ການສລອງວັນແມ່ຍິງ ສາກົລ ຢູ່ ສປປລາວ

ມະນີຈັນ
2019.03.11
F-women ແມ່ຍິງລາວ ທີ່ມີພາລະແບກຫາມ ທັງໃນແລະນອກບ້ານ
RFA

ຕາມເຂດແຂວງຕ່າງໆ ທົ່ວປະເທດລາວ ມີການສລອງວັນແມ່ຍິງ ສາກົລ ທີ 8 ມີນາ ຊຶ່ງເປັນວັນນຶ່ງທີ່ສໍາຄັນຍິ່ງ ແລະ ໃນປີ 2019 ນີ້ ກໍຄົບຮອບ 109 ປີ. ການສລອງເປັນໄປຢ່າງຄຶກຄື້ນ ໂດຍສະເພາະ ຢູ່ໃນຕົວເມືອງໃຫຍ່ ຄືນະຄອນຫລວງວຽງຈັນ ບ່ອນທີ່ມີການຈັດກິຈກັມ ຕ່າງໆຂຶ້ນ ອັນມີຮວມທັງການປາທະກະຖາ ທີ່ເລົ່າເຖິງມູນເຊື້ອ ການຕໍ່ສູ້ ແລະ ບົດບາດຂອງແມ່ຍິງ, ສາຍຊີເນມາ ກ່ຽວກັບປວັດຄວາມເປັນມາ ຂອງວັນແມ່ຍິງສາກົລ ມີການສະແດງ ສິລປະ ກິລາກາຍກັມ ຍ່າງ ເຕັ້ນແອໂຣບິກ ເພື່ອສົ່ງເສີມ ສຸຂພາບ ແລະສ້າງໃຫ້ມີບັນຍາກາດ ມ່ວນຊື່ນ ແລະທັງມີ ເນື້ອຫາສາຣະໄປນໍາດ້ວຍ.

ການສລອງປີນີ້ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງລາວ ນາງນຶ່ງ ຕໍ່ RFA ແລ້ວແມ່ນວ່າ ດໍາເນີນໄປພາຍໃຕ້ຄໍາຂວັນ “ຄິດແບບສເມີພາບ, ສ້າງຄວາມສລາດ, ມີຫົວຄິດປະດິດສ້າງ ເພື່ອການປ່ຽນແປງ” ຄືຕາມຄໍາຂວັນ ຂອງອົງການ ສະຫະປະຊາຊາດ ດ້ານແມ່ຍິງ ຫລື UN Women ທີ່ໄດ້ກໍານົດຂຶ້ນສໍາລັບ ການສລອງຄົບຮອບ 109 ປີ ໃນປີນີ້ ຊຶ່ງຕາມປົກກະຕິແລ້ວ ແມ່ນ ຄໍາຂັວນ ສລອງວັນແມ່ຍິງສາກົລ ໃນແຕ່ລະປີ ແຕກຕ່າງກັນໄປ. ແຕ່ກໍຍັງກ່ຽວຂ້ອງກັບສິດແລະຜົລປະໂຫຍດຂອງແມ່ຍິງ ໂດຍສະເພາະຄວາມສເມີພາບ ຍິງ-ຊາຍ ທີ່ຕໍ່ສູ້ມາດົນນານນັ້ນຢູ່. ແລະ ໃນວັນແມ່ຍິງສາກົລ ທີ 8 ມິນາ ປີນີ້ ເຈົ້າໜ້າທີ່ກະຊວງຊັພຍາກອນ ທັມຊາດ ແລະສິ່ງແວດລ້ອມ ນາງນຶ່ງ ມີຂໍ້ສເນີສໍາຄັນເຖິງທາງຂັ້ນເທິງ ຜ່ານທາງ RFA ເພື່ອຊ່ອຍແກ້ໄຂ ໃຫ້ຄວາມສເມີພາບ ນັ້ນເກີດຂຶ້ນໃນພາກປະຕິບັດຕົວຈິງ:

"ເນື່ອງໃນໂອກາດວັນແມ່ຍິງສາກົລ ເຂົາເອີ້ນວ່າສິດສເມີພາບ ຂອງແມ່ຍິງ ແລະຊາຍບາງຢ່າງ ມັນກໍບໍ່ທັນມີຄວາມສເມີພາບ ກັນເນາະ, ເຈົ້າເປັນຜູ້ຍິງ ເຈົ້າເຮັດບໍ່ໄດ້ດອກ ອິ່ຫຍັງປະມານນີ້ ມັກຈະມີ ຄໍາໂຕນີ້ຂຶ້ນມາ ທັ້ງທີ່ຂ້ອຍກໍເຮັດໄດ້ ຄືກັບເຈົ້າ ແຕ່ເຈົ້າພັດບໍ່ຍອມຮັບ."

