ເຄືອຂ່າຍແມ່ນໍ້າຂອງກັງວົນ ເຣື້ອງເຂື່ອນ ແມ່ນໍ້າຂອງ
2018.03.22
ບັນດາເຄືອຂ່າຍອົງການຈັດຕັ້ງທາງສັງຄົມ ດ້ານແມ່ນໍ້າຂອງ ແລະ ປະຊາຊົນ ທີ່ອາໃສຢູ່ເຂດ ລຸ່ມແມ່ນໍ້າຂອງ ຮວມທັງ ໄທ ລາວ ກັມພູຊາ ແລະ ວຽດນາມ ສະແດງຄວາມກັງວົນ ຕໍ່ຜົນກະທົບຈາກໂຄງການເຂື່ອນຕ່າງໆ ໃນແມ່ນໍ້າຂອງ ຢູ່ກອງປະຊຸມປົກປ້ອງ ແມ່ນໍ້າຂອງ ແລະ ຊຸມຊົນພາຍໃຕ້ການປ່ຽນແປງ ຊຶ່ງຈັດຂຶ້ນທີ່ ເມືອງເກີນທໍ້ ປະເທດວຽດນາມ ໃນວັນທີ 20-22 ມີນາ ນີ້.
ກອງປະຊຸມ ມີຈຸດປະສົງເພື່ອໃຫ້ນັກອານຸຮັກ ຕົວແທນປະຊາຊົນລຸ່ມແມ່ນໍ້າຂອງ ແລະ ເຄືອຂ່າຍການຈັດຕັ້ງທາງສັງຄົມ ມາຮ່ວມແລກປ່ຽນ ຂໍ້ມູນ ຜົນກະທົບຍ້ອນການພັທນາ ໂຄງການຕ່າງໆ; ດັ່ງ ທ່ານ ສົມກຽດ ເຂື່ອນຊຽງສາ ເຈົ້າໜ້າທີ່ກຸ່ມຮັກຊຽງຂອງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ວ່າ:
"Save the Mekong" ປະຊຸມວຽດນາມນະ ເຄືອຂ່າຍຮ່ວມກັນຣະຫວ່າງ ຫລາຍໆປະເທດຮ່ວມກັນ ຄືໂດຍທຸກປິ Save The Mekong Collation ຈະພົບກັນປີລະຄັ້ງ ຊຶ່ງສ່ວນໃຫຍ່ສະແດງການເລື່ອງເປັນຫ່ວງ ເລື່ອງຜົນກະທົບທີ່ເກີດຂຶ້ນຕໍ່ ຊາວບ້ານ ເພາະເປັນເຄືອຂ່າຍ ຂອງນັກພັທນາຂອງ NGO ກັບຊາວບ້ານ ສ່ວນໃຫຍ່ ທີ່ຖແລງການອອກມາ ກໍ່ຈະເປັນຫ່ວງ ປະເດັນເລື່ອງຫລັກ ກໍ່ຄືເລື່ອງເຂື່ອນ."
ສຳລັບເຂື່ອນທີ່ກ່າວເຖິງນັ້ນ ມີເຂື່ອນປາກແບງ ເຂື່ອນ ໄຊຍະບູລີ ເຂື່ອນ ດອນສະໂຮງ ທີ່ນັກສິ່ງແວດລ້ອມ ເຊື່ອວ່າ ມີຜົນກະທົບຫລາຍ ແລະ ປະຊາຊົນລຸ່ມແມ່ນໍ້າຂອງ ເວົ້າເຖິງການປ່ອຍນໍ້າຈາກ ເຂື່ອນ ຈີນ ຕອນເທິງ ໃນລະຍະຜ່ານມາ ທີ່ສົ່ງຜົນກະທົບຕໍ່ ລະດັບນໍ້າຂອງ ໃນປະເທດຕອນລຸ່ມຫລາຍ.
ນອກຈາກນີ້ ຍັງໄດ້ເວົ້າເຖິງ ພາວະໂລກຮອ້ນ ແລະ ການປັບສະພາບແມ່ນໍ້າຂອງ ໃຫ້ກວ້າງຂຶ້ນ ບໍຣິເວນຊາຍແດນ ລາວ-ໄທ ເພື່ອໃຫ້ເຮືອ ຂົນສົ່ງສິນຄ້າ ຈາກຈີນ ແລ່ນຜ່ານນໍ້າຂອງ ຕອນລຸ່ມ ໄດ້ຢ່າງສະດວກ.
ຢ່າງໃດກໍ່ຕາມ ທ່ານ ສະແຫວງ ບູນນົງ ຮອງຫົວໜ້າ ກົມນະໂຍບາຍ ແລະແຜນພລັງງານ ກະຊວງພລັງງານ ແລະບໍ່ແຮ່ ກໍ່ໄດ້ຊີ້ແຈງໃນ ກອງປະຊຸມ ເລື່ອງເຂື່ອນ ປາກແບງ ວ່າ ຣັຖບານລາວ ຈະສຶກສາຂໍ້ມູນໃຫ້ລະອຽດ ແລະ ເອົາບົດຮຽນຈາກນັກພັທນາ ຂອງ ອາເມຣິກັນ ທີ່ເຮັດວຽກຮ່ວມກັບພວກເຮົາ ມາໃຊ້ໃນການສ້າງເຂື່ອນ ປາກແບງ ເພື່ອບໍ່ໃຫ້ມີຜົນກະທົບ ຂ້າມຊາຍແດນ.