ລາວຄຣິສຕຽນຢູ່ຫຼວງນໍ້າທາ ຖືກ ບັງຄັບ

ອຸ່ນແກ້ວ ສຸກສະຫວັນ
2014.12.22
F-Lao-C ສ່ວນນຶ່ງ ຂອງບັນດາຄອບຄົວ ລາວ-ຄຣິສຕຽນ ທີ່ຖືກທາງການ ທ້ອງຖິ່ນ ຂັບໄລ່ ອອກຈາກບ້ານເຮືອນ ທີ່ ເມືອງຄໍາເກີດ ແຂວງ ບໍຣິຄໍາໄຊ
RFA listener

 

ຊາວ ລາວຄຣິສຕຽນ ຢູ່ບ້ານ ຫ້ວຍກຸ້ມ ເມືອງ ລອງ ແຂວງ ຫລວງນ້ຳທາ ຖືກ ເຈົ້າໜ້າທີ່ ທາງການ ຫ້າມ ບໍ່ໃຫ້ ສລອງ ວັນ ຄຣິສມັສ. ຊາວບ້ານ ຜູ້ທີ່ເຫັນ ເຫດການ ທ່ານນຶ່ງ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

"ເວລາທີ່ ຄຣິສຕຽນ ກຳລັງ ຈະ ສເລີມສລອງ ກໍມີ ຕຳຣວດ ບາງຄົນ ກໍນັ່ງຢູ່ ທາງໃນແລ້ວ ແລ້ວ ເພີ່ນ ກໍ ໂທຣະສັບ ໃຫ້ ຕຳຣວດ ອອກໄປ ເຫລືອແຕ່ ກອງຫລອນ ບ້ານ ສອງຄົນ ຫລັງຈາກ ນັ້ນ ກໍມີການ ສລອງປະມານ 10 ນາທີ ທັງ ຮ້ອງເພງ ແລະ ກໍທັງອ່ານ ບາດນີ້ ກໍເພີ່ນກໍ ບໍ່ເວົ້າໃດ ບາດນີ້ ແລະ ເພີ່ນກໍເອີ້ນ ໃສ່ວ່າ ດຽວນີ້ ເຈົ້າໜ້າທີ່ ເພີ່ນບໍ່ໃຫ້ ສລອງ".

ຊາວບ້ານ ທ່ານ ນັ້ນກ່າວ ຕື່ມອີກວ່າ ຫລັງຈາກ ເຮັດ ພິທີກັມ ມີເຈົ້າໜ້າທີ່ ກຳລັງ ປະກອບ ອາວຸດ ມາຍາມ ຫລັງຈາກ ນັ້ນ ກໍເອີ້ນເຂົ້າ ໄປ ຫ້ອງການ ບ້ານ ແລ້ວ ກໍບັງຄັບ ໃຫ້ ຊາວບ້ານ ເຊັນ ບົດບັນທຶກ ຊຶ່ງເນື້ອໃນ ຂອງ ບົດບັນທຶກ ຕອນນຶ່ງ ຂຽນວ່າ ໃນການເຮັດ ພິທີ ທາງ ສາສນາ ຖ້າ ອຳນາດ ການປົກຄອງ ບ້ານ ບໍ່ ອະນຸຍາດ ຜູ້ທີ່ຈະເຮັດ ບໍ່ມີສິດ ເຮັດ ເດັດຂາດ.

ແຕ່ ອີງຕາມ ການບອກເລົ່າ ຂອງ ຊາວບ້ານ ໄດ້ຮູ້ວ່າ ກ່ອນ ທີ່ຈະມີ ການສລອງ ວັນ ຄຣິສມັສ ໃນວັນທີ 16 ທັນວາ ນັ້ນ ເຂົາເຈົ້າໄດ້ ໄປແຈ້ງບອກ ໃຫ້ນາຍບ້ານ ຮັບຮູ້ ແລ້ວ ຮຽບຮ້ອຍ ແລະ ນາຍບ້ານ ກໍບໍ່ວ່າ ຫຍັງ. ບັນຫາ ການຈັບກຸມ ລາວ-ຄຣິສຕຽນ ກໍມີຢູ່ ຢ່າງຕໍ່ ເນື່ອງ ຫລ້າສຸດ ໃນເດືອນ ພຶສຈິກາ ຜ່ານມາ ອຳນາດ ການປົກຄອງ ແຂວງ ຫລວງນ້ຳທາ ກໍຈັບ ຊາວ ຄຣິສຕຽນ 7 ຄົນ ແລ້ວ ບັງຄັບ ເຂົາເຈົ້າ ບໍ່ໃຫ້ເຊື່ອ ຖື ສາສນາ ຄຣິສ ອີກຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.