ລາວຄຣິສຕຽນຢູ່ບາງເຂດ ຍັງຖືກ ຂົ່ມຂູ່

ອຸ່ນແກ້ວ ສຸກສະຫວັນ
2020.05.07
F-Christians ບັນຫາຊາວຄຣິສຕຽນ ແຂວງຫລວງນໍ້າທາ 3 ຄອບຄົວ ທີ່ຖືກມ້າງເຮືອນ ແລະໄລ່ອອກ ຈາກບ້ານນັ້ນ ຍັງບໍ່ສາມາດ ຕົກລົງກັນໄດ້
ຮູບພາບຈາກ : ນັກຂ່າວພົລເມືອງ

ປັດຈຸບັນ ຊາວລາວຄຣິສຕຽນ ຢູ່ບາງທ້ອງຖິ່ນໃນລາວ ຍັງຖືກເຈົ້າໜ້າທີ່ທ້ອງຖິ່ນ ຈຳກັດສິດທິໃນການເຊື່ອຖືສາສນາເຢຊູ ແລະໃຫ້ປະລະ ການເຊື່ອຖື ເຖິງວ່າກົດໝາຍ ແລະ ຣັຖທັມມະນູນຂອງລາວ ຈະຮັບຮູ້ ວ່າຄົນລາວທຸກຄົນສາມາດ ເຊື່ອຖືສາສນາໃດກໍໄດ້ຕາມໃຈ. ຊາວ ລາວຄຣິຕຽນຄົນນຶ່ງ ຢູ່ແຂວງພາກໃຕ້ຂອງລາວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ພຶສພາ ວ່າ:

"ເຈົ້າໜ້າທີ່ທາງນີ້ ທາງເຂດຂ້ານ້ອຍ ກະຍັງເວົ້າວ່າ ທາງບ້ານເຮົາບໍ່ເຄີຍມີພະເຈົ້າ ບໍ່ເຄີຍມີພະເຍຊູນີ້ ບ້ານທາງເຮົາເຄີຍຖືຫຍັງ ແຕ່ປູ່ສັງ ກະສາ ຍ່າສັງກະສີຖືຜີ ເຂົາເວົ້າແນວນັ້ນ ທາງເຂດຂ້ານ້ອຍຊູເຈົ້າແລ້ວ ນັບຖືສາສນາຝຣັ່ງອະເມຣິກາ ເຈົ້າເຮັດຫຍັງກ່ຽວກັບ ອະເມຣິກາ ເຈົ້າບໍ່ຫລາບບໍ່ຈື່ບໍ, ອະເມຣິກາມາຕີ ມາໂຈມຕີທຳຮ້າຍ ປະເທດລາວນີ້ ເປັນແນວໃດເຈົ້າຫັ້ນ."

ນອກຈາກນີ້ ຊາວລາວຄຣິສຕຽນບາງຄອບຄົວ ຍັງຖືກເຈົ້າໜ້າທີ່ບ້ານກໍເມີນເສີຍ ເມື່ອເວລາຂະເຈົ້າມາຂໍຄວາມຊ່ວຍເຫຼືອ, ດັ່ງຊາວລາວ ຄຣິສຕຽນ ທ່ານນີ້ກ່າວຕື່ມອີກວ່າ:

"ດຽວນີ້ແລ້ວເຂດບ້ານຂ້ານ້ອຍ ລະເຂົາແບບເປັນຄົນຄຣິສຕຽນຫັ້ນນະ ດິນໄຮ່ດິນນາ ຂອງເຮົາບາງຄົນເຂົາຢາກໂລບເອົາ ເພາະເຂົາວ່າ ຄົນຄຣິສຕຽນນີ້ ເຂົາບໍ່ມີສິດຫຍັງ ໄປທາງໃດເຂົາກໍບໍ່ມີໃຜເບິ່ງເຂົາ ແຕ່ເຮົາຮອດຂັ້ນບ້ານແລ້ວ ຂັ້ນຮາກຖານ ແຕ່ຮາກຖານຫັ້ນເປັນກຸ່ມ ດຽວກັບເຂົາ, ເຂົາກະພ້ອມກັບຄົນທີ່ບໍ່ດີຫັ້ນ ເພາະວ່າແບບເຂົາບໍ່ພໍໃຈ ກັບຄົນຄຣິສຕຽນ."

ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ແຂວງຫລວພຣະບາງ ທ່ານນຶ່ງກ່າວວ່າ ບໍ່ໄດ້ຍິນຂ່າວກ່ຽວກັບເລື້ອງ ເຈົ້າໜ້າທີ່ທ້ອງຖິ່ນໄປ ຂົ່ມເຫັງຊາວຄຣິຕຽນ.

"ບໍ່ໄດ້ຍິນຂ່າວນະ ບໍ່ມີໄດ໋ ການຈັດຕັ້ງພວກເຮົາ ກະບໍ່ປະຕິບັດເລື້ອງສາສນານີ້ ຖືວ່າພວກເຮົາກໍເປີດກວ້າງໃຫ້ເຂົາແລ້ວ ຖືສາສນາໃດ ເພິ່ນກະເປັນພີ່ເປັນນ້ອງດອກ ເປັນເພື່ອນເປັນໝູ່ ມີແຕ່ວ່າ ເຂົາລະນະ ຖືສາສນາແລ້ວເນາະ ແຕ່ວ່າມີການຈຳກັດຫຼາຍອັນຫຼາຍແນວເນາະ ບໍ່ແມ່ນວ່າພວກເຈົ້າຢາກເຮັດຫຍັງ ກະເຮັດມັນບໍ່ໄດ້ ພວກເຮົາກໍໄດ້ເຕືອນເຂົາ ອັນນີ້ມີຄວາມຈິງ."

ຢູ່ເມືອງໂພນໂຮງແຂວງວຽງຈັນ ບໍ່ມີກໍຣະນີເຈົ້າໜ້າທີ່ທ້ອງຖິ່ນ ໄປຂົ່ມເຫັງຊາວຄຣິສຕຽນ ແລະ ທາງການໄດ້ໃຫ້ສິດເສຣີພາບ ໃນການ ນັບຖືສາສນາ, ເຈົ້າໜ້າທີ່ຫ້ອງການແນວລາວສ້າງຊາດ ເມືອງໂພນໂຮງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ສະເພາະຢູ່ເມືອງເຮົາແມ່ນບໍ່ມີ ໃຫ້ສິດປະຊາທິປະໄຕ ໃນການນັບຖື ມີບັນຫາໃດພວກເຮົາກະໄດ້ແກ້ເນາະ ບ້ານເຮົານີ້ກະມີຢູ່ 7 ໂບດ ເມືອງເຮົາເນາະ ຜູ້ຮັບຜິດຊອບຂັ້ນແຂວງເນາະ ລົງມາຊີ້ນຳແຕ່ລະຄັ້ງ ໃນການປະຕິບັດ."

ເຈົ້າໜ້າທີ່ແຂວງຫົວພັນ ທ່ານນຶ່ງກ່າວວ່າ ບໍ່ມີເຈົ້າໜ້າທີ່ທ້ອງຖິ່ນ ໄປຂົ່ມເຫັງ ແລະ ເວົ້າຈາບໍ່ສຸພາບ ຕໍ່ຊາວລາວຄຣິສຕຽນ ແຕ່ເຫັນແຕ່ມີ ການຈັບຊາວຄຣິສຕຽນ ທີ່ເຮັດກິຈກັມບໍ່ຖືກຕ້ອງ.

"ບໍ່! ບໍ່! ບໍ່ມີດອກ ມີແຕ່ຕັກເຕືອນແຕ່ວ່າ ຢູ່ບ້ານນອກພຸ້ນ ບໍ່ແມ່ນຢູ່ໃນເມືອງ ເພາະວ່າເຂົາເຄື່ອນໄຫວແນວອື່ນ ເຂົາເລີຍໄປຕັກເຕືອນມີ ເພາະວ່າເຂົາເຄື່ອນໄຫວຕາມວຽກຂອງເຂົາ ແຕ່ວ່າຈະບໍ່ໃຫ້ໂຄສະນາ ບໍ່ໃຫ້ຂົນຂວາຍ ຊວນເຊື່ອອັນນັ້ນ ອັນນີ້."

