ເມືອງມະຫາໄຊຂາດຄຣູສອນ ຊັ້ນ ມັທຍົມ
2014.10.31
ເຈົ້າໜ້າທີ່ ສຶກສາ ທິການ ແລະ ກິລາ ເປີດເຜີຍ ວ່າ ຈາກການ ເກັບຂໍ້ມູລ ຂອງ ຫ້ອງການ ສຶກສາ ເມືອງ ມະຫາໄຊ ແຂວງ ຄຳມ່ວນ ພົບວ່າ ຍັງຂາດ ຄຣູສອນ ໃນຊັ້ນ ມັທຍົມ ຢ່າງ ຫຼວງຫຼາຍ ແລະ ທາງເມືອງ ກໍເຄີຍສເນີ ໄປຫາ ແຂວງ ເພື່ອ ຂໍຮັບຄຣູ ຕື່ມ ແຕ່ຍັງບໍ່ມີ ຄວາມຄືບໜ້າ ເທື່ອ:
"ພວກເຮົາ ເຮັດ ເປັນສເນີ ເປັນແຜນ ຄວາມຕ້ອງການ ຄຣູ ໃຫ້ ແຂວງແລ້ວ ເປັນຕົ້ນວ່າ ຄຣູ ທີ່ສອນ ມັທຍົມປາຍ ຕອນຕົ້ນ ບ່ອນຫ່າງ ໄກ ແຕ່ລະ ວິຊາ ຄວາມຕ້ອງການ ຄຣູ ຄືມັທຍົມ ແຕ່ລະ ວິຊາ".
ທ່ານເວົ້າວ່າ ເມືອງ ມະຫາໄຊ ມີໂຮງຮຽນ ມັທຍົມ 16 ແຫ່ງ ເປັນໂຮງຮຽນ ມັທຍົມ ຕອນຕົ້ນ 12 ແຫ່ງ ແລະ ໂຮງຮຽນ ມັທຍົມ ສົມບູນ 4 ແຫ່ງ ຊຶ່ງ ມີນັກຮຽນ ທັງໝົດ 2600 ກວ່າ ຄົນ ຄືເພີ່ມຂຶ້ນ ຢ່າງ ຫລວງຫລາຍ ຈາກຫລາຍປີ ຜ່ານມາ ແຕ່ ຄຣູສອນ ຍັງມີແຕ່ ປະມານ 50 ຄົນ ຢູ່ຄືເກົ່າ. ປັຈຈຸບັດ ຕ້ອງການ ຄຣູ ຊັ້ນມັທຍົມ ເພື່ອ ສອນວິຊາ ສະເພາະ ຕ່າງໆ ຊຶ່ງຄຣູ ທົ່ວໄປ ສອນບໍ່ໄດ້. ຜ່ານມາ ກະຊວງ ກໍຍັງສນອງ ຄຣູໃຫ້ ບໍ່ພຽງພໍ. ຄຣູ ຫລາຍຄົນ ຕ້ອງຮັບສອນ ຫລາຍພາກ ແລະ ສອນຄວບ ເພື່ອແກ້ໄຂ ບັນຫາ ສະເພາະໜ້າ ໄປກ່ອນ ໂດຍ ສະເພາະ ຢ່າງຍິ່ງ ວິຊາ ຟີຊິກ ແລະ ເຄມີ.
ນອກຈາກ ເຣື່ອງຄຣູ ແລ້ວ ເມືອງ ມະຫາໄຊ ຍັງມີ ບັນຫາ ເຣື່ອງ ໂຮງຮຽນ ຫລາຍແຫ່ງ ຢູ່ໃນ ສະພາບເກົ່າ ຊຸດໂຊມ. ສົກຮຽນ 2014-15 ນີ້ ກະຊວງ ສຶກສາ ທິການ ແລະ ກິລາ ມີແຜນ ງານສ້າງ ຄວາມ ເຂັ້ມແຂງ ດ້ານການ ຄຸ້ມຄອງ ບໍຣິຫານ ວຽກງານ ສຶກສາ. ຖ້າ ບໍ່ສາມາດ ແກ້ໄຂ ບັນຫາ ຂາດເຂີນຄຣູ ກໍອາຈເຮັດ ໃຫ້ແຜນນີ້ ບໍ່ສຳເຣັດ ຊຶ່ງໃນທົ່ວ ປະເທດລາວ ຍັງຂາດ ເຂີນຄຣູ ຢູ່ຫລາຍ ກວ່າ 10 ພັນ ຄົນ.