ປີໜ້າ ຣັຖບານ ຫຼຸດໂຄຕ້າ ຣັຖກອນ
2020.09.25

ຣັຖບານລາວ ໄດ້ຮັບຮອງ ຈະຫຼຸດຈໍານວນ ໂຄຕ້າ ຣັຖກອນໃໝ່ ລົງເຫຼືອພຽງ 1,600 ຄົນ ໃນປີ 2021 ຄື ຫຼຸດຈໍານວນລົງ ຈາກປີນີ້ ເຖິງ 400 ຄົນ ເພື່ອຫຼຸດຜ່ອນ ງົບປະມານລົງ ເພາະວ່າປີນີ້ ປະເຊີນກັບ ບັນຫາເສຖກິຈ ຕົກຕໍ່າ ຍ້ອນການຣະບາດ ຂອງໂຄວິດ-19. ດັ່ງເຈົ້າໜ້າທີ່ ກະຊວງພາຍໃນ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກັນຍາ ນີ້ວ່າ:
“ໂຕເລຂຣັຖກອນນີ້ຫັ້ນ, ກະມີແຕ່ເພິ່ນ ຕົກລົງໃນກອງປະຊຸມ ຣັຖບານເນາະ, ເຊິ່ງວ່າ ຣາຍຣະອຽດ ຊິໃຫ້ພາກສ່ວນໃດຫັ້ນ ຍັງບໍ່ທັນ ຕົກລົງເທື່ອເຈົ້າ. ໜ້ອຍເຕີບ ເພາະວ່າດຽວນີ້ ເພິ່ນເຣີ່ມເອົາ ພະນັກງານປ່ຽນແທນ ຄືພາກສ່ວນໃດ ອອກບໍານານ ພາກສ່ວນນັ້ນ ແລ້ວກະເອົາທໍ່ນັ້ນ, ບໍ່ໄດ້ເພີ່ມ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ປະເທດລາວ ມີພະນັກງານ ຣັຖກອນ ທັງໝົດ 170,000 ປາຍຄົນ. ໃນປີຕໍ່ໄປນີ້, ຫາກຫ້ອງການໃດ ມີພະນັກງານ ບໍ່ພຽງພໍ ຫຼືຈໍານວນນຶ່ງ ອອກບໍານານ ກໍໃຫ້ໂຍກຍ້າຍ ສັບປ່ຽນຕໍາແໜ່ງ ກັນເອງພາຍໃນ ຫ້ອງການນັ້ນ, ຈະບໍ່ໃຫ້ ໂຄຕ້າເພີ່ມ ຫາກບໍ່ຈໍາເປັນແທ້.
ແລະ ວ່າ ປັດຈຸບັນ, ການກໍານົດ ຕໍາແໜ່ງງານ ຂອງໜ່ວຍງານຣັຖ ຕ້ອງມີການວິເຄາະ ແລະ ເໝາສົມ, ໂດຍອີງໃສ່ພື້ນຖານ ຣັຖກອນ 1 ຄົນ ສາມາດຮັບຜິດຊອບ ໄດ້ຫຼາຍວຽກ ເພື່ອຫຼຸດຜ່ອນ ການຂໍຣັຖກອນ ເພິ່ມຂຶ້ນເລື້ອຍໆ.