ແລະພ້ອມດຽວກັນນີ້ ກໍຍັງມີແມ່ຍິງລາວທັມດາສາມັນ ຢູ່ແຂວງຄຳມ່ວນນາງນຶ່ງ ທີ່ຮຽກຮ້ອງໃຫ້ໂຮງຈັກໂຮງງານ ໃນເມືອງທ່າແຂກ ເປີດໂອກາດໃຫ້ແມ່ຍິງ ໄດ້ເຮັດວຽກນໍາ ຊຶ່ງທີ່ຜ່ານມາ ໂຮງງານ ມີແຕ່ຮັບເອົາພວກຜູ້ຊາຍ:

"ແມ່ຍິງ ທໍາມາຫາກິນທຸກມື້ນີ້ ມັນກໍຍາກເນາະຄືດຽວນີ້ ເດັກແມ່ຍິງລູກຫລານ ຈົບນັ້ນແລ້ວກໍອອກມາ ບໍ່ມີທາງໄປບໍ່ມີແນວເຮັດ ເພິ່ນບໍ່ຮັບ ມີໂຮງງານ ເພິ່ນບໍ່ຮັບເອົາ ເພິ່ນກໍຫາແຕ່ຜູ້ຊາຍ."

ນັ້ນກໍເປັນບັນຫາ ທີ່ຍັງເກີດຂຶ້ນຢູ່ລາວ ເຖິງແມ່ນວ່າທາງການ ຈະໄດ້ເວົ້າວ່າ ມີນະໂຍບາຍສົ່ງເສີມຄວາມສເມີພາບ ຍິງ-ຊາຍ ຊຶ່ງມີທັງຣັຖທັມນູນ ແລະກົດໝາຍຂອງລາວ ຮັບປະກັນເອົາໄວ້ ແຕ່ ປະຕິບັດບໍ່ໄດ້ ໃນພາກຕົວຈິງ.

ເຣຶ່ອງການສລອງວັນທີ 8 ມິນາ ເຈົ້າໜ້າທີ່ສະຫະພັນແມ່ຍິງລາວ ນາງນຶ່ງ ເວົ້າວ່າ ໃນມື້ວັນທີ 7 ມີນານີ້ ໄດ້ຈັດງານຊຸມນຸມມິດຕິງ ຢູ່ສູນອົບຮົມ ແມ່ຍິງລາວ ທີ່ນະຄອນຫລວງວຽງຈັນ ເພື່ອສົ່ງເສີມ ຄວາມສເມີພາບຣະຫວ່າງ ຍິງແລະຊາຍ. ບາງສໍານັກງານອົງການ ກໍມີຂອງຂວັນໃຫ້ ພະນັກງານແມ່ຍິງ ຜູ້ທີ່ມີບົດບາດສໍາຄັນ ໃນຂນະທີ່ບົດບາດຍິງ-ຊາຍ ມີຫລາຍຂຶ້ນ ດັ່ງທີ່ນາງກ່າວວ່າ:

"ຖ້າທຽບກໍຫລຸດລົງ ກວ່າເກົ່າຫັ້ນລະ ຜູ້ຊາຍຈະໃຫ້ກຽດແມ່ຍິງ ຫລາຍຂຶ້ນໃນປັດຈຸບັນນີ້ນະ."

ໃນພິທີສລອງຢູ່ສູນອົບຮົມແມ່ຍິງລາວ ທີ່ນະຄອນຫລວງວຽງຈັນ ວັນທີ 7 ມີນານີ້ ຍານາງ ອິນລະວັນ ແກ້ວບຸນພັນ ປະທານສູນກາງ ສະຫະພັນແມ່ຍິງລາວ ໄດ້ກ່າວກ່ຽວກັບ ຄວາມເປັນມາ ແລະ ບົດບາດຂອງແມ່ຍິງ ໃນການຕໍ່ສູ້ເພື່ອສິດສເມີພາບ ຮວມທັງຄ່າຈ້າງແຮງງານ ເທົ່າທຽມກັບເພດຊາຍ ໃນໜ້າວຽກອັນດຽວກັນ ແລະອື່ນໆນໍາດ້ວຍ.