ເຖີງຢ່າງໃດກໍຕາມ ໃນປີນີ້ມີ ຊາວມົ້ງລາວຄຣິສຕຽນ ຈຳນວນ 3 ຄອບຄົວ 14 ຄົນ ຢູ່ບ້ານຕີນດອຍ ແຂວງຫລວງນ້ຳທາ ຖືກເຈົ້າໜ້າທີ່ຂັ້ນ ບ້ານໄລ່ອອກຈາກບ້ານ ແລະເຮືອນເຂົາເຈົ້າກໍຖືກເຈົ້າໜ້າທີ່ມ້າງຖິ້ມ ຍ້ອນວ່າເຂົາເຈົ້າ ບໍ່ຍອມເຊົາເຊື່ອຖືສາສນາຄຣິສຕຽນ.

ນອກຈາກຈາກນີ້ ໃນວັນທີ 15 ມີນາ ທີ່ຜ່ານມາ ອາຈານ ສີທົນ ທິບພະວົງ ຄຣູສອນສາສນາຄຣິສຕຽນ ຢູ່ບ້ານກະລຶມວັງແຂ້ ເມືອງຊົນບູລີ ແຂວງສວັນນະເຂດ ຖືກເຈົ້າໜ້າທີ່ຕຳຣວດ ຈັບຂັງຄຸກ ຢູ່ຄຸກຫລັກ 6 ນະຄອນໄກສອນ ພົມວິຫານ ຫລັງຈາກຜູ້ກ່ຽວເຮັດພິທີ ນະມັສການ ພະເຈົ້າປະຈຳສັປດາ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ຊີ້ແຈງເຖິງສາເຫດການຈັບກຸມ.

ຫລ້າສຸດ ໃນວັນທີ 06 ພຶສພາ ທີ່ຜ່ານມາ, ຄະນະກັມມາທິການ ວ່າດ້ວຍສິດທິເສຣີພາບ ໃນການນັບຖືສາສນາ ຂອງສະຫະຣັດອະເມຣິກາ ຫຼື USCIRF ໄດ້ອອກບົດຣາຍງານ ປະຈຳປີ 2020 ວ່າ ສະຫະຣັຖ ອະເມຣິກາ ຍັງຈັດອັນດັບໃຫ້ ປະເທດລາວ ຢູ່ໃນຂັ້ນທີ 2 ຫຼື Tier 2 ຄືເກົ່າ ເປັນເວລາ 11 ປີ ຕິດຕໍ່ກັນ.

ປະເທດລາວເປັນ 1 ໃນກຸ່ມປະເທດ ທີ່ຍັງມີການຈຳກັດຮັດແຄບສິດທິເສຣີພາບ ໃນການເຊື່ອຖື ຫຼືບໍ່ເຊື່ອຖືສາສນາ ຂອງພົລເມືອງປະເທດ ໂຕເອງຢ່າງຮ້າຍແຮງຢູ່. ບົດຣາຍງານຍັງຣະບຸວ່າ ເຖິງວ່າ ຣັຖທັມມະນູນລາວ, ກົດໝາຍ, ແລະ ດຳຣັຖວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສນາ ຢູ່ ສປປ ລາວ ເລກທີ 315/ລບ ຈະຮັບປະກັນສິດທິເສຣີພາບ ຂອງຜູ້ນັບຖືສາສນາ ຕ່າງໆໃນລາວ, ແຕ່ໃນຄວາມເປັນຈິງ ສິດທິເສຣີພາບໃນການເຊື່ອຖືສາສນາ ຂອງຊາວຄຣິສຕຽນລາວ ແລະ ພີ່ນ້ອງຊົນເຜົ່າມົ້ງ ທີ່ເປັນຊົນເຜົ່າ ແລະ ຄົນກຸ່ມນ້ອຍຂອງປະເທດ ຍັງຖືວ່າເປັນສິ່ງທີ່ໜ້າເປັນຫ່ວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.