ສໍາລັບ ແຂວງຫຼວງພຣະບາງ, ເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ແຂວງຫຼວງພຣະບາງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ດຽວນີ້ ທາງແຂວງ ກໍາລັງກວດກາ ພະນັກງານຣັຖ ຕາມຜແນກ ແລະ ຫ້ອງການຕ່າງໆ ຢູ່ຂັ້ນແຂວງ ຫາກມີຕໍາແໜ່ງໃດ ເຮັດວຽກ ທັບຊ້ອນກັນ ກໍຈະຕ້ອງ ໄດ້ໂຍກຍ້າຍ ສັບປ່ຽນໄປເຮັດ ຢູ່ຕໍາແໜ່ງໃໝ່ ຫຼືສົ່ງໄປເມືອງ ທີ່ຂາດເຂີນ, ຈະບໍ່ເພິ່ມ ໂຄຕ້າໃໝ່ໃຫ້ ເນຶ່ອງຈາກວ່າ ປັດຈຸບັນ ຕໍາແໜ່ງງານ ດຽວກັນ ມີຄົນເຮັດວຽກ ທັບຊ້ອນກັນ ເຖິງ 2-3 ຄົນ. ດັ່ງທີ່ທ່ານກ່າວວ່າ:
“ໂຕນີ້, ເຂົາຈະຢູ່ ໃນຊ່ວງທີ່ວ່າ ກໍານົດຕໍາແໜ່ງງານ ຄືນໃໝ່ ດຽວນີ້ນະ. ດຽວນີ້, ຂະເຈົ້າລົງກວດ ແຕ່ລະຜແນກການ, ຄັນເຫຼືອ ກະຊັພຊ້ອນ. ມັນມີບາງບ່ອນ ຕາມຖາມນີ້ກະ ຕິດຕາມເບິ່ງນີ້ ກະຍັງບໍ່ແລ້ວເທື່ອ ເພາະອີງຕາມ ຕໍາແໜ່ງງານເລີຍ, ຫັ້ນນ່າ.”
ຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະ ຕໍ່າແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 24 ກັນຍາ ນີ້ວ່າ ປີຜ່ານໆມາ ໂຄຕ້າຣັຖກອນ ໃນແຕ່ລະແຂວງ ຈະມີຢູ່ປະມານ 10 ຫາ 30 ຄົນເທົ່ານັ້ນ ເພາະສ່ວນຫຼາຍ ໂຄຕ້າ ຈະຕົກໄປຢູ່ ຂັ້ນສູນກາງ ຂອງກະຊວງ ສຶກສາທິການ ແລະ ກິລາ ແລະ ກະຊວງ ສາທາຣະນະສຸຂ, ສ່ວນໂຄຕ້າ ທີ່ທາງແຂວງ ໄດ້ມານັ້ນ ກໍກະຈາຍໄປ ປະຈໍາຢູ່ ຕາມຫ້ອງການ, ຂແນງການ ຂອງເມືອງຕ່າງໆ ທີ່ຂາດເຂີນ. ດັ່ງທີ່ທ່ານກ່າວວ່າ:
“2 ປີຫຼັງມານີ້ກະ ກະຊິມາເນັ້ນໃສ່ ທາງສຶກສາ ສາທາ ສ່ວນໃຫຍ່ເນາະ ຈະໃຫ້ທາງ 2 ສາຍນີ້ ຫຼາຍກ່ອນເພິ່ນ. ຂົງເຂດໄທເຮົານີ້, ກະບໍ່ໄຄ່ອຍໄດ້ແລ້ວ, ຫັ້ນນ່າ. ບາງປີມາ ກະໃຫ້ເມືອງ ໝົດເລີຍ. ແຂວງກະບໍ່ໄດ້ ຈັ່ງຊີ້ຫັ້ນນ່າ. ປີນີ້, ຄືຊິຫຼຸດລົງ ຄຶຊິບໍ່ໄດ້ໂຄຕ້າ ໄດ້ກະຊິໄດ້ ຈໍານວນໜ້ອຍ.”
