ພໍ່ແມ່ນັກຮຽນຮຽກຮ້ອງ ໃຫ້ຫຼຸດ ຄ່າຮຽນ
2020.05.09
ຜູ້ປົກຄອງນັກຮຽນ ທີ່ມີລູກຫລານຂອງຕົນ ຮຽນຢູ່ໂຮງຮຽນເອກກະຊົນແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ຮຽກຮ້ອງໃຫ້ໂຮງຮຽນຫລຸດ ຄ່າຮຽນທຸກຊັ້ນຮຽນ ເດືອນເມສາ-ພຶສພາ 50 ເປີເຊັນ ຂອງຄ່າຮຽນ ທັງໝົດ, ຍ້ອນວ່າ ການສອນໂຮງຮຽນພຽງແຕ່ ສົ່ງຄລິບ ວີດີໂອ ແລ້ວໃຫ້ຜູ້ປົກຄອງສອນຢູ່ເຮືອນ, ຜູ້ປົກຄອງນັກຮຽນ ທ່ານນຶ່ງ ໄດ້ກ່າວວ່າ:
"ເຮົາໄປເຈຣະຈາ ທາງໂຮງຮຽນແລ້ວວ່າ ພວກເຮົານີ້ຂໍຊ່ອຍຫລຸດຕື່ມໃຫ້ໄດ້ບໍ່ ເພາະວ່າຊິມາ ວີດີໂອຄໍ້ ສອນແບບໂຕຕໍ່ໂຕແບບນີ້ ບໍ່ໄດ້ສອນ ແຕ່ວ່າສົ່ງຄລິບເຂົ້າກຸ່ມພໍ່ແມ່ຜູ້ປົກຄອງ ແລ້ວກະໃຫ້ພໍ່ແມ່ຜູ້ປົກຄອງ ສອນລູກ ແຕ່ເພິ່ນຊິເອົາຄລິບຫັ້ນ ເປັນຮູບສີ ບາງອັນເຮົາກະບໍ່ເຂົ້າໃຈ ຮູບມັນດຳເກີນ ແຕ່ວ່າລູກຫັ້ນບໍ່ຮຽນເລີຍ ເພາະວ່າ ຄັນຊິໄດ້ໂທຣະສັບມາ ກະໄປເປີດເບິ່ງແຕ່ຢູທູບ."
ອີກເຫດຜົນນຶ່ງໃນການຂໍຫລຸດຄ່າຮຽນ ກໍຄື ພໍ່ແມ່ຜູ້ປົກຄອງ ບໍ່ມີວຽກເຮັດງານທຳ ແລະ ການຮຽນການສອນກໍບໍ່ເປັນປົກກະຕິໃນໄລລະຍະ ທີ່ມີພຍາດໂຄວິດ19 ຣະບາດ ອີງຕາມຜູ້ປົກຄອງນັກຮຽນ.
ໃນວັນທີ 6 ພືສພາ, ໂຮງຮຽນໄດ້ອອກແຈ້ງການ ໃຫ້ຜູ້ປົກຄອງທີ່ມີລູກໄປຮຽນ ຢູ່ໂຮງຮຽນດັ່ງກ່າວ ຕ້ອງຈ່າຍເງິນ 70 ເປີເຊັນ ຂອງຄ່າ ຮຽນທັງໝົດ ໝາຍຄວາມວ່າ ໂຮງຮຽນຫລຸດຄ່າຮຽນໃຫ້ແຕ່ 30 ເປີເຊັນ.
ເຈົ້າໜ້າທີ່ໂຮງຮຽນເອກກະຊົນ ຢູ່ນະຄອນຫລວງວຽງຈັນ ຊີ້ແຈງວ່າ ໂຮງຮຽນຕ້ອງເກັບຄ່າຮຽນ 70 ເປີເຊັນ ສຳລັບຊັ້ນອະນຸບານ 1, ອະນູບານ2, ແລະ ອະນຸບານ3 ໃນເດືອນເມສາ-ພຶສພາ ເພາະວ່າໂຮງຮຽນ ຕ້ອງໄດ້ຈ່າຍເງິນເດືອນ ໃຫ້ພະນັກງານຄຣູທີ່ມາສອນ.
