ຖແລງການຮ່ວມປົກປັກ ຮັກສາ ແມ່ນໍ້າຂອງ

ໄຊຍາ
2018.04.09
F-mrc2 ປະເທສລຸ່ມແມ່ນໍ້າຂອງ ອອກຖແລງການຮ່ວມ ວ່າຈະຮ່ວມມືກັນ ປົກປັກຮັກສາ ແມ່ນໍ່າຂອງ
Screen captured from: mrcsummit.org/news

ປະເທສສະມາຊິກ ຄນະກັມມາທິການ ແມ່ນໍ້າຂອງ (MRC) ອອກຖແລງການຮ່ວມ ໃນມື້ວັນທີ 5 ເມສາ ນີ້ວ່າ 4 ປະເທສລຸ່ມ ແມ່ນໍ້າຂອງ ລາວ ໄທ ວຽດນາມ ກັມພູຊາ ຈະຮ່ວມມືກັນ ປົກປ້ອງນໍ້າ ແລະຊັພຍາກອນທັມຊາດ ໃນແມ່ນໍ້າຂອງ. ຕາມຣາຍງານ ຂອງ Kmer Times ວັນທີ 6 ເມສານີ້.

ໃນຖແລງການ ມີໃຈຄວາມວ່າ ຜູ້ນໍາທຸກຄົນໄດ້ຮັບຮູ້ ແລະໄດ້ຮັບມືກັບຄວາມທ້າທາຍໃຫຍ່ ຂອງອ່າງແມ່ນໍ້າຂອງ ຮວມທັງການປ່ຽນແປງ ຂອງດິນຟ້າ ອາກາດ, ພັຍພິບັດ ທາງທັມຊາດຕ່າງໆ, ຈໍານວນປະຊາກອນຫລາຍເກີນຄວນ, ອຸດສາຫະກັມບໍ່ຍືນຍົງ, ການກະສິກັມເລັ່ງລັດ, ຊົລປະທານ, ພລັງງານນໍ້າ ແລະການພັທນາອື່ນໆອີກ.

ສໍາລັບ ສປປລາວ ເຈົ້າໜ້າທີ່ອາວຸໂສ ຂອງຣັຖບາລເວົ້າວ່າ ຣັຖບາລລາວຈະເຄົາຣົບນັບຖື ແລະຖືວ່າຂໍ້ຕົກລົງ ກ່່ຽວກັບ ແມ່ນໍ້າຂອງ ປີ 1995 ເປັນແນວທາງສໍາຄັນ ໃນການໃຊ້ນໍ້າ ແລະຊັພຍາກອນອື່ນໆ ໃນອ່າງແມ່ນໍ້າຂອງ. ຕາມຣາຍງານຂອງ Vientiane Times. ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກ່າວວ່າ:

“ແຕ່ລະປະເທສສະມາຊິກ MRC ມີຄວາມສາມາດພັທນາ ແລະຍຸທສາດແຕກຕ່າງກັນ ໃນການທີ່ຈະໄດ້ຮັບ ຜົລປະໂຫຍດຈາກນໍ້າ ແລະ ຊັພຍາກອນນໍ້າ ໃນອ່າງແມ່ນໍ້າຂອງ. ຜ່ານມາ ສປປລາວ ໄດ້ປະຕິບັດຕາມຂໍ້ຕົກລົງ ກ່ຽວກັບແມ່ນໍ້າຂອງ ປີ 1995 ແລະຕາມຂັ້ນຕອນ ຂອງ MRC ທຸກຢ່າງ."

ໃນຂນະດຽວກັນນັ້ນ ທ່ານ Nguyen Xuan Phuc ນາຍົກຣັຖມົນຕຣີວຽດນາມ ກໍເວົ້າຢ່າງແຂງຂັນທີ່ສຸດວ່າ:

“ຊັພຍາກອນນໍ້າໃນແມ່ນໍ້າຂອງ ເຊື່ອມໂຊມລົງທັງປະຣິມານ ແລະຄຸນນະພາບ, ປະຣິມານຂອງ Aluminum ແລະສານອາຫານ ຫລຸດລົງ, ຣະບົບນິເວດ ແລະສະພາບແວດລ້ອມ ເຊື່ອມໂຊມລົງ ຢ່າງຫຼວງຫຼາຍ."

ທ່ານເວົ້າວ່າ:

“ທັງໝົດນັ້ນເປັນສັນຍານອັນບໍ່ດີ ແບບຖາວອນຫລາຍຂຶ້ນ ແລະມີຄວາມຮຸນແຮງ ຕໍ່ອ່າງແມ່ນໍ້າຂອງຕອນລຸ່ມ ໂດຍສະເພາະ ເຂດປາກ ສາມຫຼ່ຽມແມ່ນໍ້າຂອງ ຂອງວຽດນາມ ບ່ອນທີ່ເກີດໄພແຫ້ງແລ້ງຍືດຍາວ ນໍ້າເຄັມໄຫລເຂົ້າມາ ຊາຍຝັ່ງທະເລ ແລະ ແຄມຝັ່ງແມ່ນໍ້າເພພັງ ແລະດິນຊຸດຕົວ, ວິຖີຊີວິດຂອງປະຊາຊົນ ຫລາຍກວ່າ 20 ລ້ານຄົນ ໄດ້ຮັບຜົລກະທົບ."

ທ່ານໄດ້ຮຽກຮ້ອງໃຫ້ມີການດໍາເນີນການ”ຢ່າງເປັນຮູບປະທັມ ແລະທັນເວລາ” ເພື່ອໃຫ້ເຂດລຸ່ມແມ່ນໍ້າຂອງ ຍັງເປັນ ”ອູ່ເຂົ້າອູ່ປາ ຂອງ ຂົງເຂດນີ້ສືບຕໍ່ໄປ”.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.