ກ່ຽວກັບເຣື່ອງທີ່ວ່ານີ້, ປະຊາຊົນລາວ ຜູ້ນຶ່ງ ທີ່ຂໍສງວນຊື່ ຢູ່ແຂວງເຊກອງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄດ້ຮຽນຈົບຄຣູ ມາແລ້ວ 4 ປີ, ສອບເສັງເຂົ້າ ເປັນຣັຖກອນ ມາທຸກໆປີ, ແຕ່ຍັງສອບເສັງ ບໍ່ຜ່ານເທື່ອ ເພາະຄົນທີ່ ໄປສອບເສັງ ໃນແຕ່ລະປີ ມີຈໍານວນຫຼາຍ ຂະນະທີ່ ໂຄຕ້າຮັບເອົາ ມີໜ້ອຍ ກໍເລີຍຍັງ ບໍ່ໄດ້ເຂົ້າເປັນ ຣັຖກອນເທື່ອ:
“ໄປເສັງຄຣູ ເສັງບໍ່ໄດ້ ກະເລີຍເຂົ້າມາ ພັກຜ່ອນ. ສະເພາະເຮົາ ຮຽນຈົບຄຣູເດ໋. ບາດນີ້, ມາເສັງປີກາຍ ເສັງໄປກະບໍ່ໄດ້ ບໍ່ຕິດນໍາເຂົາ ຄົນມັນຫຼາຍ. ບາດນີ້, ໂຕເລືອກມັນໜ້ອຍ ກະຍາດກັນໄປ ເຮົາກະບໍ່ໄດ້ເຂົ້າ, ຫັ້ນນ່າ.”
ແລະ ອະດີດ ພະນັກງານອາສາ ຢູ່ຫ້ອງວ່າການປົກຄອງ ແຂວງຈໍາປາສັກ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກັນຍາ ນີ້ວ່າ ໄດ້ຮຽນຄຣູ ຈົບມາຫຼາຍປີແລ້ວ, ມາເປັນພະນັກງານອາສາ ແລະ ໄດ້ໄປສອບເສັງ ເຂົ້າຄຣູ, ແຕ່ບໍ່ຜ່ານ ຍ້ອນໂຄຕ້າ ມີໜ້ອຍ:
“ສາທຸ ເພາະວ່າ ຢູ່ຫັ້ນມັນມີ ຫຼາຍຄົນແລ້ວ ຕັ້ງແຕ່ມື້ທີ່ວ່າ ປີທີ່ມາ ກະຍັງບໍ່ທັນມີ ຜູ້ໄດ້ຈັກເທື່ອ. ຢູ່ຫ້ອງການ ໂຕເກົ່າຫັ້ນ ວ່າສິໄປເສັງຄຣູ ຍັງບໍ່ທັນໄດ້ເທື່ອ.”
ໃນປີ 2020 ນີ້, ຣັຖບານລາວ ກໍານົດໂຄຕ້າ ຣັຖກອນໃໝ່ ຈໍານວນ 2,000 ຄົນ. ໃນນັ້ນ, ກະຊວງສຶກສາທິການ ແລະ ກິລາ ໄດ້ໂຄຕ້າຫຼາຍ ຄື 1,040 ຄົນ, ຮອງລົງມາ ກໍແມ່ນ ກະຊວງສາທາຣະນະສຸຂ 280 ຄົນ.
ສໍາລັບໂຄຕ້າ ຣັຖກອນໃໝ່ ໃນປີ 2021 ທີ່ຈະມາເຖິງນີ້, ຣັຖບານລາວ ເອົາ 1,600 ຄົນ, ແຕ່ຍັງບໍ່ທັນ ໄດ້ຕົກລົງເທື່ອວ່າ ແຕ່ລະກະຊວງ ແລະ ອົງການທຽບເທົ່າ ຈະໄດ້ໂຄຕ້າ ໜ້ອຍຫຼາຍເທົ່າໃດ. ຮູ້ແຕ່ວ່າ ຈະໃຫ້ບູຣິມະສິດ ແກ່ຂແນງການສຶກສາ ແລະ ສາທາຣະນະສຸຂ. ແຕ່ລະປີ ມີຜູ້ສມັກ ເຂົ້າສອບເສັງ ເປັນຣັຖກອນ ໃນທົ່ວປະເທດ ສເລັ່ຽ ບໍ່ຕໍ່າກວ່າ 10,000 ຄົນ.