"ຄືເຮົາໄດ້ວາງຫລັກສູດເຮົາໄວ້ແລ້ວ ຫລັກສູດການຮຽນ 2019-2020 ໂຄວິດ ໃຜກະບໍ່ຢາກໃຫ້ເກີດເນາະ ແຕ່ເນື່ອງຈາກວ່າ ມັນເກີດຂຶ້ນ ທຸກຄົນ ກໍໄດ້ຮັບຜົນກະທົບ ມີແຕ່ວ່າເອົາເອກກະສານໄປຮຽນແລ້ວທາງ ຄຣູກະສອນຜ່ານອອນລາຍຕື່ມ ຄຣູຈະໄດ້ລວບລວມ ແລະ ເກັບ ຄະແນນປະຈຳເດືອນ ໃຫ້ມັນໄດ້ປະສິດທິຜົນ ໃນການຂຶ້ນຫ້ອງ."
ຜູ້ປົກຄອງນັກຮຽນ ທີ່ມີລູກຮຽນຢູ່ໂຮງຮຽນ ອະນຸບານ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ກ່າວວ່າກໍຢາກໃຫ້ໂຮງຮຽນເກັບຄ່າ ຮຽນສູງສຸດບໍ່ເກີນ 50 ເປີເຊັນ ຄືກັນ:
"ຄຣູບໍ່ໄດ້ມາສອນ ແຕ່ສົ່ງລວດດຽວເຮົາ ລະກະແລ້ວ ເຮົາກະສອນເອງ ເຮົາກະອັນນັ້ນເອງຢູ່ແລ້ວ ຄຣູຂະເຈົ້າບໍ່ໄດ້ເຮັດວຽກ ຂົ່ມເຫັງເຮົາ ໄດ້ຈັ່ງໃດ ລູກເຮົາກະຢູ່ເຮືອນ ເປີເຈີ ເປີເຈີ ຢູ່."
ເຈົ້າໜ້າທີ່ໂຮງຮຽນເອກກະຊົນ ຢູ່ເມືອງສີສັດຕະນາກ ໃຫ້ຜູ້ປົກຄອງນັກຮຽນມາຈ່າຍ ຄ່າຮຽນເດືອນເມສາ 770,000 ກີບ ຫລັງຫັກອອກ 30 ເປີເຊັນ ຈາກຄ່າຮຽນທັງໝົດ ສຳລັບຊັ້ນຮຽນ ອະນຸບານ. ເຈົ້າໜ້າທີ່ ໃຫ້ເຫດຜົນວ່າ ແຕ່ລະໂຮງຮຽນບໍ່ຄືກັນ ແລະ ຕ້ອງໄດ້ຈ່າຍເງິນເດືອນ ໃຫ້ຄູສອນ, ດັ່ງທ່ານກ່າວວ່າ:
"ເພາະລະບຽບຂອງສະມາຄົມ ພາກເອກກະຊົນ ຂະເຈົ້າໃຫ້ຜູ້ປົກຄອງຈ່າຍເງິນ ໃຫ້ໂຮງຮຽນ ບໍ່ໃຫ້ຫລຸດ 50 ເປີເຊັນ ເພິ່ນມີແຈ້ງການ ອອກມາໄດ໋ ແຕ່ວ່າກະຂຶ້ນກັບ ຄວາມພ້ອມຂອງແຕ່ລະໂຮງຮຽນບໍ່ຄືກັນ. ເຈົ້າໄປສົມທຽບກັບ ໂຮງຮຽນອື່ນໆມັນຈະບໍ່ຄືກັນ. ຄັນຢາກໃຫ້ ນາຍຄູໄປຮອດ ຂ້ອຍກະຢາກເກັບ ເພື່ອເອົາມາຊ່ວຍຈ່າຍ ໃຫ້ຄຣູເດ້. ເພາະວ່າ ຄັນວ່າຊັ້ນ ບໍ່ມີເງິນເດືອນໃຫ້ຄຣູ ຄຣູຊິໄປຊອກໄປຫາ ຈັ່ງໃດຈັ່ງຊີ້ຫັ້ນນ່າ."
