂດຫ່າງໄກສອກຫລີກ ແຕ່ວ່າຈຸດໜັກ ພວກເຮົາ ກະເລັ່ງໃສ່ປາລິມານຫັ້ນແຫລະ ແຕ່ວ່າເບື້ອງຄຸນນະພາບ ກະແມ່ນ ຄັນບໍ່ຫ່າງໄກ ກະບໍ່ທັນໄດ້ດອກ.”
ທ່ານກ່າວຕື່ມວ່າ ຄຣູ ກໍຄືພະນັກງານ-ຣັຖກອນ ມີສະຫວັດດິການດີກວ່າ ຜູ້ມີອາຊີບອື່ນ ເຖິງຈະມີສະຫວັດດິການໜ້ອຍ ແຕ່ກໍໝັ້ນຄົງ. ໃນຖານະເປັນຄຣູ ຈະບໍ່ຮຽກຮ້ອງຂໍສະຫວັດດິການເພິ່ມ ແຕ່ສິ່ງສໍາຄັນ ໃນການເປັນຄຣູ ຄືສອນໜັງສືໃຫ້ມີຄຸນນະພາບ ແລະ ຢາກເຫັນ ຣະບົບການສຶກສາ ຢູ່ໂຮງຮຽນໃນເຂດຊົນນະບົດ ໄດ້ຮັບການພັທນາເທົ່າທຽມກັນກັບ ຢູ່ຕົວເມືອງ.
ແລະຄຣູອີກທ່ານນຶ່ງ ຜູ້ຂໍສງວນຊື່ ທີ່ສອນໃນໂຮງຮຽນ ຢູ່ເມືອງຫິນບູນ ແຂວງຄໍາມ່ວນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ນະໂຍບາຍດ້ານສະຫວັດດິການ ຂອງຣັຖບານລາວ ໄດ້ເຮັດໃຫ້ ຄຸນນະພາບຊີວິດ ຂອງຄຣູດີຂຶ້ນຫລາຍສົມຄວນ. ແຕ່ເພື່ອໃຫ້ ຄຣູໄດ້ສອນໜັງສື ຢ່າງມີຄຸນນະພາບ ອັນສໍາຄັນທີ່ສຸດ ແມ່ນຢາກໃຫ້ຣັຖບາລ ພັທນາເຣື່ອງການຮຽນການສອນ ໃຫ້ເປັນຣະບົບ, ມີການໃຊ້ ອຸປກອນ ທັນສມັຍ ໃນການສິດສອນ ໂດຍສະເພາະຢູ່ໂຮງຮຽນ ໃນເຂດຊົນນະບົດ ດັ່ງທີ່ທ່ານກ່າວວ່າ:
“ມາຮອດດຽວນີ້ ກະສິບໍ່ທັນມີບັນຫາປານໃດ ຊີວິດການເປັນຢູ່ບໍ່ຫລືວ່າ ການນະໂຍບາຍຕ່າງໆ ຂະເຈົ້າກະມີສວັດດິການດີ ພໍສົມຄວນ ນີ້ແຫລະ ກະຍັງຄາແຕ່ວ່າ ໂຕທີທັນສມັຍນີ໋ ກະມີສ່ວນໜ້ອຍ ມັນບໍ່ທັນໄດ້ ຄົບໄດ້ຖ້ວນ.”
ໃນຂນະທີ່ຄຣູຫລາຍຄົນ ຮຽກຮ້ອງໃຫ້ຣັຖບາລລາວ ເພິ່ມນະໂຍບາຍສະຫວັດດິການຕ່າງໆໃຫ້ຄຣູ ໂດຍສະເພາະຄຣູ ໃນເຂດຊົນນະບົດ ທີ່ຍັງມີ ຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນຢາກໃຫ້ເພິ່ມເງິນເດືອນ ແລະເງິນອຸດໜູນຕ່າງໆ ແກ່ຄຣູທີ່ບໍ່ມີຕໍາແໜ່ງອື່ນ ເນຶ່ອງຈາກວ່າ ປັດຈຸບັນ ໄດ້ແຕ່ເງິນເດືອນ, ບໍ່ກຸ້ມຢູ່ ບໍ່ກຸ້ມກິນປານໃດ ດັ່ງຄຣູທ່ານນຶ່ງ ຜູ້ຂໍສງວນຊື່ ທີ່ສອນໃນໂຮງຮຽນ ຢູ່ເມືອງກາສີ ແຂວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ຕຸລາ ນີ້ວ່າ:
“ມັນກະມີຢູ່ ແຕ່ວ່າເຣື່ອງໃຫ້ເພີ່ມເງິນເດືອນນີ໋ ກະຢາກໃຫ້ເພີ່ມ ເພາະວ່າມັນມີແຕ່ເງິນເດືອນ ພື້ນຖານ ຖ້າບໍ່ມີຕໍາແໜ່ງ ກະບໍ່ມີຫຍັງເລີຍ ແຕ່ກ່ອນ ຫັ້ນມັນມີເງິນເພີ່ມໂມງເນາະ ຄືບໍຣິຫານນີ໋ ດຽວນີ້ມັນບໍ່ມີ ມີແຕ່ເງິນນໍ້າມັນ ກັບເງິນເດືອນ ຖ້າບໍ່ມີຕໍາແໜ່ງ ກະມີແຕ່ເງິນເດືອນ ພື້ນຖານລ່ອນໆ.”
