ສສຊ ຍົກບັນຫາໃຫ້ຣັຖບານ ແກ້ໄຂ

ຈໍາປາທອງ
2020.10.29
F-nas ມື້ທີ 2 ກອງປະຊຸມ ສມັຍສາມັນ ເທື່ອທີ 10 ສະພາ ແຫ່ງຊາດ ຊຸດທີ VIII
Laos states Media

ໃນກອງປະຊຸມ ເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ 8 ນີ້ ສະມາຊິກ ສະພາແຫ່ງຊາດ ໄດ້ປະກອບຄໍາເຫັນ ໃສ່ບົດຣາຍງານຂອງ ຣັຖບາລ ໂດຍສະເພາະບົດຣາຍງານ ກ່ຽວກັບການຈັດຕັ້ງ ປະຕິບັດແຜນ ພັທນາເສຖກິດ-ສັງຄົມ ແລະແຜນເງິນຕຣາ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ພ້ອມທັງສເນີໃຫ້ຣັຖບາລ ແກ້ໄຂຫລາຍບັນຫາ ຊຶ່ງໃນນັ້ນ ມີທັງບັນຫາການເກັບຣາຍຮັບ ເຂົ້າງົບປະມານ ຂອງຣັຖ ບໍ່ໄດ້ດີ ແລະ ເຈົ້າໜ້າທີ່ ການເງິນບໍ່ໂປ່ງໃສ ເງິນຫລວງຮົ່ວໄຫລ, ການເກັບຣາຍຮັບ ຍັງຂາດການຄຸ້ມຄອງ ລວມສູນ ບໍ່ຄົບຖ້ວນ, ຂາດການສ້າງຖານຣາຍຮັບ ທີ່ກວ້າງຂວາງ, ການຈັດຕັ້ງປະຕິບັດ ນິຕິກັມ ຫລືວິນັຍການເງິນ ບໍ່ເດັດຂາດ ເຮັດໃຫ້ການເກັບຣາຍຮັບ ບໍ່ໄດ້ ຕາມແຜນ, ດັ່ງ ສະມາຊິກສະພາ ທ່ານນຶ່ງ ກ່າວຕອນ ນຶ່ງວ່າ:

“ແມ່ນສາເຫດຕົ້ນຕໍ ກ່ຽວກັບການເປັນຫຍັງພວກເຮົາ ເກັບຣາຍຮັບບໍ່ໄດ້ ນອກຈາກສາເຫດນອກຕົວ ເປັນບັນຫາຂອງໂຄວິດ ນີ໋ ຍັງມີຢູ່ບໍ່ ທາງດ້ານກົລໄກການຈັດເກັບ ກົລໄກການຮົ່ວໄຫລ ກົລໄກການບໍ່ທັນ ປັບປຸງ ຢ່າງຈິງຈັງຂອດ ເຂດການຈັດຕັ້ງປະຕິບັດ.”

ພ້ອມດຽວກັນນັ້ນ ສະມາຊິກສະພາ ອີກທ່ານນຶ່ງ ກໍໄດ້ສເນີໃຫ້ຣັຖບານແກ້ໄຂ 6 ບັນຫາ ຊຶ່ງມີຮວມທັງການເກັບຣາຍຮັບ ບໍ່ຈະແຈ້ງ ບໍ່ຄົບ ຖ້ວນ ບາງຄົນກໍເຊື່ອງອໍາ ຊຶ່ງຣັຖບໍ່ສາມາດເກັບກໍາໄດ້ ທົ່ວເຖິງ ຮວມໄປ ເຖິງບັນຫາການສົ່ງເສີມ ປະຊາຊົນລາວ ໃຫ້ເຮັດການຄ້າຂາຍ ແລະສ້າງເສຖກິດບໍ່ແຂງແຮງ ແລະ ບໍ່ຄົບວົງຈອນ, ດັ່ງ ທີ່ທ່ານກ່າວຕອນນຶ່ງວ່າ:

“ອັນທີ 2 ການສົ່ງເສີມປະຊາຊົນລາວ ເຮັດການຄ້າຂາຍ ເຮັດເສຖກິດບໍ່ແຂງແຮງ ລະກະບໍ່ຄົບວົງຈອນ ອັນທີ 3 ບັນຫາເຈົ້າໜ້າທີ່ການເງິນ ມັນຍັງມີບັນຫາຢູ່ຄືເກົ່າ ທີ່ວ່າການເກັບຣາຍຮັບເກັບໄດ້ດີ ແຕ່ວ່າການ ສົ່ງຣາຍຮັບ ເຂົ້າງົບປະມານ ບໍ່ໄດ້ດີ.”  