ຍານາງກ່າວຕື່ມວ່າ ຜູ້ປົກຄອງບໍ່ຕ້ອງຈ່າຍຄ່າຮຽນ ເດືອນພືສພາ ສຳລັບຊັ້ນອະນຸບານ 1, ອະນຸບານ2, ແລະອະນຸບານ3 ຍ້ອນບໍ່ມີການ ຮຽນການສອນ ແຕ່ສຳລັບ ຊັ້ນປໍ5, ມໍ4 ແລະ ມໍ7 ຕ້ອງຈ່າຍ 50 ເປີເຊັນ ຂອງຄ່າຮຽນທັງໝົດ ຍ້ອນວ່າມີການຮຽນການສອນ ແລະ ການສອບເສັງເລື່ອນຊັ້ນ ໃນປີ, ສ່ວນວ່າ ຄ່າຮຽນເດືອນ ມີນາ ສຳລັບ ຊັ້ນອະນຸບານ ຊັ້ນປະຖົມ ແລະ ມັທຍົມຕ້ອງໄດ້ຈ່າຍ 60 ຂອງ ຄ່າຮຽນທັງໝົດ. ການເກັບຄ່າຮຽນ ໃນໄລຍະທີ່ບໍ່ມີການຮຽນການສອນປົກກະຕິ ແລະ ຜູ້ປົກຄອງສ່ວນຫຼາຍ ບໍ່ມີຣາຍໄດ້ ເປັນສິ່ງທີ່ບໍ່ ເໝາະສົມ, ຜູ້ປົກຄອງນັກຮຽນ ອີກທ່ານນຶ່ງກ່າວວ່າ:
“ຄວາມຈິງແລ້ວ ເຮົາບໍ່ໄດ້ໄປຮຽນ ເຮົາກະຊິຈ່າຍໄປເຮັດຫຍັງ, ຫັ້ນນ່າ. ຖາມວ່າສົມຄວນບໍ່ ມັນກະບໍ່ຄວນທີ່ຈະເກັບຫັ້ນລະ ຖ້າບໍ່ຮຽນກະ ບໍ່ເກັບ ໄດ້ຮຽນກະຈັ່ງເກັບ. ກະຕ້ອງຖາມຜູ້ປົກຄອງວ່າ ໃນກໍຣະນີ ຊຸກຍູ້ເນາະ ຈ່າຍໄດ້ທໍ່ໃດ 10% ເບາະ 20% ຂ້າພະເຈົ້າ ຄຶດວ່າ ກະບໍ່ມີບັນຫາຫຍັງ ກະຕາງຊ່ອຍກັນ ຊ່ອຍຄຣູ, ອາຈານ.”
ເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ ໃຫ້ຜູ້ປົກຄອງນັກຮຽນ ທີ່ມີລູກ-ຫຼານ ຮຽນຢູ່ໂຮງຮຽນເອກກະຊົນ ຈ່າຍຄ່າຮຽນຕ່ຳສຸດ ບໍ່ໃຫ້ຫລຸດ 50 ເປີເຊັນ.
"ອັນກະເວົ້ານຳຂະເຈົ້າວ່າ ທາງກະຊວງເພິ່ນແຈ້ງມາ ກະບໍ່ໝາຍຄວາມວ່າ ໃຫ້ຈ່າຍ 70 ເປີເຊັນ ເພິ່ນວ່າ ໃຫ້ຕໍ່າສຸດ 50 [ເປີເຊັນ] ເນາະ. ບາດນີ້ ພໍ່ແມ່ຜູ້ປົກຄອງ ກະສາມາດຊ່ວຍ 50 ເຮົາຈ່າຍ 50 ກະໄດ້ ກະບໍ່ໄດ້ຜິດເນາະ ຕາມແຈ້ງການ ວ່າຊິສາ. ສົມມຸດວ່າ ຖ້າຜູ້ປົກຄອງ ບໍ່ຈ່າຍເງິນເດືອນໃຫ້ທາງໂຮງຮຽນເນາະ ທາງໂຮງຮຽນກະຊິບໍ່ມີເງິນໃຫ້ຄຣູ ຈັ່ງຊີ້ຫັ້ນນ່າ. ກ່ອນເພິ່ນຊິວ່າ ຢ່າງຕໍ່າແມ່ນ 50 ຫັ້ນນ່າ ກະບໍ່ ແມນວ່າ ຕ້ອງຈ່າຍ 70-80 [ເປີເຊັນ] ບໍ່ແມ່ນ."
ເຖີງຢ່າງໃດກໍຕາມ, ກະຊວງສຶກສາທິການ ແລະກິລາ ໄດ້ອອກແຈ້ງການສະບັບເລກທີ 443/ສສກ ລົງວັນທີ 4 ພືສພາ ວ່າໃຫ້ຜູ້ປະກອບ ການ [ເຈົ້າຂອງໂຮງຮຽນ] ກັບ ຜູ້ປົກຄອງນັກຮຽນ ເຈຣະຈາກັນເອງ ກ່ຽວກັບການຈ່າຍຄ່າຮຽນ ຊຶ່ງຜູ້ປົກຄອງທ່ານໃດ ຈະຈ່າຍຄ່າຮຽນ 50 ເປີເຊັນ ຂອງຄ່າຮຽນ ປົກກະຕິ ຖືວ່າຕ້ອງໄດ້ຕົກລົງ ກັບໂຮງຮຽນ ເພື່ອຫາທາງອອກຜ່ານວິກິດໂຄວິດ19 ໄປພ້ອມກັນ.