ເວົ້າສະເພາະແມ່ຍິງລາວ ແຕ່ໃດໆມາ ສ່ວນໃຫຍ່ແລ້ວ ເປັນຜູ້ແບກຫາບພາລະ ໜັກໜ່ວງໃນຄອບຄົວ, ອ່ອນນ້ອມ ຟັງຄວາມພໍ່ແມ່-ລູກ-ຜົວ ເປັນທີ່ຮັກຫອມຂອງຄອບຄົວ. ຍ້ອນແນວນັ້ນ ບາງເທື່ອ ກໍເຮັດໃຫ້ພວກແມ່ຍິງ ຕົກຢູ່ໃນສະພາບ ຖືກເອົາລັດເອົາປຽບ ຈາກເພດກົງກັນຂ້າມ ທີ່ຢູ່ອ້ອມຂ້າງໄດ້. ແລະບາງກໍຣະນີ ກໍກະທັງມີການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ໃນສັງຄົມລາວ ຈົນຮອດເທົ່າທຸກ ມື້ນີ້ ເຖິງແມ່ນວ່າ ຣັຖທັມນູນຂອງລາວ ຈະຮັບປະກັນວ່າ ພົລເມືອງລາວ ໂດຍບໍ່ຈໍາແນກຍິງ-ຊາຍ ລ້ວນແຕ່ມີຄວາມສເມີພາບ ຕໍ່ໜ້າກົດໝາຍ ແລະທັງບົ່ງໄວ້ວ່າ ພົລເມືອງລາວ ຍິງ-ຊາຍ ມີສິດ ເທົ່າທຽມກັນທາງດ້ານການເມືອງ, ເສຖກິດ, ວັທນະທັມ, ສັງຄົມ ແລະຄອບຄົວ ແຕ່ວ່າຄວາມຮຸນແຮງນັ້ນ ບໍ່ໜັກຄືແຕ່ກ່ອນ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ແມ່ຍິງລາວແຂວງຫົວພັນ ນັ້ນເປັນສິ່ງທີ່ ບໍ່ມີອີກແລ້ວ ຢູ່ໃນເມືອງ:

"ໂຕນີ້ ຖ້າເວົ້າຢູ່ແຖວໃນເມືອງກໍບໍ່ມີແລ້ວ ເຮົາກໍໄດ້ເອົາບົດບາດ ຍິງຊາຍເຂົ້າຮ່ວມແລ້ວ ອັນນັ້ນກະເຊື່ອມໄປໝົດ."

ໃນໂອກາດວັນແມ່ຍິງສາກົລປີນີ້ ແມ່ຍິງລາວທີ່ເປັນພະນັກງານ ຣັຖກອນຄຣູ ທີ່ສອນຢູ່ເຂດຊົນນະບົດ ຫ່າງໄກເມືອງສອງຄອນ ແຂວງສະຫວັນນະເຂດ ນາງນຶ່ງ ກໍໄດ້ຮຽກຮ້ອງ ໃຫ້ຂັ້ນເທິງ, ໃຫ້ທາງການ ສ້າງຫໍພັກອາສັຍ ໃຫ້ຄຣູຢູ່ເຂດຊົນນະບົດ ເພື່ອຄວາມສະດວກ ໃນການເດີນທາງມາສອນ ຢູ່ໂຮງຮຽນ:

"ເຮົາມັນຫ່າງໄກ ສອກຫລີກ ກວ່າສິມາຮອດເມືອງກໍບໍ່ທັມດານະ ຄັນມີໝ້ອງພັກ ກໍສິນອນແຕ່ວ່າອັນນີ້ ມັນບໍ່ມີໝ້ອງພັກ ໄດ້ທຽວມັນກະໄກ ຄືບ້ານເຮົາເອງນີ້ໄຟຟ້າ ກໍຍັງບໍ່ມີເທື່ອ."

ວັນທີ 8 ມິນາ ຢູ່ສປປລາວ ທົ່ວໄປແລ້ວຖືເປັນວັນທີ່ສໍາຄັນ ເປັນວັນພັກທາງຣັຖການ ໂດຍສະເພາະສະຫະພັນແມ່ຍິງລາວ ຊຶ່ງເປັນອົງການຈັດຕັ້ງ ມະຫາຊົນ ທີ່ຂຶ້ນກັບພັກ-ຣັຖ ໂດຍກົງນັ້ນ ກໍໄດ້ຈັດ ການສລອງກັນ ຢ່າງເປັນຂະບວນ. ແຕ່ກໍຍັງມີບາງເຂດ ທີ່ຢູ່ຫ່າງໄກ ບໍ່ສາມາດທີ່ຈະຈັດຂຶ້ນໄດ້ ຍ້ອນບໍ່ມີງົບປະມານ ເຊັ່ນບ້ານໂນນແດງ ທີ່ຫ້ອງການແມ່ຍິງ ບ້ານ ຮຽກຮ້ອງໄປຍັງ ທາງການເມືອງ ມະຫາໄຊ ແຂວງຄໍາມ່ວນ ເພື່ອຂໍຄວາມຊ່ອຍເຫລືອ ທາງດ້ານການເງິນ ພໍໄດ້ຈັດສລອງວັນ ດັ່ງກ່າວ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງບ້ານໂນນແດງ:

"ສະຫະພັນຫັ້ນເນາະ ແຕ່ລະປີກໍສລຸບເງິນ ຣາຍຮັບຣາຍຈ່າຍ ວຽກແມ່ຍິງບໍ່ທັນເຮັດ ກິຈກັມອີ່ຫຍັງ ເລີຍຫັ້ນນະ ວັນແມ່ຍິງນີ້ ທີ່ສະຫະພັນອັນນີ້ກໍວ່າ ຈະເຮັດໃບສເນີກັບເມືອງ ວ່າສິໃຫ້ໄດ້ມາ ຊ່ອຍເຫລືອ."

ບ້ານໂນນແດງ ເປັນບ້ານນຶ່ງທີ່ບໍ່ໄດ້ຈັດ ກິຈກັມຫຍັງ ໃນວັນແມ່ຍິງສາກົລ ຕິດຕໍ່ກັນເປັນປີທີ 5 ແລ້ວ ຮວມທັງປີນີ້ ຍ້ອນຂາດເຂີນງົບປະມານ ຂນະທີ່ຊີວິດການ ເປັນຢູ່ຂອງແມ່ຍິງ ເວົ້າສະເພາະ ແລະຂອງຊາວບ້ານ ເວົ້າລວມ ແມ່ນລຳບາກ ຫາຢູ່ຫາກິນກັນ ແບບທັມດາ ຕາມທັມຊາດ.

ນອກຈາກບ້ານໂນນແດງ ທີ່ວ່ານີ້ແລ້ວ ບ້ານອື່ນໆອີກ ເຊັ່ນບ້ານກຸ່ມ ເມືອງຊະ ນະສົມບູນ ຂວງຈໍາປາສັກ ກໍບໍ່ໄດ້ຈັດງານສລອງວັນ ແມ່ຍິງສາກົລ ທີ 8 ມິນາໃນປີນີ້ ຍ້ອນຂາດເຂີນ ງົບປະມານ ເຊັ່ນກັນ.

ວັນທີ 8 ມິນາ 2019 ນີ້ ຂ່າວຂອງທາງການລາວ ຣາຍງານວ່າ ສູນກາງສະຫະພັນແມ່ຍິງລາວ ຍັງໄດຈັດກອງປະຊຸມ ສັມມະນາ ພາຍໃຕ້ຫົວຂໍ້ ການປະກອບ ສ່ວນຂອງຜູ້ຊາຍ, ຄອບຄົວ, ຊຸມຊົນ ແລະສັງຄົມ ໃນການຊ່ອຍໃຫ້ແມ່ຍິງ ມີຄວາມຮູ້ ຄວາມສາມາດ, ປະດິດສ້າງ ເພື່ອໃຫ້ມີການປ່ຽນແປງ ແລະກ້າວໄປສູ່ຄວາມສເມີພາບ ຣະຫວ່າງຍິງ ແລະຊາຍທີ່ແທ້ຈິງ.

ກ່ຽວກັບການເຄື່ອນໄຫວຂອງແມ່ຍິງລາວ ດ້ວຍການຈັດກິຈການຕ່າງໆ ຄືທີ່ເວົ້າມານັ້ນ ຕາມຄໍາເຫັນຂອງນັກສັງເກດການ ການເມືອງ, ຄຽງຄູ່ໄປກັບການ  ສລອງວັນແມ່ຍິງສາກົນ ເພືຶ່ອລະລຶກເຖິງ ບົດບາດແຫ່ງການຕໍ່ສູ້ ເພື່ອໃຫ້ໄດ້ມາຊຶ່ງຄວາມສເມີກັບຜູ້ຊາຍ ເມື່ອຮ້ອຍປາຍປີ ຜ່ານມາກໍດີ ແຕ່ການເຄື່ອນໄຫວ ຂອງແມ່ຍິງລາວນີ້ ຍັງມີລັກສະນະຕໍ່ສູ້ ເພື່ອສິດເສຣີພາບ ແລະຜົລປະໂຫຍດ ອັນຊອບທັມ ຮວມທັງສິດສເມີພາບຣະຫວ່າງຍິງ ແລະຊາຍ ແລະການມີສ່ວນຮ່ວມ ໃນການພັທນາປະເທດຂອງຕົນ ຢູ່ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.