ແລະຄຣູອີກທ່ານນຶ່ງ ຜູ້ຂໍສງວນຊື່ ທີ່ສອນຢູ່ໂຮງຮຽນ ໃນເຂດຊົນນະບົດ ເມືອງພູວົງ ແຂວງອັດຕະປື ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວ ກັນນີ້ວ່າ ບໍ່ຂໍຮຽກຮ້ອງຫຍັງເພິ່ມຕື່ມ ແຕ່ຈະເລົ່າປະສົບການສູ່ຟັງວ່າ ປັດຈຸບັນ ໄດ້ເງິນເດືອນ 2 ລ້ານ ປາຍກີບ, ບາງເດືອນ ກໍໄດ້ຊ້າແດ່, ແລະວ່າ ເຮືອນຂອງຕົນຢູ່ໃນເມືອງ ຕ້ອງໄດ້ເດິນທາງໄປສອນຢູ່ໂຮງຮຽນໃນເຂດຊົນນະບົດ ໃຊ້ເວລາໄປ 4-5 ຊົ່ວໂມງຈຶ່ງຮອດ ມີຄວາມ ຫຍຸ້ງຍາກ ໃນການເດີນທາງ ແຕ່ກໍເຕັມໃຈສອນໜັງສື ໃຫ້ເດັກນ້ອຍໃນເຂດຊົນນະບົດ ດັ່ງທີ່ທ່ານກ່າວວ່າ:
“ໂດຍຢູ່ຕົວເມືອງ ເດີນທາງແຕ່ລະຖ້ຽວ ກະຫຍູ້ງຍາກຫລາຍ ໃນການໄປ-ການມາ ຫັ້ນແຫລະ ເງິນເດືອນກະປະມານຢູ່ 2 ລ້ານປາຍ ກະໄດ້ຄູ່ເດືອນ ບາງເດືອນກະຢາກຊ້າໆແດ່.”
ໃນໂອກາດວັນຄຣູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 26 ປີີນີ້ ເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ຕຸລານີ້ວ່າ ປະເທດຊາດ ຈະພັທນາໄດ້ຢ່າງຍືນຍົງ ກໍຕໍ່ເມື່ອຄົນໃນຊາດຈະຕ້ອງ ໄດ້ຮັບ ການສຶກສາ ແລະ ຍິ່ງມີຄຣູດີ ມີຄວາມຮູ້ ຄວາມສາມາດ ກໍຈະຍິ່ງພັທນາຊາດໄດ້ໄວຂຶ້ນ ແລະ ມີປະສິດທິພາບ:
“ການສຶກສາແມ່ນສໍາຄັນທີ່ສຸດ ນ່າ ຊາດໃດກະຕາມເນາະ ຄັນຫາກວ່າຄົນໄດ້ຮັບການສຶກສາ ນີ້ນ່່າ ເຂົາກໍຈະພັທນາກະໂຕຂະເຈົ້າເອງ ພວກເຮົາກະເຮັດສຸດຂີດ ວ່າຊັ້ນຊ່າ ທັງສ້າງນິຕິກັມ ທັງອິຫຍັງຕ່າງໆ ສຸມໃສ່ບັນຫາ ໂຕນີ້ກະໃຫ້ຫລາຍທີ່ສຸດ ເພື່ອຢາກພັທນາຄົນ ໃຫ້ມັນໄດ້."
ທ່ານກ່າວຕື່ມວ່າ ປັດຈຸບັນ ຣັຖບາລລາວ ພະຍາຍາມຊຸກຍູ້ດ້ານການສຶກສາ ໃນລາວ ໃຫ້ມີປະສິດທິພາບ ແລະຫລຸດຜ່ອນຊ່ອງວ່າງ ການສຶກສາ ເພື່ອຄວາມເທົ່າທຽມ ໃນເຣື່ອງຣະບົບ ການສຶກສາ ຣະຫວ່າງ ຕົວເມືອງ ແລະຊົນນະບົດ ໂດຍເນັ້ນໃສ່ການພັທນາ ຊັພຍາກອນມະນຸດ ກໍຄືຄຣູ ໃຫ້ມີຄວາມຮູ້ ຄວາມເຂົ້າໃຈໃນຣະບົບ ການສຶກສາ ຢູ່ພາຍໃນປະເທດ ແລະ ສາກົນໃຫ້ດີທີ່ສຸດ ແລະ ເອົາໃຈໃສ່ຊຸກຍູ້ ໃຫ້ຄຣູ ໄປສອນຢູ່ໃນ ເຂດຊົນນະບົດ ຫລາຍຂຶ້ນ.
ແລະວ່າ ການສລອງວັນຄຣູແຫ່ງຊາດ ມີຈຸດປະສົງເຊີດຊູກຽດ ແລະຄຸນງານຄວາມດີຂອງຄຣູ ເພື່ອໃຫ້ສັງຄົມເຫັນໄດ້ຄວາມສໍາຄັນຂອງຄຣູ ແລະເອົາໃຈໃສ່ປະກອບສວ່ນ ໃນການສຶກສາ ແລະ ຄົ້ນຄວ້າຮໍ່າຮຽນ ຝຶກຝົນຫລໍ່ຫຼອມ ໃຫ້ເປັນຄົນດີ ມີຄວາມຮູ້ຄວາມສາມາດ ໃຫ້ກາຍ ເປັນຊັພຍາກອນມະນຸດ ທີ່ມີຄຸນນະ ພາບຂອງຊາດ.