ເວົ້າເຖິງບັນຫາຍັກຍອກເງິນຫລວງ ໃນໂຄງການທີ່ຣັຖລົງທຶນ ຂອງເຈົ້າໜ້າທີ່ ຈໍານວນນຶ່ງ ຊາວເມືອງແອດ ແຂວງຫົວພັນທ່ານນຶ່ງຜູ້ຂໍ ສງວນຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ຕຸລານີ້ວ່າ ຮູ້ສຶກເສັຍໃຈ ທີ່ເຈົ້າໜ້າທີ່ຕິດພັນ ກັບການຍັກຍອກເງິນຫລວງ ເນື່ອງຈາກເງິນ ທີ່ໃຊ້ເຂົ້າໃນໂຄງການ ລົງທຶນຂອງຣັຖນັ້ນ ເປັນເງິນປະຊາຊົນລາວ ທີ່ຈ່າຍພາສີ ອາກອນ ໂດຍທີ່ປະຊາຊົນຫວັງວ່າ ຈະນໍາໃຊ້ເງິນນັ້ນ ເຂົ້າໃນ ການພັທນາບ້ານເມືອງ ແລະວ່າ ຢາກໃຫ້ຫ້ອງ ການກວດສອບແຫ່ງຣັຖ ກວດກາຢ່າງເຄັ່ງຄັດ ຍ້ອນທີ່ຜ່ານມາ ຢູ່ເມືອງແອດ ນີ້ ກໍເຄີຍມີໂຄງການລົງທຶນ ຂອງຣັຖ ເປັນຕົ້ນໂຄງການສ້າງ ຊົລປະທານ, ຂົວ, ເສັ້ນທາງ ແຕ່ຄິດວ່າ ໂຄງການທີ່ສ້າງສໍາເຣັດໄປແລ້ວນັ້ນ ບໍ່ສົມກັບມູນຄ່າ ການລົງທຶນໄປ, ລົງທຶນຫລາຍ ແຕ່ຜົລໄດ້ຮັບໜ້ອຍ ອັນເປັນໜ້າເສັຍໃຈ, ດັ່ງ ທີ່ທ່ານກ່າວວ່າ:

“ນ່າເສັຽໃຈນໍາຫັ້ນແຫລະເນາະ ເພາະວ່າເຮົາເປັນພົລເມືອງຜູ້ນຶ່ງ ຕ້ອງເປັນການພັທນາປະເທດຊາດ ຂອງໂຕເອງຫັ້ນແຫຼະເນາະ. ເຮົາເສັຽ ເງິນເຂົ້າງົບປະມານແລ້ວ ເຂົາລະບໍ່ໄດ້ໃຊ້ຈ່າຍ ຕາມງົບປະມານ ເປັນລັກສນະວ່າ 5-6 ຫ້ອງການ ເຂົ້າຮ່ວມ ບາດນີ້ພາຍຫລັງທີ່ເຮັດ ບໍ່ສົມຄ່າ ຈໍານວນເງິນສົມມຸດວ່າ 4-5 ຕື້ ວ່າຊີ້ນະ ໄປເຮັດເດືອນນຶ່ງ ກໍແລ້ວ ພໍດີນໍ້າຝົນຕົກມາໄຫລໄປເລີຍ ກໍແລ້ວເລີຍກໍມີ.”

ແລະ ຊາວບ້ານດົງໝ້ຽງ ເມືອງຈັນທະບູລີ ນະຄອນຫຼວງວຽງວຽງຈັນ ຜູ້ຂໍສງວນ ຊື່ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ກໍເປັນ ການບໍ່ດີ ຄັນວ່າ ເຈົ້າໜ້າທີ່ຣັຖ ບໍ່ຖອກເງິນເຂົ້າງົບປະມານ ຍ້ອນມັນເປັນ ການກະທໍາ ທີ່ເປັນຜົລປະໂຫຍດສ່ວນຕົວ ຫຼືຜົລປະໂຫຍດ ສະເພາະກຸ່ມ, ບໍ່ແມ່ນຜົລປະໂຫຍດສ່ວນລວມ, ແທນທີ່ຈະນໍາເອົາງົບປະມານ ຈາກໂຄງການລົງທຶນ ຂອງຣັຖ ໄປ ພັທນາບ້ານເມືອງ ເພື່ອຄວາມ ເປັນຢູ່ທີ່ດີ ຂອງປະຊາຊົນລາວ ແລະວ່າ ຂັ້ນເທິງຕ້ອງສືບສວນ ຂແນງການທີ່ກ່ຽວຂ້ອງ ໃຫ້ຄັກແນ່ ເຖິງສາເຫດຂອງການ ບໍ່ຖອກເງິນ ເຂົ້າງົບປະມານແຫ່ງຣັຖນັ້ນ, ດັ່ງ ທີ່ທ່ານກ່າວວ່າ:

“ກໍບໍ່ເປັນການດີແລ໋ວ ຄັນວ່າເປັນແນວນັ້ນ ວ່າຄັນຕັ້ງໃຈວ່າ ບໍ່ຖອກ ຄັນບໍ່ມີສາເຫດ ແລະກໍບໍ່ມີເຫດ ບໍ່ມີຜົລນີ໋ ກໍບໍ່ຄັກແລ໋ວ. ຖ້າບໍ່ຖອກນີ໋ ກໍແມ່ນບໍ່ ເຂົ້າງົບປະມານເນາະ ມັນກໍເຂົ້າສ່ວນຕົວ ສິເອົາໄປເຮັດຫຍັງ ຄັນວ່າບໍ່ເພື່ອພັທນາ ບ້ານເມືອງເຮົານີ໋ແລ້ວ ຕ້ອງມີການສືບສວນ ລະອຽດພຸ້ນເດ໋.”

ນອກຈາກບັນຫາຕ່າງໆ ທີ່ສະມາຊິກສະພາແຫ່ງຊາດໃດ້ສເນີ ໃຫ້ຣັຖບາລແກ້ໄຂ ຄືທີ່ວ່ານັ້ນແລ້ວ ກໍຍັງມີອີກຫລາຍບັນຫາ ທີ່ຣັຖບາລ ປະຕິບັດ ບໍ່ໄດ້ ຊຶ່ງສ່ວນໃຫຍ່ ກໍແມ່ນບັນຫາ ທີ່ຢູ່ໃນຂົງເຂດເສຖກິດ ໃນຂນະທີ່ ຂົງເຂດວັທນະທັມ ແລະ ສັງຄົມ ຣັຖບານກໍບໍ່ສາມາດ ປະຕິບັດ ໃຫ້ບັນລຸເປົ້າໝາຍໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.