ບັນຫາງົບປະມານ ໜັກ ໄປໜ້າ: ນາຍົກ ທອງລຸນ
2018.11.21

ສະພາບເສຖກິຈລາວ ໃນປັດຈຸບັນຂຍາຍໂຕຊ້າລົງ ເຖິງແມ່ນວ່າຈະມີການດັດແກ້ ໂຕເລກຄາດໝາຍ 4 ປີ 2017-2020 ສະເລັ່ຍຈາກ 7.5% ມາເປັນ 7.2% ແຕ່ມາປີນີ້ ກັບຢູ່ໃນຈັງຫວະການຂຍາຍໂຕຊ້າລົງ ຢູ່ທີ່ 6.8% ຫລຸດແຜນການ 0.4%. ນອກນັ້ນ ການຈັດເກັບ ຣາຍຮັບ ບໍ່ໄດ້ຕາມຄາດໝາຍ ຫລຸດລົງເຖິງ 5% ພ້ອມນີ້ ຍັງຂາດດຸນງົບປະມານຕິດຕໍ່ກັນຫລາຍປີ. ດັ່ງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປ ລາວ ໄດ້ກ່າວຣາຍງານ ຕໍ່ກອງປະຊຸມສໄມສາມັນ ຄັ້ງທີ 6 ຂອງສະມາຊິກ ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 20 ພຶສຈິກາ ນີ້ວ່າ:
"ໃນໄລຍະ 2 ປີ ຜ່ານມາການຂຍາຍໂຕ ຂອງເສຖກິຈ ຢູ່ໃນໄລຍະຈັງຫວະ ທີ່ຊ້າລົງສະເລັ່ຍ 6.8% ເຫັນວ່າຫລຸດແຜນການທີ່ວາງໄວ້ 0.4% ແຜນດັດແກ້ 4 ປີ ສະເລັ່ຍແມ່ນ 7.2%."
ທ່ານກ່າວຕື່ມວ່າ ການເກັບຣາຍຮັບເຂົ້າງົບປະມານ ປະຕິບັດໄດ້ 70,746 ຕື້ກີບ ກວມເອົາ 16.7% ຂອງຈີດີພີ ແຕ່ຣາຍຈ່າຍກັບເກີນ ຣາຍຮັບຢູ່ທີ່ 92,861 ຕື້ກີບກວມເອົາ 22% ຂອງຈີດີພີ ລວມແລ້ວຂາດດຸນງົບປະມານ ຂອງປີນີ້ແມ່ນ 5.7% ຜ່ານມາ ເພື່ອເສີມດຸ່ນດ່ຽງ ງົບປະມານ ຣັຖບານໄດ້ອອກພັນທະບັດ ເພື່ອຣະດົມທຶນເຂົ້າຄັງ.
ເຖິງແນວໃດກໍຕາມ ວິກິດການທາງດ້ານການເງິນ ເຮັດໃຫ້ຣັຖບານລາວ ຕ້ອງໄດ້ຮັດແຄບຊ່ອງວ່າງ ທີ່ຮົ່ວໄຫລຂອງການເກັບຣາຍຮັບ ງົບປະມານໂດຍໄດ້ໃຊ້ມາຕການຕ່າງໆ ເຊັ່ນ; ຍຸຕິການຍົກເວັ້ນພາສີ ການນໍາເຂົ້າຍານພາຫະນະ, ນໍ້າມັນເຊື້ອໄຟ, ວັສດຸກໍ່ສ້າງ, ສິນຄ້າ ຟຸມເຟືອຍ.
ຫັນມາກວດກາຄືນບັນດາວິສາຫະກິຈ ທີ່ຂາດທຶນ ທີ່ຣັຖລົງທຶນໃນຂແນງພລັງງານ ແລະບໍ່ແຮ່ ທີ່ບໍ່ປະຕິບັດຕາມສັນຍາ ເຊິ່ງຣັຖໄດ້ຍົກເລີກ ໄປຫລາຍໂຄງການ, ກວດຄືນຖານຣາຍຮັບໃໝ່ ໃຫ້ເຂັ້ມງວດ ໂດຍມີມາຕການຫ້າມ ແລະສະກັດກັ້ນໂຄງການ ນອກແຜນ ເຊິ່ງຈະບໍ່ໃຫ້ ມີໂຄງການ ນອກແຜນຕໍ່ໄປ.
ສ່ວນການບໍຣິຫານຫນີ້ສາທາຣະນະ ປັດຈຸບັນສູງເຖິງ 60% ນັ້ນ ທາງການລາວໄດ້ສ້າງກົດໝາຍ ພ້ອມທັງກວດຄືນ ທຸກການກູ້ຢືມ ຍຸຕິ ການກູ້ຢືມ ເພື່ອຫລຸດຜ່ອນຄວາມສ່ຽງ ທາງດ້ານໜີ້ສິນ ແລະຍຸຕິການປ່ອຍເງິນກູ້ ແລະຄໍ້າປະກັນໃຫ້ແກ່ ພາກທຸຣະກິດ ທາງພາກຣັຖ ແລະ ພາກເອກະຊົນທີ່ເຕັມໄປດ້ວຍຄວາມສ່ຽງ.
ຂັ້ນຕອນສຸດທ້າຍ ຂອງແຜນການປະຕິຮູບການເກັບຣາຍຮັບນັ້ນ ໄດ້ເລັ່ງສ້າງແຜນເກັບກູ້ເງິນຄືນ ທີ່ຄ້ຳປະກັນໃຫ້ພາກທຸຣະກິດ ເຂົ້າສູ່ຣະບົບ, ເລັ່ງກວດກາ ແລະປະຕິຮູບຣັຖວິສາຫະກິຈ ຂນາດໃຫຍ່ ແລະຂນາດກາງ ທີ່ດຳເນີນທຸຣະກິດ ຢູ່ໂດຍສະເພາະ ປັດຈຸບັນກຳລັງກວດກາ ຣັຖວິສາຫະກິຈໄຟຟ້າລາວ ນອກນີ້ພວມເລັ່ງປັບປຸງ ສາຍການບິນລາວ ແລະ ວາງນະໂຍບາຍເສຖກິຈພິເສດ ໃຫ້ຮັດກຸມກວ່າເກົ່າ.