23 ມິນາ ວັນກອງທັບ ພຣະຣາຊອານາຈັກ ລາວ
2019.03.21
ສະມາຄົມນັກຣົບເກົ່າ ແລະຜູ້ປະສົບໄພສົງຄາມ ແຫ່ງຣາຊອານາຈັກລາວ ຈະຈັດງານສລອງ ວັນຄ້າຍວັນກຳເນີດ ກອງທັບ ແຫ່ງຊາດຂອງ ພຣະຣາຊອານາຈັກລາວ ຄົບຮອບ 69 ປີ ໃນມື້ວັນເສົາ ທີ 23 ມິນາ 2019 ແຕ່ເວລາ 9 ໂມງເຄິ່ງຕອນເຊົ້າ ເຖິງບ່າຍ 3 ໂມງ ຊຶ່ງມີ ທັງພາກ ພິທີທາງສາສນາ ແລະພິທີທາງດ້ານກອງທັບ ຢູ່ວັດລາວພຸທວົງ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ,
ໂດຍການເປັນປະມຸກ ຂອງ ສະເດັດເຈົ້າຟ້າຊາຍ ສຸຣິວົງສ໌ ສະວ່າງ ອົງຄ໌ຜູ້ສໍາເຣັດຣາຊການແຜ່ນດິນ ແລະອົງຄ໌ຣັຊທາຍາດ ລ້ານຊ້າງ ຮົ່ມຂາວ. ພ້ອມນັ້ນກໍຈະມີຄນະ ທີ່ປຶກສາສະມາຄົມ. ດັ່ງ ທ່ານ ນາຍພົນ ສຸດໃຈ ວົງສະຫວັນ ແລະທ່ານພັນເອກ ຄຳແທ່ນ ຈິນຍາວົງ ເປັນຕົ້ນ.
ທ່ານ ສຸດທາລາວົງສ໌ ບຸຕະ ປະທານຄນະບໍຣິຫານ ສະມາຄົມນັກຣົບເກົ່າ ແລະ ຜູ້ປະສົບໄພສົງຄາມ ໄດ້ກ່າວໃຫ້ສຳພາດ ວິທຍຸເອເຊັຍເສຣີ ເຖິງເປົ້າໝາຍ ຂອງງານ ໃນມື້ວັນທີ 20 ມິນາ ນີ້ວ່າ:
"ຈຸດປະສົງຂອງເຮົາແມ່ນເພື່ອເຕົ້າໂຮມ ຄວາມຮັກຄວາມແພງ ສາມັກຄີຂອງບັນດາອາດີດ ນາຍທະຫານນັກຣົບເກົ່າຂອງເຮົາ ໃນຂົງເຂດ ມະຫານະຄອນຫລວງ ວໍຊິງຕັນ ດີຊີ. ອັນທີສອງ ກະເປັນການເຮັດບຸນສິນກິນທານ ຫາຜູ້ທີ່ວ່າລ່ວງລັບໄປແລ້ວ ໂດຍສະເພາະ ເພື່ອນ ນາຍທະຫານ ທີ່ວ່າສູນເສັຍຊີວິດ ໄປແລ້ວ ຫລືວ່າບັນພະບູລຸດ ຂອງເຮົາທີ່ໄດ້ເສັຍຊີວິດ ໄປແລ້ວ ແລະຕາງ ເຮັດບຸນສິນກິນທານຫາ ພວກເພີ່ນ, ອັນສາມມາ ກໍແມ່ນສ້າງຄວາມຮັກແພງ ສາມັກຄີກັບ ຄອບຄົວນັກຣັບເກົ່າ ກັບອົງການຈັດຕັ້ງຕ່າງໆ ຂົງເຂດນະຄອນຫລວງ ວໍຊິງຕັນ ດີຊີ ນີ້."
ທ່ານກ່າວຕື່ມວ່າ ປີນີ້ເປັນປີພິເສດກະແມ່ນ ເພາະວ່າປີນີ້ສະມາຄົມ ນັກຣົບເກົ່າລາວ ທີ່ປະເທດຝຣັ່ງເສດ ມາຮ່ວມກັບນັກຣົບເກົ່າລາວ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ ຈັດງານນີ້ ຊຶ່ງຕາມປົກຕິ ເຈົ້າຟ້າຊາຍ ສຸຣິວົງສ໌ ສະວ່າງ ໄດ້ເຂົ້າຮ່ວມງານ ສລອງວັນກອງທັບ 23 ມິນາ ຊຶ່ງ ທາງສະມາຄົມນັກຣົບເກົ່າລາວ ທີ່ປະເທດຝຣັ່ງເສດ ຈັດຂຶ້ນນັ້ນທຸກໆປີ.
ໃນງານສລອງວັນກອງທັບແຫ່ງຊາດ 23 ມິນາ ຄົບຮອບ 69 ປີໃນປີນີ້ ທ່ານ ສຸດທາລາວົງສ໌ ກ່າວວ່າ ຈະມີຫລາຍພາກສ່ວນເຂົ້າຮ່ວມ ພ້ອມກັບບັນດາຄອບຄົວ ນັກຣົບເກົ່າ ແລະຜູ້ປະສົພ ພັຍສົງຄາມ ຕລອດເຖິງຊາວລາວ ຈາກຂົງເຂດນະຄອນຫລວງ ວໍຊິງຕັນ ດີຊີ ແລ້ວ ກໍຈະມີມາຈາກຣັຖໃກ້ຄຽງ ແລະຈາກຣັຖອື່ນໆ ຂອງສະຫະຣັຖ ອະເມຣິກາເຂົ້າຮ່ວມ ດັ່ງທີ່ທ່ານກ່າວວ່າ:
"ກະມີຣັຖຈໍເຈັຍ ມີຣັຖແຄັນຕາກີ ແລະອີ່ລີ່ນອຍ ແລະກະຣັອດໄອແລນ ເພີ່ນສົ່ງຜູ້ຕາງໜ້າເຂົ້າມາຮ່ວມ ສໍາລັບພາກສ່ວນອື່ນ ເພີ່ນກໍສະແດງ ຄວາມເສັຍໃຈນໍາ ເພາະວ່າມັນຊ້າເກີນໄປ ບາງພາກສ່ວນ ກະແມ່ນເຣຶ່ອງໂຣຄສາລາ ເຣຶ່ອງຫຍັງຫັ້ນລະ ກະເລີຍມາຮ່ວມນໍາບໍ່ໄດ້."
ແລະໃນຕອນແລງແຕ່ເວລາ 6 ໂມງເຖິງ 12 ໂມງທ່ຽງຄືນຂອງມື້ ດຽວກັນນັ້ນ ຈະມີງານຣາຕຣີສະໂມສອນ ກອງທັບປະຈຳປີ ຊຶ່ງທາງ ສະມາຄົມນັກຣົບເກົ່າ ແລະ ຜູ້ປະສົບໄພສົງຄາມ ໃນຂົງເຂດນະຄອນຫລວງ ວໍຊິງ ຕັນ ດີຊີ ເປັນຜູ້ຈັດຂຶ້ນຢູ່ ເມືອງ Falls Church ຊຶ່ງຈະມີທັງການສະແດງ ວັທນະທັມລາວ ນຳດ້ວຍ.